ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະ​ນັກ​ງານສັນ​ຍາ​ຈ້າງ ສະ​ຫະ​ລັດ ຖືກ​ຂ້າ​ຕາຍ​ຢູ່​ຖານ​ທັບ ຊີ​ເຣຍ, ສະ​ຫະ​ລັດ ຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ ຄ້າຍ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຊ້າຍ, ຟັງ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ ມາກ ມິ​ລ​ລີ ກ່າວ​ໃນ​ລະ​ຫວ່າງກອ​ງ​ປະ​ຊຸມ​ລາຍ​ງານຢູ່​ທຳ​ນຽບ​ຫ້າ​ແຈ, 15 ມີ​ນາ 2023.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຊ້າຍ, ຟັງ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ ມາກ ມິ​ລ​ລີ ກ່າວ​ໃນ​ລະ​ຫວ່າງກອ​ງ​ປະ​ຊຸມ​ລາຍ​ງານຢູ່​ທຳ​ນຽບ​ຫ້າ​ແຈ, 15 ມີ​ນາ 2023.

ກອງ​ທັບ ສະ​ຫະ​ລັດ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ “ການ​ໂຈມ​ຕີ​ທີ່​ແມ້ນ​ຢຳ” ຫຼາຍ​ຄັ້ງ ​ໃສ່​ເປົ້າ​ໝາຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ຊີ​ເຣຍ ໃນ​ການ​ຕອ​ບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ເມື່ອ​ວັນ​ພະ​ຫັດ​ວານນີ້ ທີ່​ໄດ້​ສັງ​ຫານ​ພະ​ນັກ​ງານ​ສັນ​ຍາ​ຈ້າງ ສະ​ຫະ​ລັດ ຄົນ​ນຶ່ງ.

ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ວ່າ​ສັນ​ຍາ​ຈ້າງ​ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ພ​ະ​ຫັດ​ວານນີ້​ຢູ່​ຖານ​ທັບ​ແນວ​ໂຮມ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ປະ​ເທດ ຊີ​ເຣຍ ໃນບິນ​ໂຈມ​ຕີ​ຖ້ຽວ​ດຽວຂອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ທີ່​ປະ​ຊາ​ຄົມ​ສືບ​ລັບ​ໄດ້​ປະ​ເມີນ​ວ່າ​ “ມີ​ຕົ້​ນ​ກຳ​ເນີດ​ມາ​ຈາກ ອີ​ຣ່ານ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ຕອບ​ໂຕ້​ຂອງ ສະ​ຫະ​ລັດ ດ້ວຍ” ການ​ໂຈມ​ຕີ​ທີ່​ໄດ້​ສັດ​ສ່ວນ ແລະ ຮອບ​ຄອບ” ເມື່ອ​ວັນ​ພະ​ຫັດ​ວານນີ້​ໃນ ຊີ​ເຣຍ ຕໍ່​ສະ​ຖານ​ທີ່​ຕ່າງໆ​ທີ່​ຖືກ​ໃຊ້​ໂດຍ​ກຸ່ມ​ທີ່​ເປັນ​ສະ​ມາ​ຊິກ​ກັບ​ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດອິ​ສ​ລາມ​ຂອງ ອີ​ຣ່ານ.

ທ່ານ ອ​ອ​ສ​ຕິນ ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ຕ່າງໆ​ແມ່ນ​ຖືກ​ດຳ​ເນີນ​ຂຶ້ນ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງມື້ນີ້ ພ້ອມ​ກັບ​ການ​ໂຈມ​ຕີຫຼາຍ​ຄັ້ງ​ເມື່ອບໍ່​ດົນ​ມານີ້​ໃສ່​ກອງ​ກຳ​ລັງ​ແນວ​ໂຮມ​ໃນ ຊີ​ເຣຍ ໂດຍ​ກຸ່ມ​ຕ່າງໆ​ທີ່​ເປັນ​ສະ​ມາ​ຊິກ​ກັບ​ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ ອີ​ຣ່ານ.”

ທ່ານ​ກ່າວ​ຕື່ມ​ວ່າ “ບໍ່​ມີ​ກຸ່ມ​ໃດ​ຈະ​ໂຈມ​ຕີ​ກອງ​ທະ​ຫານ​ຂອງ​ພວກ​ເຮົາ​ໂດຍ​ບໍ່​ຕ້ອງ​ຖືກ​ລົງ​ໂທດ.”

ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄດ້​ໂຈມ​ຕີ​ສະ​ຖານ​ທີ່ບຳ​ລຸງ​ຮັກ​ສາຢູ່​ຖານ​ທັບ​ແຫ່ງ​ນຶ່ງ​ໃນ​ເມືອງ ຮາ​ຊາ​ກາ ປະ​ເທດ ຊີ​ເຣຍ ເວ​ລາບ່າຍ ນຶ່ງ​ໂມງ​ສາມ​ສິບ​ແປດ​ນາ​ທີ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ, ອີງ​ຕາມ​ທຳ​ນຽບ​ຫ້າ​ແຈ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG