ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພວມພິຈາລະນາ ໃຫ້ພວກນັກເດີນທາງ ທີ່ມາຈາກອັງກິດ ພິສູດວ່າ ພວກເຂົາ ໄດ້ກວດບໍ່ມີເຊື້ອພະຍາດ COVID-19


ພວກນັກເດີນທາງ ລຽນແຖວຫີບເດີນທາງຂອງພວກເຂົາ ຢູ່ສະຖານທີ່ ຂາອອກ ໝາຍເລກ 2 ຂອງສະໜາມບິນ ຮີໂຕຣ (Heathrow Airport) ໃນພາກຕາເວັນຕົກຂອງນະຄອນລອນດອນ ເມື່ອວັນທີ 21 ທັນວາ 2020, ຂະນະທີ່ ຫຼາຍໆປະເທດໄດ້ຫ້າມພວກນັກເດີນທາງຈາກອັງກິດ ບໍ່ໃຫ້ເຂົ້າປະເທດ.
ພວກນັກເດີນທາງ ລຽນແຖວຫີບເດີນທາງຂອງພວກເຂົາ ຢູ່ສະຖານທີ່ ຂາອອກ ໝາຍເລກ 2 ຂອງສະໜາມບິນ ຮີໂຕຣ (Heathrow Airport) ໃນພາກຕາເວັນຕົກຂອງນະຄອນລອນດອນ ເມື່ອວັນທີ 21 ທັນວາ 2020, ຂະນະທີ່ ຫຼາຍໆປະເທດໄດ້ຫ້າມພວກນັກເດີນທາງຈາກອັງກິດ ບໍ່ໃຫ້ເຂົ້າປະເທດ.

ບັນດາເຈົ້າໜ້າທີ່ສະຫະລັດ ພວມພິຈາລະນາເບິ່ງວ່າ ຈະວາງຂໍ້ບັງຄັບຕໍ່ພວກນັກເດີນທາງທັງໝົດທີ່ມາຈາກອັງກິດ ເພື່ອໃຫ້ມີຫຼັກຖານຢັ້ງຢືນວ່າ ພວກເຂົາ ເຈົ້າໄດ້ກວດຫາພະຍາດໂຄວິດ-19 ທີ່ເປັນລົບ.

ລາຍງານຂ່າວ ກ່າວວ່າ ຄະນະສະເພາກິດ ຮັບຜິດຊອບດ້ານໄວຣັສໂຄໂຣນາ ຂອງທຳນຽບຂາວ ໄດ້ພົບປະກັນໃນວັນຈັນວານນີ້ ແລະໄດ້ປຶກສາຫາລືຮ່າງກົດລະບຽບສະບັບນຶ່ງ ທີ່ໃຫ້ພວກຜູ້ໂດຍສານພິສູດວ່າ ພວກເຂົາເຈົ້າໄດ້ກວດບໍ່ພົບເຊື້ອໄວຣັສ ພາຍໃນ 48 ຫຼື 72 ຊົ່ວໂມງກ່ອນເດີນທາງອອກຈາກອັງກິດ.

ກົດລະບຽບທີ່ໄດ້ສະເໜີນັ້ນ ອອກມາໃນຂະນະທີ່ຫຼາຍກວ່າ 40 ປະເທດໄດ້ຍົກ ເລີກການຮັບເອົາພວກນັກເດີນທາງທີ່ມາຈາກອັງກິດ ໃນການຮັບມືກັບການຕິດ ແປດຂອງໄວຣັສທີ່ເພີ້ມສູງຂຶ້ນຢ່າງຫຼວງຫຼາຍ ຍ້ອນວ່າມີສາຍພັນໃໝ່ ຂອງພະ ຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນທົ່ວເຂດພາກໃຕ້ຂອງອັງກິດຢູ່ນັ້ນ.

ສະຫະລັດ ຍັງບໍ່ໄດ້ຫ້າມຖ້ຽວບິນທີ່ມາຈາກອັງກິດເທື່ອ ເຖິງຢ່າງໃດກໍຕາມ ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ຄົວໂມ ໄດ້ກ່າວວ່າ ທ່ານໄດ້ຂໍຮ້ອງໃຫ້ສາຍການບິນທັງຫຼາຍ ທີ່ບິນເຂົ້າມາໃນລັດຈາກອັງກິດ ຈົ່ງບັງຄັບໃຫ້ພວກຜູ້ ໂດຍສານທັງໝົດ ກວດພະຍາດໂຄວິດ-19 ກ່ອນທີ່ພວກເຂົາເຈົ້າຈະຂຶ້ນເຮືອ ບິນ. ສາມສາຍການບິນທີ່ປະກອບດ້ວຍ ເວີຈິນ ແອັດແລນຕິກ ບຣິດຕິສ ແອຣເວສ໌ ແລະແດລຕ້າ ແອຣໄລສ໌ ໄດ້ຕົກລົງຕໍ່ການຂໍຮ້ອງຂອງຜູ້ປົກຄອງລັດ ທ່ານຄົວໂມ.

ໃນພາກຕາເວັນຕົກຂອງສະຫະລັດ ຜູ້ປົກຄອງລັດວໍຊິງຕັນ ທ່ານເຈ ອິນສລີ ໃນວັນຈັນວານນີ້ ໄດ້ອອກຄຳສັ່ງໃຫ້ກັກຕົວເປັນເວລາ 14 ວັນ ພວກນັກເດີນ ທາງທັງໝົດທີ່ເຂົ້າມາໃນລັດຈາກອັງກິດ ແລະອາຟຣິກາໃຕ້ ບ່ອນທີ່ມີການກາຍ ພັນຂອງພະຍາດໂຄວິດ-19 ທີ່ໄດ້ຖືກລະບຸໂຕແລ້ວນັ້ນ.

ທ່ານໝໍ ແອນໂທນີ ຟາວຈີ ຫົວໜ້າສະຖາບັນໂຣກພູມແພ້ ແລະພະຍາດຕິດ ແປດໄດ້ກ່າວໃນວັນຈັນວານນີ້ ວ່າ ມັນເປັນໄປໄດ້ວ່າ ພະຍາດທີ່ແຕກຕ່າງໃໝ່ ຂອງໄວຣັສໂຄໂຣນາສາຍພັນໃໝ່ ແມ່ນອາດຈະຢູ່ໃນສະຫະລັດແລ້ວ.

ອົງການອະນາໄມໂລກ ໄດ້ເຕືອນໃນວັນຈັນວານນີ້ວ່າ ບໍ່ໃຫ້ຕື່ນຕົກໃຈຫຼາຍເກີນໄປ ເຖິງພະຍາດໂຄວິດ-19 ສາຍພັນໃໝ່ ໂດຍໃຫ້ຂໍ້ສັງເກດວ່າ ບໍ່ທັນມີຫຼັກຖານທີ່ວ່າ ສາຍພັນໃໝ່ນີ້ ແມ່ນຮ້າຍກາດກວ່າ ໄວຣັສສາຍພັນທີ່ຮູ້ຈັກວ່າມີຢູ່ແລ້ວນັ້ນ ແລະວ່າ ການປ່ຽນສາຍພັນເຊັ່ນນັ້ນ ແມ່ນເປັນສ່ວນນຶ່ງໃນດ້ານວິວັດ ທະນາການຂອງໂຣກລະຍາດ ຕາມທຳມະດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG