ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ພົບ
ປະກັບບັນດາຜູ້ນໍາຝ່າຍຄ້ານຂອງຊີເຣຍເມື່ອວັນພະຫັດມື້ນີ້ ທີ່
ນະຄອນຫຼວງໂຣມ ປະເທດອິຕາລີ ທີ່ຄາດວ່າຈະມີໂຮມທັງການ
ປະກາດການຊ່ວຍເຫຼືອບັ້ນໃໝ່ສໍາລັບຝ່າຍຕໍ່ຕ້ານຊີເຣຍນັ້ນ.
ການເຈລະຈາກັນນີ້ ມີຂຶ້ນທ່າມກາງກອງປະຊຸມເພື່ອນມິດຂອງຊີເຣຍ ຫລື Friends of Syria ໃນລະດັບກວ້າງຂວາງກວ່າເກົ່າ ທີ່ມີປະເທດຕ່າງໆ ເຂົ້າຮ່ວມ ໂດຍສ່ວນໃຫຍ່ຈາກພາກພື້ນຢູໂຣບ ແລະຕາເວັນອອກກາງ ທີ່ໜຸນຫຼັງພວກຄັດຄ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad.
ທ່ານ Kerry ເວົ້າເມື່ອວັນພຸດວານນີ້ວ່າ ຂະນະນີ້ສະຫະລັດກໍາລັງຊອກຫາວິທີທາງ ເພື່ອເລັ່ງລັດການໂອນອໍານາດທາງການເມືອງ ທີ່ປະຊາຊົນຊີເຣຍຕ້ອງການນັ້ນຢູ່.
ທ່ານ Jay Carney ໂຄສົກທໍານຽບຂາວ ເວົ້າເມື່ອວັນພຸດວານນີ້ວ່າ ສະຫະລັດແມ່ນເພັ່ງເລັງໃສ່ການໃຫ້ການຊ່ວຍເຫຼືອກຸ່ມຝ່າຍຄ້ານຂອງຊີເຣຍ ໃຫ້ມີຄວາມເຂັ້ມແຂງ ມີຄວາມກົມກຽວ ແລະໃຫ້ມີການຈັດຕັ້ງທີ່ດີຂຶ້ນກວ່າເກົ່າ. ທ່ານ Kerry ເວົ້າອີກວ່າ ທາງການສະຫະລັດຈະສຶກສາ ພິດຈາລະນາທາງເລືອກ ທີ່ເປັນໄປໄດ້ທຸກໆຢ່າງ ເພື່ອຊ່ວຍກອບກູ້ຊີເຣຍ ໃນຍຸກຫຼັງທ່ານ Assad ນັ້ນ.
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
ເທົ່າເຖິງປັດຈຸບັນນີ້ ສະຫະລັດ ໄດ້ສະໜອງການຊ່ວຍເຫຼືອທີ່ບໍ່ແມ່ນອາວຸດ ແກ່ຝ່າຍຕໍ່ຕ້ານຊີເຣຍ ເຊັ່ນອຸບປະກອນສື່ສານ ເປັນຕົ້ນ. ໜັງສືພິມ Washington Post ແລະ New York Times ລາຍງານວ່າ ການຂະ ຫຍາຍການຊ່ວຍເຫຼືອຂອງສະຫະລັດ ອາດມີໂຮມທັງໃຫ້ການເຝິກແອບທະຫານ ແລະອຸບປະກອນ ເຊັ່ນລົດ ແລະກ້ອງສ່ອງ ຍາມກາງຄືນ ແຕ່ບໍ່ແມ່ນອາວຸດ.