ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບໍລິໂພກ ໃນສະຫະລັດ ພາກັນຈ່າຍເງິນ ເພີ້ມຂື້ນ


ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກກໍາລັງ​ມີ​ການ​ຕິດຕາມ​​ຢ່າງ​ໃກ້​ຊິດ ​ເພາະວ່າ ຄວາມຕ້ອງການຂອງຜູ້​ບໍລິ​ໂພ​ກ ​ແມ່ນ​ເປັນ​ແຮງຂັບ​ດັນ​ກິດຈະການເກືອບ​ທັງ​ໝົດ​ ໃນເສດຖະກິດສະຫະລັດ.
ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກກໍາລັງ​ມີ​ການ​ຕິດຕາມ​​ຢ່າງ​ໃກ້​ຊິດ ​ເພາະວ່າ ຄວາມຕ້ອງການຂອງຜູ້​ບໍລິ​ໂພ​ກ ​ແມ່ນ​ເປັນ​ແຮງຂັບ​ດັນ​ກິດຈະການເກືອບ​ທັງ​ໝົດ​ ໃນເສດຖະກິດສະຫະລັດ.
ການ​ໃຊ້​ຈ່າຍ​ຂອງບັນດາ​ຜູ້​ບໍລິ​ໂພ​ກ​ໃນສະຫະລັດ ​ໄດ້​ເພີ້​ມຂື້ນ
ສອງ​ສ່ວນ​ສິບຂອງ​ນຶ່ງ​ເປີ​ເຊັ​ນ ໃນ​ເດືອນ​ທັນວາຜ່ານ​ມາ​ ໃນ​ຂະ
ນະ​ທີ່​ລາຍ​ໄດ້ກໍ​ເພີ້ມສູງຂື້ນ. ນັກ​ເສດຖະສາດບາງ​ຄົນ​ກ່າວ​ວ່າ
ຂໍ້​ມູນ ຂອງກະຊວງ​ການ​ຄ້າສະຫະລັດ ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​
ວັນພະຫັດ​ວານ​ນີ້ ​ແມ່ນຖືກຕ້ອງ​ ກັບ​ລັກສະນະ​ ທີ່​ສະ​ແດງ​ໃຫ້​
ເຫັນ​ເຖິງການ​ຟື້ນ​ໂຕຄືນ ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ ຂອງ​ເສດ
ຖະກິດສະຫະລັດ.

ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກກໍາລັງ​ມີ​ການ​ຕິດຕາມຢ່າງ​ໃກ້​ສິດ ​
ເພາະວ່າ ຄວາມ​ຮຽກຮ້ອງ​ຕ້ອງການຂອງຜູ້​ບໍລິ​ໂພ​ກ​ແມ່ນ​ເປັນ
​ຜູ້​ຂັບ​ດັນ​ກິດຈະການ​ເກືອບ​ທັງ​ໝົດ​ຂອງເສດຖະກິດ ຂອງສະ
ຫະລັດ.

ຂໍ້​ມູນ​ກ່ຽວ​ກັບການ​ໃຊ້​ຈ່າຍທີ່​ດີ​ຂຶ້ນອາດ​ເປັນ​ຫລັກ​ຖານ​ມາ​ຈາກ​ລາຍ​ງານ​ກ່ອນ​ໜ້ານີ້ທີ່​ສະ​ແດງ​ໃຫ້​ເຫັນວ່າ ​ເສດຖະກິດສະຫະລັດຫົດ​ໂຕ​ລົງໜ້ອຍ​ນຶ່ງ​ໃນ​ລະຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານັ້ນ ​ເປັນການ​ຢຸດເຊົາ​ຊົ່ວ​ລະຍະ​ນຶ່ງ​ ກ່ອນ​ທີ່​ຈະ​ເລີ້ມມີ​ການ​ເຕີບ​ໂຕຂື້ນ​ຄືນ​ໃ​ໝ່​ໃນ​ລະດັບ​ປານ​ກາງ.

ລາຍ​ງານ​ອີກ​ສະບັບ​ນຶ່ງໄດ້​ສະ​ແດງ​ໃຫ້​ເຫັນວ່າ ຈໍານວນ​ຂອງ​ຊາວ​ອາ​ເມຣິກັນ ທີ່​ພາກັນ​ໄປ​ຂໍ​ເງິນ​ຫວ່າງ​ງານ​ໄດ້​ເພີ້ມຂື້ນ 38,000 ຄົນ​ເປັນ 368,000 ຄົນ ​ໃນ​ອາທິດ​ແລ້ວ​ນີ້.

ບັນດາ​ນັກ​ເສດຖະສາດກ່າວ​ວ່າ ການໂດ​ດ​ຂຶ້ນ​ໃນ​ການຂໍເງິນ​ຫວ່າງ​ງານ ໄດ້ມີ ຂຶ້ນລຸນ​ຫຼັງ​ສອງ​ສາມອາທິດທີ່​ມີ​ຕົວ​ເລກດີ​ຂື້ນແລະບາງທີ​ອາດ​ຈະ​ບໍ່​ມີ​ການປ່ຽນ ​ແປງ​ໃນອັດຕາ​ການ​ຫວ່າງ​ງານ​ ຊຶ່ງ​ຈະ​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ສຸກ​ມື້​ນີ້. ​ເປັນ​ທີ່​ຄາດກັຣ​ວ່າ ​ອັດຕາ​ດັ່ງກ່າວຈະ​ຢູ່​ໃນ​ລະດັບ 7.8 ​ເປີເຊັນ.

ກ່ຽວຂ້ອງກັນ

XS
SM
MD
LG