ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ສືບຕໍ່ ການໂຈມຕີ ທາງອາກາດ ຕໍ່ກຸ່ມ ຫົວຮຸນແຮງ ລັດອິສລາມ


ຊາວຊີເຣຍກຳລັງກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດຂອງແນວໂຮມ ພາຍໃຕ້ການນຳພາສະຫະລັດ ຕໍ່ກອງບັນຊາການ ກຸ່ມ al-Nusra ປະມານ 20 ກິໂລແມັດ ຢູ່ທາງເໜືອເມືອງ Aleppo (25 ກັນຍາ 2014)
ຊາວຊີເຣຍກຳລັງກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດຂອງແນວໂຮມ ພາຍໃຕ້ການນຳພາສະຫະລັດ ຕໍ່ກອງບັນຊາການ ກຸ່ມ al-Nusra ປະມານ 20 ກິໂລແມັດ ຢູ່ທາງເໜືອເມືອງ Aleppo (25 ກັນຍາ 2014)

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ການໂຈມຕີທາງ
ອາກາດທີ່ມີທ່າທາງວ່າ ຢູ່ພາຍໃຕ້ການນຳພາຂອງກຳລັງສະ
ຫະລັດ ໄດ້ມີຕໍ່ເປົ້າໝາຍຕ່າງໆ ຂອງກຸ່ມລັດອິສລາມ ຢູ່ໃນຊີ
ເຣຍ ໃນວັນເສົາມື້ນີ້.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດ
ອັງກິດກ່າວວ່າ ເຮືອບິນລົບຂອງແນວໂຮມ ໄດ້ທຳການໂຈມ
ຕີ ຢູ່ແຂວງ Aleppo ໃນບໍລິເວນໃກ້ໆມະຫາວິທະຍາໄລ al-
Etihad ແລະກອງບັນຊາການແຫ່ງນຶ່ງຂອງກຸ່ມລັດອິສລາມ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍກ່າວວ່າ ໄດ້ຍິນສຽງລະເບີດ
ຂະໜາດແຮງດັງຂຶ້ນ 31 ເທື່ອ ທີ່ແຂວງ Raqqa ຊຶ່ງເປັນທີ່ໝັ້ນໃຫຍ່ຂອງພວກກະບົດລັດ
ອິສລາມ ແລະມີລາຍງານກ່ຽວກັບຜູ້ບາດເຈັບລົ້ມຕາຍຈຳນວນນຶ່ງ.

ກຸ່ມສິ້ງຊອມສິດທິມະນຸດດັ່ງກ່າວລາຍງານວ່າ ນອກນັ້ນເຮືອບິນລົບຍັງໄດ້ໂຈມຕີບໍລິເວນ ທະເລຊາຍທາງກ້ຳຕາເວັນອອກຂອງເມືອງ Palmyra ຢູ່ແຂວງ Homs ໃນວັນເສົາມື້ນີ້.

ເຮືອບິນລົບຂອງສະຫະລັດ ເຮືອບິນບໍ່ມີຄົນຂັບ ແລະເຮືອບິນອື່ນໆ ຍັງພາກັນໂຈມຕີເປົ້າ ໝາຍຂອງກຸ່ມລັດອິສລາມ ຢູ່ໃນອີຣັກແລະຊີເຣຍ ໃນມື້ວັນສຸກວານນີ້.

ການໂຈມຕີດັ່ງກ່າວມີຂຶ້ນໃນມື້ດຽວກັນກັບທີ່ອັງກິດ ເດນມາກ ແລະແບລຢ້ຽມໄດ້ປະກາດ ວ່າພວກຕົນຈະເຂົ້າຮ່ວມການໂຈມຕີທາງອາກາດຕໍ່ກຸ່ມລັດອິສລາມຢູ່ໃນອີຣັກ ແຕ່ບໍ່ແມ່ນ ໃນຊີເຣຍ.

ISLAMIC STATE CNPK
please wait
Embed

No media source currently available

0:00 0:02:46 0:00

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ກ່າວໃນມື້ວັນສຸກ ວານນີ້ວ່າ ໃນຮອບອາທິດຜ່ານມານີ້ມີການໂຈມຕີທາງອາກາດຫຼາຍກວ່າ 200 ຖ້ຽວຢູ່ໃນ ອີຣັກ ແລະ 43 ຖ້ຽວຢູ່ໃນຊີເຣຍ.

ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ນາຍພົນ Dempsey Martin ກ່າວ ໃນມື້ວານນີ້ວ່າ ການປະຕິບັດງານທາງທະຫານ ແມ່ນຍຸດທະສາດອີຣັກກ່ອນອື່ນໝົດ ແຕ່ ບໍ່ແມ່ນຍຸດທະສາດແຕ່ອີຣັກຜູ້ດຽວເທົ່ານັ້ນ. ທ່ານເວົ້າວ່າ ການໂຈມຕີໃນຊີເຣຍ ແມ່ນສະ ແດງໃຫ້ເຫັນວ່າ ພວກນັກລົບຂອງກຸ່ມລັດອິສລາມ ຈະບໍ່ມີບ່ອນຫລົບລີ້.

British Lawmakers Vote to Join U.S.-Led Airstrikes on Islamic State
please wait

No media source currently available

0:00 0:02:57 0:00

XS
SM
MD
LG