ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາ​ຄາສຳ​ລັບ​ຜູ້​ບໍ​ລິ​ໂພກ ອັດ​ຕາ​ເງິນ​ເຟີ້ຫຼຸດ​ລົງ ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ


ພະ​ນັກ​ງານ​ຈັດ​ແຈງ​ສິນ​ຄ້າ​ຢູ່​ໃນ​ຫ້າງ​ຊັບ​ພະ​ສິນ​ຄ້າ ວອ​ລ​ມາດ ຊຸບ​ເປີ​ເຊັນ​ເຕີ, ເມືອງ ເບີ​ເກັນ​ເໜືອ, ລັດ ນິວ​ເຈີ​ຊີ, 9 ກຸມ​ພາ 2023.
ພະ​ນັກ​ງານ​ຈັດ​ແຈງ​ສິນ​ຄ້າ​ຢູ່​ໃນ​ຫ້າງ​ຊັບ​ພະ​ສິນ​ຄ້າ ວອ​ລ​ມາດ ຊຸບ​ເປີ​ເຊັນ​ເຕີ, ເມືອງ ເບີ​ເກັນ​ເໜືອ, ລັດ ນິວ​ເຈີ​ຊີ, 9 ກຸມ​ພາ 2023.

ການ​ເພີ່ມຂຶ້ນໃນ​ລາ​ຄາ​ຜູ້​ບໍ​ລິ​ໂພກ ​ສະ​ຫະ​ລັດ ໄດ້ຫຼຸດ​ລົງ​ອີກ​ຄັ້ງ​ນຶ່ງ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ອີງ​ຕາມ​ລາຍ​ງານ​ຂອງ​ກະ​ຊວງ​ແຮງ​ງານ​ ໃນ​ວັນ​ອັງ​ຄານ​ວານນີ້, ຫຼຸດ​ລົງເຖິງ 6 ເປີ​ເຊັນ​ ໃນ​ປີ​ທີ່​ຜ່ານ​ມາ, ເຊິ່ງ​ເປັນ​ການ​ຂຶ້​ນ​ລາ​ຄາ​ປະ​ຈຳ​ປີ​ທີ່​ຊ້າ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 2021 ເປັນ​ຕົ້ນ​ມາ.

ແນວ​ໃດ​ກໍ່​ຕາມ, ຂໍ້​ມູນ​ທີ່​ເປັນ​ແງ່ບວກ​ດັ່ງ​ກ່າວ ແມ່ນ​ໄດ້​ເຮັດ​ໃຫ້​ມີ​ຄຳ​ຖາມ ກ່ຽວ​ກັບ ສິ່ງ​ທີ່​ບັນ​ດາ​ຜູ້​ກຳ​ນົດ​ນະ​ໂຍ​ບາຍ​ຢູ່​ທະ​ນາ​ຄານ​ກາງ​ອາດ​ເຮັດ ກ່ຽວ​ກັບ ອັດ​ຕາ​ດອກ​ເບ້ຍ​ທີ່​ເປັນ​ເກນ​ມາດ​ຕະ​ຖານ​ຂອງ​ທະ​ນາ​ຄານ ເວ​ລາ​ທີ່​ເຂົາ​ເຈົ້າ​ພົບ​ປະ​ກັນ​ໃນ​ອາ​ທິດ​ໜ້າ ແລະ ພິ​ຈາ​ລະ​ນາ​ອັດ​ຕາ​ເງິນ​ເຟີ້, ພ້ອມ​ກັບ​ການ​ລົ້ມ​ລະ​ລາຍ​ຂອງ​ສາມ​ທະ​ນາ​ຄານ ​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ.

ດ້ວຍ​ອັດ​ຕາ​ເງິນ​ເຟີ້ຫຼຸດ​ລົງ, ບັນ​ດາ​ນັກ​ວິ​ເຄາະ​ໄດ້ທຳ​ນາຍ​ວ່າ ທະ​ນາ​ຄານ​ກາງ​ອາດ​ເພີ່ມ​ອັດ​ຕາ​ດອກ​ເບ້ຍ, ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ ສະ​ຫະ​ລັດ ດ້ວຍດອກ​ເບ້ຍ​ເງິນ​ກູ້​ຢືມ​ທີ່​ສູງ​ຂຶ້ນ​ສຳ​ລັບ​ທຸ​ລະ​ກິດ ແລະ ຜູ້​ບໍ​ລິ​ໂພກ ດ້ວຍ​ອີກ​ພຽງ 0.25 ເປີ​ເຊັນ, ຄື​ກັນ​ກັບ​ເດືອນ​ທີ່​ຜ່ານ​ມາ, ເວ​ລາ​ທີ່​ເຂົາ​ເຈົ້າ​ ໄດ້​ຜັກ​ດັນ ​ອັດ​ຕາ​ເປັນ​ລະ​ຫວ່າງ 4.5 ເປີ​ເຊັນ ຫາ 4.75 ເປີ​ເຊັນ.

ແຕ່​ອັດ​ຕາ​ດອກ​ເບ້ຍ​ສູງ​ທີ່​ທະ​ນາ​ຄານ​ກາງ​ໄດ້​ກຳ​ນົດ​ໃຊ້​ໃນ​ປີ​ທີ່​ຜ່ານ​ມາ​ໄດ້​ມີ​ບົດ​ບາດ​ທີ່​ເປັນ​ແງ່​ລົບ​ໃນ​ການຫຼຸດ​ລົງ​ຂອງ​ເງິນ​ໃນທະ​ນາ​ຄານ​ຕ່າງໆ, ເຊິ່ງ​ອາດ​ມີ​ອິດ​ທິ​ພົນ​ຕໍ່​ການ​ທຳ​ການ​ຕັດ​ສິນ​ໃຈ ​ຂອງ​ທະ​ນາ​ຄານ​ກາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG