ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ສືບຕໍ່ໂຈມຕີ ພວກຫົວຮຸນແຮງ ແລະ ຊ່ອຍເຫຼືອພວກອົບພະຍົບ ໃນອີຣັກ (ວີດີໂອ/ສະໄລດ໌)


ພວກອົບພະຍົບອີຣັກ ຈາກປະຊາຄົມ Yazidi ພາກັນຕັ້ງຫຼັກ ຢູ່ນອກຄ້າຍ Bajid Kandala ທີ່ ເມືອງ Feeshkhabour ໃກ້ກັບຊາຍແດນຊີເຣຍ-ອີຣັກ, ວັນທີ 9 ສິງຫາ 2014
ພວກອົບພະຍົບອີຣັກ ຈາກປະຊາຄົມ Yazidi ພາກັນຕັ້ງຫຼັກ ຢູ່ນອກຄ້າຍ Bajid Kandala ທີ່ ເມືອງ Feeshkhabour ໃກ້ກັບຊາຍແດນຊີເຣຍ-ອີຣັກ, ວັນທີ 9 ສິງຫາ 2014

ກອງທັບ​ສະຫະລັດ ສືບ​ຕໍ່​ຖິ້ມ​ສະບຽງຊ່ອຍ​ເຫຼືອ​ດ້ານ​ມະນຸດສະ
ທຳໃຫ້ພວກ​ອົບ​ພະຍົບທີ່​ຕົກ​ຄ້າງ ​ຢູ່​ຕາມ​ພູ​ຕ່າງໆ​ໃນ​ພາກ​ເໜືອ
​ຂອງ​ອີຣັກຫ່າງ​ຈາກເມືອງຫຼວງ Irbil ຂອງ​ເຂດປົກຄອງ​ຕົນ​ເອງ
Kurdistan ຂອງຊາວ Kurds ປະມານ 200 ຫຼັກກິ​ໂລ​ແມັດ.

ການ​ຖິ້ມ​ສະບຽງ​ຊ່ອຍ​ເຫຼືອ 3 ຄັ້ງ ​ໄດ້ນຳ​ສົ່ງອາຫານຂອງ​ທະຫາ
ນ​ຫຼາຍ​ກວ່າ 52 ພັນ​ຊຸດ ​ແລະ​ນ້ຳ​ດື່ມ​ຫຼາຍ​ກວ່າ 10 ພັນ 600 ​
gallons ​ໃຫ້ແກ່​ພວກອົບ​ພະຍົບຊາວຄຣິສຕຽນ ຊາວ Yazidis
​ແລະ​ກຸ່ມສາສະໜາ​ນ້ອຍ​ອື່ນໆ ​ທີ່​ພາກັນ​ຫລົບໜີ​ໄປ​ອາ​ໄສ​ຢູ່ໃນ
​ເຂດ​ພູ​ເຂົາ ຍ້ອນ​ຢ້ານ​ກົວ​ຄວາມ​ຮຸນແຮງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້
ຈາກ​ພວກ​ນັກ​ຕໍ່ສູ້ຂອງ​ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ​ ທີ່​ກຳລັງ​ບຸກ​ຄືບ​ໜ້າ​ໄປ​ນັ້ນ.

ກອງທັບ​ສະຫະລັດ ກ່າວ​ວ່າ ຕົນ​ຍັງໄດ້​ທຳການ​ໂຈມ​ຕີ​ທາງ​ອາກາດ​ຕື່ມອີກ 4 ຄັ້ງ ​ໃສ່​ພວກລັດອິສລາມ​ ທີ່​ໄດ້​ຍິງ​ປືນ​ໃສ່ພວກ​ພົນລະ​ເຮືອນ​ ໃນ​ພາກ​ເໜືອ​ຂອງ​ອີຣັກນັ້ນ.

ກອງບັນຊາ​ການພາກ​ກາງຂອງສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ເສົາ
ວານ​ນີ້​ ໄດ້​ໃຊ້​ພວກ​ເຮືອບິນ​ລົບ​ໄອ​ພົນ ​ແລະ​ເຮືອ ບິນ​ບໍ່ມີ​ຄົນ​ຂັບ ​ຫຼືຍົນ drones ແລະ​ໄດ້
ໂຈມ​ຕີລົດ​ຫຸ້ມ​ເກາະ​ຫລາຍ​ຄັນ ກັບ​ລົດ​ບັນທຸກ​ຄັນ​ນຶ່ງ ​ຢູ່ໃກ້ໆ​ກັບ​ເມືອງ Sinjar ​ແລະ​ວ່າ
ການ​ໂຈມ​ຕີ ໄດ້​ເປັນ​ຜົນສຳ​ເລັດ.

ວີດີໂອ ກ່ຽວກັບພວກອົບພະຍົບ ໃນອີຣັກ:

Religious Minorities Find Sanctuary in Kurdistan
please wait

No media source currently available

0:00 0:02:52 0:00

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ​ມີ“ຄວາມ​ເປັນ​ຫ່ວງ​
ຢ່າງ​ເລິກ​ເຊິ່ງ”
ກ່ຽວ​ກັບ​ສະຖານະ​ການ​ດ້ານ​ມະນຸດສະ ທຳ​ແລະ​ຄວາມ​ປອດ​ໄພ​ ທີ່​ກຳ
ລັງ​ຜັນ​ຂະຫຍາຍ​ອອກໃນ​ອີຣັກນັ້ນ​. ຫົວໜ້າ​ສະຫະ​ປະຊາ​ຊາດ ​ຮຽກຮ້ອງ​ໃຫ້​ມີການ​ໃຊ້ “​ເຫດຜົນ​ແລະຄວາມ​ຮອບ​ຄອບ” ເປັນ​ຫລັກ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ຜູ້ນຳ​ອີຣັກໝົດ​ສູ່​
ຄົນ “ປະກອບຄະນະ​ລັດຖະບານ​ທີ່​ມີ​ພື້ນຖານ​ກວ້າງຂວາງ ທີ່​ເປັນ​ທີ່ຮັບ​ເອົາ​ໄດ້ ​
ຈາກ​ໝົດ​ທຸກ​ຝ່າຍ​ຂອງ​ສັງຄົມ​ອີຣັກນັ້ນ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ການ​ໂຈມ
​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ທີ່​ອີຣັກ ​ໄດ້​ທຳລາຍ​ພວກ​ອາວຸດ​ແລະ​ອຸບປະກອນ​ຢ່າງ​
ສຳ​ເລັດ​ຜົນ ທີ່​ພວກ​ຫົວ​ຮຸນ​ແຮງ​ ລັດ​ອິສລາມ ອາດ​ໄດ້ນຳ​ເອົາ​ໄປ​ໃຊ້ໂຈມ​ຕີເມືອງ Irbil
ໄດ້ນັ້ນ ແລະ​ກ່າວ​ຕໍ່​ໄປ​ວ່າ ບັນຫາ​ທີ່​ພວກ​ກຸ່ມ​ດັ່ງກ່າວກໍ່​ຂຶ້ນ​ມາ ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໄດ້
ພາຍ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ອາທິດ ​ແລະ​ວ່າ ມັນ​ຈະ​ໃຊ້​ເວລາອີກ​ດົນ​ເຕີບ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ບັນດາ​ຜູ້ນຳ​ປະ​ເທດ​ອັງກິດ​ແລະ​ຝຣັ່ງ ​ກໍໄດ້​ຕົກລົງທີ່​ຈະ​ຮ່ວມ​ກັບ​ສະຫະລັດ ​ໃນ​ການສະໜອງການ​ຊ່ອຍ​ເຫຼືອ​ແກ່​ພວກ​ອົບ​ພະຍົບເຫຼົ່ານັ້ນ.

iraq10august14
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG