ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກທິດສະດີສົມຮູ້ຮ່ວມຄິດ ສ​ຫລ ຕ້ອງ​ຈ່າຍເງິນຫຼາຍກວ່າ 4 ລ້ານໂດລາ ​ແກ່​ ພໍ່​ແມ່​ນັກ​ຮຽນທີ່ ຖືກ​ຂ້າຕາຍໃນເຫດ​ການ​ໂຈມ​ຕີໂຮງ​ຮຽນ


ທ້າວ Alex Jones ພະ​ຍາ​ຍາມ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ສົ່ງ​ຂໍ້​ຄວາມ​ຂອງ​ລາວທີ່​ຍົກ​ຂຶ້ນ​ມາ​ໂດຍທ່ານ Mark Bankston, ທະ​ນາຍ​ຄວາມ Neil Heslin ແລະ​ທ່ານ Scarlett Lewis, ໃນ​ໄລ​ຍະ​ທີ່​ມີ​ການ​ໄຕ່​ສວນ​ຄະ​ດີໃນ​ສານຂອງ​ຄາວ​ຕີ Travis, ເມືອງ Austin ຂອງ​ລັດ​ເທັກ​ຊັ​ສ, ວັນ​ທີ 3 ສິງ​ຫາ, 2022.
ທ້າວ Alex Jones ພະ​ຍາ​ຍາມ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ສົ່ງ​ຂໍ້​ຄວາມ​ຂອງ​ລາວທີ່​ຍົກ​ຂຶ້ນ​ມາ​ໂດຍທ່ານ Mark Bankston, ທະ​ນາຍ​ຄວາມ Neil Heslin ແລະ​ທ່ານ Scarlett Lewis, ໃນ​ໄລ​ຍະ​ທີ່​ມີ​ການ​ໄຕ່​ສວນ​ຄະ​ດີໃນ​ສານຂອງ​ຄາວ​ຕີ Travis, ເມືອງ Austin ຂອງ​ລັດ​ເທັກ​ຊັ​ສ, ວັນ​ທີ 3 ສິງ​ຫາ, 2022.

ຄະນະຕຸລາການຂອງລັດເທັກຊັສໄດ້ສັ່ງໃຫ້ທ້າວອາ​ເລັກ​ສ໌ ໂຈນ​ສ໌ (Alex Jones) ນັກທິດສະດີສົມຮູ້ຮ່ວມຄິດ ຈ່າຍເງິນຫຼາຍກວ່າ 4 ລ້ານໂດລາ ຊຶ່ງຫນ້ອຍກວ່າ 150 ລ້ານໂດລາທີ່ຖືກ​ຮຽກ​ຮ້ອງໃຫ້​ຈ່າຍນັ້ນ​- ເພື່ອເປັນການຊົດເຊີຍຄ່າ​ເສຍຫາຍແກ່ພໍ່ແມ່ຂອງເດັກຊາຍ ອາຍຸ 6 ປີ ທີ່ຖືກຂ້າຕາຍໃນການ ສັງຫານຫມູ່ຢູ່ໃນໂຮງ​ຮຽນ​ປະ​ຖົມ​ແຊນ​ດີ ຮຸກ (Sandy Hook) ເຊິ່ງເປັນຄັ້ງ ທໍາອິດທີ່ຜູ້​ຈັດ​ລາຍ​ການ Infowars ໄດ້ຖືກເຮັດໃຫ້ຮັບຜິດຊອບດ້ານການເງິນ ສໍາລັບການອ້າງຊ້ຳ​ແລ້ວ​ຊ້ຳ​ອີກວ່າ ການໂຈມຕີໂຮງຮຽນທີ່ມີ​ການຕາຍຮ້າຍ ແຮງທີ່ສຸດ ໃນປະຫວັດສາດຂອງສະຫະລັດນັ້ນ ເປັນເລື້ອງຫຼອກລວງ, ອີງ​ຕາມ​ລາຍງານຂອງອົງ​ການ​ຂ່າວ​ເອ​ພີ (AP).

ຄະນະຕຸລາການຂອງເມືອງອອ​ສ​ຕິນ ຍັງຕ້ອງໄດ້ຕັດສິນໃຈວ່າ ຜູ້​ຈັດ​ລາຍ​ການ Infowars ຄວນຈ່າຍຄ່າເສຍຫາຍໃຫ້ແກ່​ທ່ານ​ນີ​ລ ແຮ​ສ​ລິນ (Neil Heslin) ແລະສ​ກາ​ເລັດ ລີ​ວອີສ (Scarlett Lewis) ຫຼາຍປານໃດ, ເຊິ່ງລູກຊາຍຂອງ​ເຂົາ​ເຈົ້າ ທ້າວ​ແຈ​ສ​ຊີ ລີ​ວອີສ (Jesse Lewis) ແມ່ນລວມຢູ່ໃນບັນດາເດັກ ນ້ອຍ 20 ຄົນ ແລະນາຍ​ຄູ 6 ຄົນ ທີ່ຖືກຂ້າຕາຍໃນການໂຈມຕີປີ 2012 ທີ່ ເມືອງນີວ​ທາວ (Newtown), ລັດ​ຄອນ​ເນັກ​ຕິ​ກັດ.

ພໍ່​ແມ່ຂອງ​ເດັກ​ຄົນ​ນັ້ນ ໄດ້ຫາທາງ​ຮ້ອງຂໍ​ເອົາ​ເງິນ​ຢ່າງ​ໜ້ອຍ 150 ລ້ານ​ໂດ​ລາ​ເພື່ອ​ຊົດ​ເຊີຍ​ຕໍ່ການ​ເສື່ອມ​ເສຍ ແລະ​ການສ້າງ​ຄວາມ​ທຸກລະ​ທົມ​ທາງ​ດ້ານ​ຈິດ​ໃຈໃຫ້​ເຂົາ​ເຈົ້າໂດຍເຈດ​ຕະ​ນາ​. ທະນາຍຄວາມຂອງທ້າວ​ໂຈນ​ສ໌ ໄດ້ຂໍໃຫ້ຄະນະຕຸ​ລາ​ການຈໍາກັດຄ່າເສຍຫາຍລົງມາ ຈາກ 8 ໂດ​ລາ —ມາເປັນ 1 ໂດ​ລາ ສໍາລັບແຕ່ລະຂໍ້​ຫາ ທີ່ເຂົາເຈົ້າໄດ້ພິຈາລະນາ — ແລະທ້າວ​ໂຈນ​ສ໌ ເອງ ກໍກ່າວວ່າ ການ​ໃຫ້​ເງິນ​ສຳ​ລັບ​ອັນໃດກໍ​ຕາມທີ່ຫຼາຍກວ່າ 2 ລ້ານໂດ​ລາ ມັນ “ຈະເຮັດໃຫ້ພວກເຮົາ ຫລົ້ມ​ຈົມ.”

ມັນອາດຈະບໍ່ແມ່ນການຕັດສິນຄັ້ງສຸດທ້າຍຕໍ່ທ້າວ​ໂຈນສ໌ ຜູ້ທີ່ບໍ່ໄດ້ໄປຢູ່ໃນ ຫ້ອງສານ ທີ່ໄດ້​ກ່າວ​ອ້າງວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ເປັນ​ການ​ຈັດ​ສາກ​ເພື່ອ​ຜົນ ​ປະໂຫຍດໃນ​ການ​ຄວບ​ຄຸມ​ປືນ. ຜູ້​ພິ​ພາກ​ສາລັດ​ຄອນ​ເນັກ​ຕິ​ກັດ ໄດ້​ຕັດ​ສິນຕໍ່​ລາວ ໃນຄະດີທີ່ຄ້າຍຄືກັນນີ້ ທີ່ຍົກ​ຂຶ້ນມາໂດຍຄອບຄົວຂອງຜູ້ເຄາະຮ້າຍຄົນ ອື່ນໆ ແລະເຈົ້າ​ໜ້າ​ທີ່ເອັ​ຟ​ບີ​ໄອ (FBI) ທີ່ເຮັດວຽກກ່ຽວກັບຄະ​ດີນີ້. ລາວຍັງປະ ເຊີນກັບການໄຕ່​ສວນຄະ​ດີອີກອັນນຶ່ງໃນເມືອງອອ​ສ​ຕິນ.

ທ່ານ​ແອນ​ດິ​ໂນ ຣີນອ​ລ (Andino Reynal), ທະນາຍຄວາມທີ່ນຳໜ້າໝູ່ຂອງ ທ້າວ​ໂຈນ​ສ໌ ໄດ້ກະພິບຕາໃສ່ທີ່ປຶກສາຮ່ວມຂອງທ່ານ ກ່ອນທີ່ຈະອອກຈາກ ຫ້ອງສານໄປ. ທ່ານ​ໄດ້​ປະຕິ​ເສດ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຄຳ​ຕັດສິນ​ດັ່ງກ່າວ.

ຢູ່ນອກສານນັ້ນ, ທະນາຍຄວາມຂອງໂຈດ, ທ່ານ​ມາກ ແບັງ​ສ໌​ຕັນ (Mark Bankston) ຢືນຢັດວ່າເງິນ ສີ່ລ້ານນຶ່ງແສນນຶ່ງໝື່ນໂດລາ ບໍ່ແມ່ນຄວາມຜິດຫວັງ, ໂດຍບອກວ່າ ມັນເປັນພຽງແຕ່ສ່ວນນຶ່ງຂອງຄວາມເສຍຫາຍ ທີ່ທ້າວ​ໂຈນ​ສ໌ ຈະຕ້ອງໄດ້ຈ່າຍ.

ຄະນະຕຸ​ລາ​ການຈະກັບຄືນໄປ​ສານ​ໃນວັນສຸກມື້ນີ້ ເພື່ອຟັງການ​ໃຫ້ຫຼັກຖານເພີ່ມ ເຕີມກ່ຽວກັບທ້າວ​ໂຈນ​ສ໌ ແລະການເງິນຂອງບໍລິສັດລາວ.

ໃນວິດີໂອທີ່ຈັດພີມມາຢູ່ໃນເວັບໄຊທ໌ຂອງລາວ ໃນຄືນວັນພະຫັດວານນີ້ນັ້ນ ທ້າວ ໂຈນ​ສ໌ ເອີ້ນວ່າ ເງິນ​ເອົາ​ໃຫ້ທີ່ຫຼຸດລົງນັ້ນ ເປັນໄຊຊະນະອັນ​ຍິ່ງ​ໃຫຍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG