ຊາວ ປາແລັສໄຕນ໌ ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນຫຼືເວັສແບັງ ແລະ ກາຊາ
ໄດ້ປະທະກັບກອງກຳລັງ ອິສຣາແອລ ໃນວັນອັງຄານວານນີ້ ໃນຂະນະທີ່ເຂົາເຈົ້າໄດ້
ປະທ້ວງ ໂຄງການເສດຖະກິດ ທີ່ໄດ້ເລີ່ມຂຶ້ນໂດຍທຳນຽບຂາວ ໃນວັນອັງຄານວານນີ້
ທີ່ກອງປະຊຸມຢູ່ນະຄອນຫຼວງ ມານາມາ ປະເທດ ບາຫ໌ເຣນ.
ຂໍ້ສະເໜີ “ສັນຕິພາບສູ່ຄວາມຈະເລີນຮັ່ງມີ” ມູນຄ່າຫຼາຍພັນລ້ານໂດລາ ເພື່ອສົ່ງເສີມ
ເສດຖະກິດຂອງ ປາແລັສໄຕນ໌ ແລະ ບັນດາປະເທດ ອາຣັບ ທີ່ຢູ່ໃກ້ຄຽງ ແມ່ນພາກ
ສ່ວນນຶ່ງຂອງແຜນການສັນຕິພາບ ໃນພາກພື້ນຕາເວັນອອກກາງ ທີ່ໄດ້ປະກາດໂດຍ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນວ່າ ເປັນ “ຂໍ້ຕົກລົງແຫ່ງສັດຕະວັດ,”
ແລະ ໄດ້ນຳພາໂດຍລູກເຂີຍຂອງທ່ານ ແລະ ທີ່ປຶກສາຂອງ ທຳນຽບຂາວ, ທ່ານ ຈາ
ເຣັດ ຄຸສເນີ.
ແຜນການດັ່ງກ່າວ, ທີ່ໄດ້ປະກາດຢູ່ເວັບໄຊ້ຂອງທຳນຽບຂາວ ໃນທ້າຍອາທິດທີ່ຜ່ານ
ມາ, ຖືກຂະໜານນາມວ່າເປັນ “ຄວາມພະຍາຍາມສາມກົນ ທີ່ມີຄວາມທະເຍີທະຍານ
ແລະ ຮອບຄອບທີ່ສຸດ ສຳລັບປະຊາຊົນ ປາແລັສໄຕນ໌ ໃນປັດຈຸບັນນີ້.”
ທ່ານ ຄຸສເນີ ໄດ້ກ່າວໃນຄຳປາໄສເປີດພິທີ ຢູ່ກອງປະຊຸມ ມານາມາ ວ່າ “ຂໍ້ຄວາມໂດຍ
ກົງຂອງຂ້າພະເຈົ້າຕໍ່ປະຊາຊົນ ປາແລັສໄຕນ໌ ກໍແມ່ນວ່າ ເຖິງແມ່ນຈະມີສິ່ງທີ່ຜູ້ທີ່ໄດ້
ເຮັດໃຫ້ເຈົ້າຜິດຫວັງໃນອະດີດ ໄດ້ບອກເຈົ້າ, ປະທານາທິບໍດີ ທຣຳ ແລະ ອາເມຣິກາ
ແມ່ນຍັງບໍ່ໄດ້ຍອມແພ້ກັບເຈົ້າເທື່ອ.”
ໃນການສຳພາດເມື່ອບໍ່ດົນມານີ້, ທ່ານ ຄຸສເນີ ໄດ້ກ່າວວ່າ ແຜນການດັ່ງກ່າວ “ຈະສ້າງ
ວຽກງານຫຼາຍລ້ານຕຳແໜ່ງໃນເຂດ ເວັສແບັງ ແລະ ກາຊາ.” ທ່ານໄດ້ກ່າວເພີ່ມເຕີມ
ວ່າ ຖ້າໄດ້ປະຕິບັດຢ່າງຖືກຕ້ອງ, “ມັນຈະຫຼຸດອັດຕາການຫວ່າງງານຂອງເຂົາເຈົ້າລົງ
ຈາກປະມານ 30 ເປີເຊັນເປັນຕ່ຳກວ່າສິບເປີເຊັນ.. ແລະ ຫຼຸດຜ່ອນຄວາມທຸກຍາກຂອງ
ເຂົາເຈົ້າລົງເຖິງເຄິ່ງນຶ່ງ.”
ພາຍໃຕ້ໂຄງການດັ່ງກ່າວ, ບັນດາປະເທດຜູ້ບໍລິຈາກ ແລະ ບັນດານັກລົງທຶນ ແມ່ນໄດ້
ຮັບເຊີນເພື່ອປະກອບສ່ວນປະມານ 50 ພັນລ້ານໂດລາໃນຂົງເຂດດັ່ງກ່າວ, ເຊິ່ງ 28
ພັນລ້ານຈະຖືກແບ່ງໄປເຂດ ເວັສແບັງ ແລະ ກາຊາ ທີ່ຄວບຄຸມໂດຍ ອິສຣາແອລ. ປະ
ມານເຈັດພັນຫ້າຮ້ອຍລ້ານຈະໃຫ້ປະເທດ ຈໍແດັນ, 9 ພັນລ້ານໃຫ້ ອີຈິບ ແລະ 6 ພັນ
ລ້ານໃຫ້ ເລບານອນ.
ເງິນທຶນ ທີ່ຖືກສະເໜີນັ້ນ ສ່ວນໃຫຍ່ຈະມາຈາກບັນດາປະເທດເຂດອ່າວເປີເຊຍ ຜ່ານ
ແຫຼ່ງເງິນຊ່ວຍເຫຼືອ ແລະ ການສະໜອງທຶນຂອງເອກະຊົນ. ທ່ານ ຄຸສເນີ ບໍ່ໄດ້ຢືນຢັນ
ວ່າ ສະຫະລັດ ຈະສະໜອງເງິນທຶນຫຼືບໍ່, ມີແຕ່ເວົ້າວ່າ ທ່ານ ທຣຳ “ໄດ້ສົນໃຈໃນການ
ຊອກຫາໂອກາດຕ່າງໆ” ແຕ່ “ຖ້າມັນມີຂໍ້ຕົກລົງນຳກັນເທົ່ານັ້ນ.”
ໃນການຕອບຄຳຖາມຂອງ ວີໂອເອ, ໃນວັນອັງຄານວານນີ້ ທ່ານ ທຣຳ ໄດ້ກ່າວເນັ້ນ
ເຖິງຄວາມຈຳເປັນ ສຳລັບຄວາມຈະເລີນຮັ່ງມີຂອງຊາວ ປາແລັນໄຕນ໌.