ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສືບຕໍ່ ນຳໜ້າໝູ່ ໃນການ ສົ່ງອອກ ອາວຸດ ໃນທົ່ວໂລກ


ທະຫານເຮືອ ສະຫະລັດ ແອບຍິງປືນ M-16 ຢູ່ເທິງກ່ຳປັ່ນ USS Arleigh Burke.
ທະຫານເຮືອ ສະຫະລັດ ແອບຍິງປືນ M-16 ຢູ່ເທິງກ່ຳປັ່ນ USS Arleigh Burke.

ສະຫະລັດ ສືບຕໍ່ເປັນຜູ້ຄອງຕຳແໜ່ງຜູ້ສົ່ງອອກ ອາວຸດລາຍໃຫຍ່ທີ່ສຸດ ຂອງ ໂລກ, ໂດຍການຈຳໜ່າຍອາວຸດມູນຄ່າເຖິງ 23 ຕື້ໂດລາ ໃຫ້ປະເທດອື່ນໆ ໃນປີທີ່ຜ່ານມາ. ໂດຍສະເພາະເຂດຕາເວັນອອກກາງ ອີງຕາມ ບົດລາຍງານ ສະບັບໃໝ່ໂດຍແຫຼ່ງຂ່າວ ກ່ຽວກັບ ຂໍ້ມູນດັ່ງກ່າວທີ່ເປັນຊັ້ນນຳຂອງໂລກ.

ບໍລິສັດທີ່ປຶກສາ HIS Jane’s ທີ່ເປີດເຜີຍບົດລາຍງານ ການຄ້າອາວຸດໃນ ທົ່ວໂລກ ຂອງພວກເຂົາເຈົ້າໃນວັນອາທິດວານນີ້, ສະແດງໃຫ້ເຫັນວ່າຕະຫຼາດ ອາວຸດໄດ້ ຂະຫຍາຍຕົວອອກ 6.6 ຕື້ໂດລາໃນປີ 2015 ລວມຍອດທັງໝົດ 65 ຕື້ໂດລາ. ສະຫະລັດ ສົ່ງອອກ ເກືອບ 23 ລ້ານໂດລາ ເປັນການຂະ ຫຍາຍຕົວ 10 ຕື້ໂດລາ ນັບຕັ້ງແຕ່ການລາຍງານໃນປີ 2009 ເປັນຕົ້ນມາ.

ທ່ານ Ben Moores ນັກວິເຄາະອາວຸໂສທີ່ບໍລິສັດ HIS ກ່າວວ່າ “ຕະຫຼາດ ການຄ້າອາວຸດໂລກ ບໍ່ເຄີຍເຫັນການຂະຫຍາຍຕົວ ທີ່ໃຫຍ່ດັ່ງກັບອັນ ທີ່ ພວກເຮົາໄດ້ເຫັນໃນລະຫວ່າງປີ 2014 ຫາ 2015 ນີ້ມາກ່ອນ. ປີ 2015 ເປັນປີຂອງການ ທຳລາຍສະຖິຕິ.”

ການຂາຍອາວຸດຂອງ ຝຣັ່ງ ໄດ້ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າໃນປີ 2015 ທຽບ ໃສ່ປີທີ່ຜ່ານມາ, ເຊິ່ງເພີ່ມຂຶ້ນຈາກ 8 ຕື້ໂດລາເປັນ 18 ຕື້ໂດລາ. ຖ້າອັດຕາ ສະເລ່ຍສືບຕໍ່ເພີ່ມຂຶ້ນ, ບົດລາຍງານກ່າວວ່າ ຝຣັ່ງ ຈະແຊງໜ້າ ຣັດເຊຍ ເປັນຜູ້ສົ່ງອອກ ອາວຸດລາຍໃຫຍ່ ເປັນອັນດັບ 2 ໃນປີ 2018.

ການຂະຫຍາຍຕົວຂອງການຂາຍອາວຸດທົ່ວໂລກໃນປີທີ່ຜ່ານມາ ໄດ້ຖືກກະຕຸ້ນ ໂດຍຄວາມຮຽກຮ້ອງຕ້ອງການຈາກປະເທດຕ່າງໆໃນເຂດຕາເວັນອອກກາງ, ເຊິ່ງໄດ້ຄອບງຳລາຍຊື່ສູງ ແລະ ໄດ້ຮັບການຈັດສົ່ງອຸປະກອນມີມູນຄ່າປະມານ 21.6 ຕື້ໂດລາ, ລວມທັງ 8.8 ຕື້ໂດລາຈາກ ສະຫະລັດ.

ປະເທດ ຊາອູດີ ອາເຣເບຍ ແລະ ສະຫະລາດຊະອານາຈັກອາຣັບ ເອມີເຣດສ໌ ຜູ້ດຽວໄດ້ຊື້ອາວຸດຫຼາຍກວ່າເຄິ່ງໜຶ່ງໃນເຂດຕາເວັນອອກກາງ ປະມານ 17.5 ເປີເຊັນຂອງການນຳເຂົ້າອາວຸດໃນທົ່ວໂລກມູນຄ່າ 11.4 ຕື້ໂດລາ. ນັ້ນແມ່ນ ການເພີ່ມຂຶ້ນເກືອບ 3 ຕື້ໂດລາຈາກປີ 2014.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG