ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສືບຕໍ່ໃຊ້ການພົວພັນການທູດ ເພື່ອຮັບປະກັນ ຄວາມປອດໄພ ຂອງທຸກຄົນ ທີ່ຈະໄປສະໜາມບິນກາບູລ


ຕຶກອາຄານຂອງກະຊວງການຕ່າງປະເທດສະຫະລັດທີ່ນະຄອນຫລວງວໍຊິງຕັນ
ຕຶກອາຄານຂອງກະຊວງການຕ່າງປະເທດສະຫະລັດທີ່ນະຄອນຫລວງວໍຊິງຕັນ

ສະຫະລັດກ່າວວ່າ ຕົນໄດ້ພົວພັນໂດຍກົງກັບພວກຕາລີບານ ເພື່ອຮັບປະກັນການເດີນທາງທີ່ປອດໄພສຳລັບ “ທຸກຄົນ” ທີ່ພະຍາຍາມໄປຫາສະໜາມບິນການບູລ.

ສະຫະລັດຍັງໄດ້ຕິດຕໍ່ໄປຫາຫຼາຍສິບປະເທດອີກ ເພື່ອໃຫ້ຮັບເອົາຂອງຊາວອັຟການິສຖານທີ່ມີຄວາມສ່ຽງໃນຂະນະທີ່ເລັ່ງການຍົກຍ້າຍພົນລະເມືອງອາເມຣິກັນ, ນັກການທູດ ແລະຜູ້ຂໍລີ້ໄພຊາວອັຟການິສຖານອອກໄປ.

"ທີມງານຂອງພວກເຮົາຢູ່ໃນໂດຮາແລະຄູ່ພາຄີທາງທະຫານຂອງພວກເຮົາຢູ່ໃນພາກພື້ນດິນ ໃນນະຄອນຫຼວງກາບູລ ກໍາລັງພົວພັນໂດຍກົງ ກັບກຸ່ມຕາລີບານເພື່ອໃຫ້ຮູ້ຈະແຈ້ງວ່າ ພວກເຮົາຄາດຫວັງວ່າ ເຂົາເຈົ້າຈະອະນຸຍາດໃຫ້ ພົນລະ ເມືອງອາເມຣິກັນທັງໝົດ, ຄົນສັນຊາດຂອງປະເທດທີສາມທຸກຄົນ ແລະຊາວ ອັຟການິສຖານທຸກຄົນທີ່ມີຄວາມປາດຖະໜາຢາກໜີອອກຈາກປະເທດໄປ ແມ່ນໃຫ້ໄປໄດ້ຢ່າງປອດໄພ ແລະບໍ່ມີການກໍ່ກວນຮາວີແຕ່ຢ່າງໃດ,” ນັ້ນຄືຄໍາເວົ້າຂອງຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງເວັນດີ ເຊີແມນ (Wendy Sherman).

ທ່ານນາງໄດ້ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ໃນວັນພຸດວານນີ້ ທ່າມກາງການລາຍງານຂ່າວທີ່ເວົ້າວ່າ ກຸ່ມຕາລີບານໄດ້ຂັດຂວາງຊາວອັຟການິສຖານບໍ່ໃຫ້ໄປຫາສະໜາມບິນກາບູລໄດ້. ໃນເວລາປະມານວ່າພ້ອມກັນນັ້ນ, ສະຖານເອກອັກຄະລັດຖະທູດສະຫະລັດ ໃນອັຟການິສຖານ ກໍໄດ້ອອກຄຳເຕືອນດ້ານຄວາມປອດໄພວ່າຕົນ "ບໍ່ສາມາດຮັບປະກັນການເດີນທາງທີ່ປອດໄພ" ໄປຍັງສະໜາມບິນກາບູລໄດ້.

ມາຮອດຕອນແລງວັນພຸດວານນີ້, ປະຊາຊົນເກືອບ 6,000 ຄົນໄດ້ຖືກຍົກຍ້າຍອອກໜີນັບຕັ້ງແຕ່ລັດຖະບານອັຟການິສຖານພັງທະລາຍລົງ, ອີງຕາມເຈົ້າໜ້າທີ່ທຳນຽບຂາວ.

ຜູ້ຍື່ນຂໍວີຊາເຂົ້າເມືອງພິເສດ ຂອງຊາວອັຟການິສຖານສອງພັນຄົນ ໄດ້ຖືກຍົກ ຍ້າຍມາຢູ່ສະຫະລັດ ໃນອາທິດທີ່ຜ່ານມາ, ອີງຕາມກະຊວງການຕ່າງປະເທດ.

ໃນການໃຫ້ສຳພາດກັບນັກຂ່າວ ABC ຈອຣ໌ຈ ສເຕັຟຟານະປູໂລສ (George Stephanopoulos) ໃນວັນພຸດວານນີ້, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນກ່າວວ່າ ທະຫານສະຫະລັດ ຈະຢູ່ໃນອັຟການິສຖານຈົນກວ່າຈະມີການຍົກຍ້າຍຊາວອາເມຣິກັນທັງໝົດອອກມາ ເຖິງແມ່ນວ່າມັນຈະກາຍກຳນົດເສັ້ນຕາຍ ໃນວັນທີ 31 ສິງຫານີ້ກໍຕາມ.

"ຖ້າມີພົນລະເມືອງອາເມຣິກັນຍັງເຫຼືອຢູ່, ພວກເຮົາຈະຢູ່ທີ່ນັ້ນຈົນກວ່າພວກເຮົາຈະເອົາພວກເຂົາເຈົ້າ ອອກມາໝົດ," ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ທີ່ກ່າວຕໍ່ ອົງການຂ່າວ ABC News.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG