ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສືບຕໍ່ໃຫ້ທຶນ ເກັບກູ້ລະເບີດ ບໍ່ທັນແຕກ ຢູ່ ຊຽງຂວາງ


ທ່ານພູຂຽວ ຈັນທະສົມບູນ ຫົວໜ້າ ຄຊກລ​ ແລກປ່ຽນ ເອກກະສານ ກັບທ່ານນາງ Blossom Gilmour ຫົວໜ້າ​ ອົງການເກັບກູ້ລະເບິດ MAG ປະຈຳ ສປປ ລາວ ຫຼັງຈາກ​ ເຊັນບົດບັນທຶກຄວາມເຂົ້າໃຈ.
ທ່ານພູຂຽວ ຈັນທະສົມບູນ ຫົວໜ້າ ຄຊກລ​ ແລກປ່ຽນ ເອກກະສານ ກັບທ່ານນາງ Blossom Gilmour ຫົວໜ້າ​ ອົງການເກັບກູ້ລະເບິດ MAG ປະຈຳ ສປປ ລາວ ຫຼັງຈາກ​ ເຊັນບົດບັນທຶກຄວາມເຂົ້າໃຈ.

ສະຫະລັດ ສືບຕໍ່ໃຫ້ທຶນສະໜັບສະໜູນ ໃນການປະຕິບັດງານເກັບກູ້ລະເບີດທີ່ບໍ່ທັນ
ແຕກ ຢູ່ທີ່ແຂວງຊຽງຂວາງ​ ອີງຕາມຖະແຫຼງຂ່າວ ຂອງທາງສະຖານທູດສະຫະລັດ.

ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານນາງ Rena Bitter ໃນວັນ ສຸກອາທິດແລ້ວນີ້ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໃນພິທີເຊັນບົດບັນທຶກຄວາມ
ເຂົ້າໃຈລະຫວ່າງທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຄະນະຄຸ້ມຄອງແຫ່ງຊາດ ເພື່ອ
ການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ທີ່ເອີ້ນຫຍໍ້ວ່າ ຄຊກລ ແລະທ່ານນາງ Blossum Gilmour ຫົວຫນ້າອົງ ການ​ເກັບ​ກູ້​ລະ​ເບີດ MAG ປະ​ຈໍາ
ສປປ ລາວ. ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງການ ຄຊກລ ຢູ່ນະຄອນຫລວງວຽງຈັນ ເຊິ່ງມີຜູ້
ຕາງໜ້າເຂົ້າຮ່ວມ ຈາກກະຊວງການຕ່າງປະເທດ ກະຊວງແຮງງານ ແລະສະຫວັດດີ
ການສັງຄົມ ພ້ອມທັງອຳນາດການປົກຄອງທ້ອງຖິ່ນຂອງແຂວງຊຽງຂວາງ ກໍ່ໄດ້ເຂົ້າ
ຮ່ວມ ໃນພິທີເຊັນບົດບັນ ທຶກດັ່ງກ່າວ.

ລັດຖະບານສະຫະລັດ ໄດ້ມອບທຶນການຊ່ວຍເຫຼືອແກ່ ອົງການ​ເກັບ​ກູ້​ລະ​ເບີດ MAG
ປະ​ຈໍາ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການສຳຫຼວດ ແລະການເກັບກູ້ລະເບີດບໍ່ທັນ
ແຕກໃນສາມຕົວເມືອງເປົ້າໝາຍທີ່ແຂວງຊຽງຂວາງ.

ທຶນດັ່ງກ່າວຈະຖືກໃຊ້ເຂົ້າໃນການສໍາຫຼວດ ທີ່ບໍ່ເປັນວິຊາການ ເຊິ່ງກວມເອົາ 94 ໝູ່
ບ້ານ ແລະການສໍາຫຼວດທາງດ້ານວິຊາການ ເຊິ່ງກວມເອົາເນື້ອທີ່ປະມານ 46,860,
000 ຕາແມັດ. ທຶນດັ່ງກ່າວຍັງຈະໄດ້ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກ ໃນເນື້ອທີ່ຫຼາຍກວ່າ 3,408,000 ຕາແມັດ ໃນເຂດເມືອງໜອງແຮດ ເມືອງຄູນ ແລະ
ເມືອງ ຜາໄຊ.

ທ່ານເອກອັກຄະລັດຖະທູດ Rena Bitter ໄດ້ກ່າວໃນພິທີເຊັນສັນຍາວ່າ ການມອບ
ທຶນຊ່ວຍເຫຼືອນີ້ ແມ່ນເປັນການປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ. ນີ້ບໍ່
ແມ່ນພຽງແຕ່ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ປະຊາຊົນ ໃນຊຸມຊົນທີ່ຫ່າງໄກ
ສອກຫຼີກເທົ່ານັ້ນແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດໃນ
ເຂດຫ່າງໄກສອກຫຼີກຢູ່ ສປປ ລາວ.

ທ່ານເອກອັກຄະລັດຖະທູດຍັງກ່າວອີກວ່າ ແຂວງຊຽງຂວາງ ເປັນແຂວງໜຶ່ງ ທີ່ໄດ້ຮັບ
ຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ ແລະປະຊາຊົນອາເມຣິກັນມີຄວາມພາກພູມໃຈ
ໃນການ ໃຫ້ການສະໜັບສະໜູນ ຄຊກລ ໃນການເຮັດວຽກຮ່ວມກັບ ອົງການເກັບກູ້ລະ
ເບີດ MAG ໃນການສ້າງສາການພັດທະນາ.

XS
SM
MD
LG