ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານກົງສຸນ ສະຫະລັດ ໃນເມືອງ ເຊັງດູ ຖືກປິດຕາມຄຳສັ່ງ ຂອງລັດຖະບານ ຈີນ


ເຈົ້າໜ້າທີ່ຕຳຫຼວດ ຈີນ ຢືນຍາມອະດີດສະຖານກົງສຸນ ສະຫະລັດ ໃນເມືອງ ເຊັງດູ, ແຂວງ ຊີສວນ, ຈີນ. 27 ກໍລະກົດ, 2020.
ເຈົ້າໜ້າທີ່ຕຳຫຼວດ ຈີນ ຢືນຍາມອະດີດສະຖານກົງສຸນ ສະຫະລັດ ໃນເມືອງ ເຊັງດູ, ແຂວງ ຊີສວນ, ຈີນ. 27 ກໍລະກົດ, 2020.

ຈີນ ເວົ້າວ່າເຂົາເຈົ້າໄດ້ເຂົ້າຄວບຄຸມອະດີດສະຖານກົງສຸນຂອງ ສະຫະລັດ ໃນເມືອງ ເຊັງດູ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ, ເພື່ອເປັນການ ຕອບໂຕ້ຕໍ່ການປິດສະຖານກົງສຸນຂອງເຂົາເຈົ້າທີ່ນະຄອນ ຮູສຕັສ, ລັດ ເທັກຊັສ ໃນອາທິດທີ່ຜ່ານມາ.

ກະຊວງການຕ່າງປເະທດໄດ້ປະກາດວ່າ ສະຖານກົງສຸນໄດ້ປິດປະຕູຂອງ ເຂົາເຈົ້າຕອນ 10 ໂມງເຊົ້າຕາມເວລາໃນທ້ອງຖິ່ນ, ເປັນເວລາດຽວກັນທີ່ ບັນດາເຈົ້າໜ້າທີ່ ຈີນ ໄດ້ສັ່ງໃຫ້ປິດກົງສຸນຂອງເຂົາເຈົ້າ ແລະ ບໍ່ດົນຫຼັງ ຈາກທຸງຊາດ ສະຫະລັດ ຖືກຊັກລົງມາເປັນຄັ້ງສຸດທ້າຍ. ຫຼາຍນາທີຕໍ່ມາ, ບັນດາເຈົ້າໜ້າທີ່ກຸ່ມນຶ່ງກໍໄດ້ເຂົ້າໄປໃນຕຶກດັ່ງກ່າວ ແລະ ຄວບຄຸມອາ ຄານທີ່ວ່ານັ້ນ.

ສະຖານທູດ ສະຫະລັດ ໃນ ປັກກິ່ງ ໄດ້ກ່າວອຳລາຕໍ່ສະຖານກົງສຸນປະ ຈຳເມືອງ ເຊັງດູ ໃນວິດີໂອທີ່ສະແດງການລະນຶກເຖິງ ທີ່ເອົາລົງໃນບັນຊີ ທວິດເຕີຂອງເຂົາເຈົ້າໂດຍກ່າວວ່າ “ພວກເຮົາຈະຄິດຮອດເຈົ້າຕະຫຼອດໄປ.”

ກ່ອນການປິດຂອງເຂົາເຈົ້ານັ້ນ, ໄດ້ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ ຢູ່ອ້ອມສະຖານກົງສຸນໃນວັນອາທິດວານນີ້ ໃນຂະນະທີ່ບັນດາພະນັກງານ ໄດ້ກະກຽມທີ່ຈະອອກຈາກອາຄານດັ່ງກ່າວນັ້ນ.

ລົດຂົນເຄື່ອງສາມຄັນຖືກພົບເຫັນເຂົ້າໄປໃນບໍລິເວນຂອງຕຶກນັ້ນ, ໃນຂະນະທີ່ ຕຳຫຼວດໃສ່ເຄື່ອງແບບ ແລະ ເຄື່ອງທຳມະດາໄດ້ລຽນແຖວຢູ່ສອງຟາກຂອງ ຖະໜົນ, ເຊິ່ງຖືກລຽນດ້ວຍຮົ້ວເຫຼັກ.

ຈີນ ໄດ້ກ່າວຫາວ່າ ເຈົ້າໜ້າທີ່ບາງຄົນຢູ່ສະຖານກົງສຸນ ເຊັງດູ ໄດ້ “ດຳເນີນກິດຈະກຳທີ່ບໍ່ສອດຄ່ອງກັບສະຖານະຂອງເຂົາເຈົ້າ.”

ໂຄສົກກະຊວງການຕ່າງປະເທດ ທ່ານ ຫວັງ ເວິນບິນ ໄດ້ກ່າວວ່າ ກິດຈະກຳ ທີ່ວ່ານັ້ນໄດ້ແຊກແຊງບັນຫາຂອງ ຈີນ ແລະ ໄດ້ສ້າງອັນຕະລາຍຕໍ່ຜົນປະ ໂຫຍດດ້ານຄວາມປອດໄພຂອງເຂົາເຈົ້າໂດຍບໍ່ໃຫ້ລາຍລະອຽດໃດໆ.

ການສັ່ງປິດສະຖານກົງສຸນໃນເມືອງ ເຊັງດູ ໄດ້ຖືກປະກາດໃນວັນສຸກແລ້ວນີ້ ໃນການແກ້ແຄ້ນສຳລັບການສັ່ງປິດສະຖານກົງສຸນຂອງ ຈີນ ໂດຍ ສະຫະລັດ ໃນນະຄອນ ຮູສຕັນ ລັດ ເທັກຊັສ.

ລັດຖະບານ ວໍຊິງຕັນ ໄດ້ສັ່ງໃຫ້ ຈີນ ປິດຫ້ອງການໃນນະຄອນ ຮູສຕັນ ຂອງເຂົາເຈົ້າ “ເພື່ອປົກປ້ອງຊັບສິນທາງປັນຍາຂອງຄົນ ອາເມຣິກັນ ແລະ ຂໍ້ມູນສ່ວນຕົວຂອງຊາວ ອາເມຣິກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG