ສະຫະລັດ ກຳລັງພິຈາລະນາທາງເລືອກ ຢ່າງກວ້າງຂວາງ
ໃນການຕອບໂຕ້ ຕໍ່ ພວກຫົວຮຸນແຮງອິສລາມ ທີ່ພວມບຸກ
ຄືບໜ້າຢູ່ໃນອີຣັກ ແລະປັດຈຸບັນນີ້ຄວບຄຸມເກືອບທັງໝົດ
ໃນເຂດພາກເໜືອຂອງປະເທດແລ້ວ.
ໃນຂະນະທີ່ກຸ່ມລັດອິສລາມໃນອີຣັກແລະ Levant ຫລື ISIL
ປະກາດທີ່ຈະບຸກ ເຂົ້າໂຈມຕີນະຄອນແບັກແດດນັ້ນ ກຳລັງ
ທະຫານອີຣັກ ສ່ວນຫລາຍໄດ້ປະລະໜີໜ້າທີ່ຫລົບໜີ ທ່າມ
ກາງການບຸກຄືບໜ້າດັ່ງກ່າວ.
ການເຄື່ອນໄຫວທີ່ວ່ານີ້ ແມ່ນເບິ່ງກັນວ່າ ເປັນການອັບອາຍ
ແກ່່ວໍຊິງຕັນ ທີ່ໄດ້ໃຊ້ຈ່າຍເງິນປະມານ 25 ພັນລ້ານໂດລາ ໃນການເຝິກແອບແລະປະກອບອາວຸດ ໃຫ້ແກ່ທະຫານອີຣັກນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ເວລາສະຫະລັດໄດ້ ເລີ້ມນຳພາການເຮັດສົງຄາມຢູ່ທີ່ນັ້ນ.
ປະທານາທິບໍດີ Barack Obama ໃນວັນພະຫັດວານນີ້ ໄດ້ເນັ້ນວ່າ ທ່ານຍັງບໍ່ທັນ
ປະຕິເສດກ່ຽວກັບຄວາມເປັນໄປໄດ້ໃນການຮັບມືຕໍ່ສະຖານະການດັ່ງກ່າວ.ແຕ່ຖ້າມີ
ກໍບໍ່ມີທາງເລືອກຫຍັງຫລາຍຍັງມີຢູ່ ສຳລັບປະທານາທິບໍດີ ສະຫະລັດ ທີ່ໄດ້ນຳເອົາ
ທະຫານສະຫະລັດຈຸສຸດທ້າຍ ກັບຄືນບ້ານຈາກອີຣັກ ພຽງແຕ່ສອງປີເຄິ່ງເທົ່ານັ້ນ
ແລະທ່ານຍັງລັງເລໃຈ ທີ່ຈະນຳເອົາອາເມຣິກາ ເຂົ້າໄປພົວພັນຢູ່ໃນສົງຄາມນອກ
ປະເທດອີກຄັ້ງໃໝ່.
ທາງເລືອກອີກຢ່າງນຶ່ງນັ້ນກໍຄື ໃຊ້ເຮືອບິນທີ່ບໍ່ມີຄົນຂັບໂຈມຕີພວກນັກລົບຂອງ ກຸ່ມ
ISIL ດັ່ງທີ່ສະຫະລັດໄດ້ນຳໃຊ້ເຮືອບິນດັ່ງກ່າວ ໂຈມຕີພວກສົງໄສເປັນກຸ່ມ ຫົວຮຸນ
ແຮງ ຢູ່ໃນປະເທດຕ່າງໆ ເຊັ່ນວ່າ ປາກິສຖານ ອັຟການິສຖານ ເຢເມນ ແລະ ໂຊ
ມາເລຍ.
ບັນດາເຈົ້າໜ້າທີ່ສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ການໂຈມຕີຂອງເຮືອບິນ
ບໍ່ມີຄົນຂັບ ແມ່ນຮວມຢູ່ໃນທາງເລືອກ ທີ່ກຳລັງພິຈາລະນາ ແລະໄດ້ຊີ້ໃຫ້ເຫັນ ວ່າ
ເວລານີ້ ສະຫະລັດ ກໍໄດ້ນຳໃຊ້ເຮືອບໍ່ມີຄົນຂັບໃນອີຣັກຢູ່ແລ້ວເພື່ອຈຸດປະສົງ ໃນ
ການສືບລັບ.
ແຕ່ວ່າ ທ່ານ Stephen Zunes ຜູ້ຊ່ຽວຊານດ້ານການເມືອງ ໃນພາກຕາເວັນອອກ
ກາງທີ່ ມະຫາວິທະຍາໄລ San Francisco ກ່າວຕໍ່ວີໂອເອວ່າ ໃນຂະນະ ທີ່ເຮືອບິນ
ບໍ່ມີຄົນຂັບ ມີປະສິດທິພາບໃນການສັງຫານສ່ວນບຸກຄົນກໍຈິງ ແຕ່ຈະບໍ່ສາມາດຍຸດ
ຕິກອງກຳລັງເຊັ່ນຂອງກຸ່ມ ISIL ແລະອາດຈະເປັນໄພອັນຕະລາຍ ແກ່ພົນລະເຮືອນ
ນຳດ້ວຍ.
ຜູ້ສັງເກດການຫລາຍຄົນກ່າວວ່າ ໃນທີ່ສຸດການສູ້ລົບກັບກຸ່ມ ISIL ຕ້ອງໄດ້ຮັບໄຊຊະ
ນະ ດ້ວຍການບຸກໂຈມຕີທາງພາກພື້ນດິນເພື່ອຍຶດເອົາດິນແດນທີ່ເສຍໄປນັ້ນຄືນມາ.
ແຕ່ເຈົ້າໜ້າທີ່ທຳນຽບຂາວ ໄດ້ປະຕິເສດກ່ຽວກັບຄວາມເປັນໄປໄດ້ ທີ່ຈະສົ່ງທະຫານ
ອາເມຣິກັນ ກັບຄືນໄປອີຣັກອີກ.