ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະ​ຫະ​ລັດພວມ ພິ​ຈາ​ລະ​ນາຢູ່ວ່າ ຈະຈັດ​ໃຫ້ກຸ່ມ ​ພະລາ​ດອນ​ພາບ ມຸ​ສ​ລິມ ເປັນ​ອົງ​ການ ກໍ່​ການ​ຮ້າຍ​ສາ​ກົນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ທ່ານ ອັບ​ແດ​ລ ຟັດ​ທາ ແອ​ລ-ຊິ​ສ​ຊີ, ທຳ​ນຽບ​ຂາວ, 9 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ທ່ານ ອັບ​ແດ​ລ ຟັດ​ທາ ແອ​ລ-ຊິ​ສ​ຊີ, ທຳ​ນຽບ​ຂາວ, 9 ເມ​ສາ 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ພິ​ຈາ​ລະ​ນາ ​ຈັດ​ອົງ​ການ​ພະ​ລາ​ດອນ​ພາບ ມຸ​ສ​ລິມ
ຂອງ ອີຈິບ ເຂົ້າໃນລາຍຊື່ອົງການ ກໍ່ການຮ້າຍຕ່າງປະເທດຂອງ ສະຫະລັດ, ດັ່ງທຳ
ນຽບຂາວໄດ້ກ່າວໄປໃນວັນອັງຄານວານນີ້.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ຊາ​ຣາ ຮັກ​ຄາ​ບີ ແຊນ​ເດີ​ສ໌ ໄດ້​ຂຽນ​ອີເມ​ລ​ຫາ​ບັນ​ດາ​ນັກ​
ຂ່າວວ່າ “ປະທານາທິບໍດີ ໄດ້ປຶກສາຫາລືກັບທີມຮັກສາຄວາມປອດໄພແຫ່ງຊາດຂອງ
ທ່ານ ແລະ ບັນດາຜູ້ນຳໃນພາກພື້ນ ທີ່ມີຄວາມເປັນຫ່ວງອັນດຽວກັນ, ແລະ ການຈັດ
ຕັ້ງນີ້ ກຳລັງດຳເນີນການຜ່ານຂັ້ນຕອນພາຍໃນ.”

ການ​ຈັດ​ຂະ​ບວນ​ການ​ອິ​ສ​ລາມ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ ອີ​ຈິບ ໃຫ້ເປັນ​ອົງ​ການກໍ່​ການ​ຮ້າຍ​
ສາກົນ ຊຶ່ງຈະເຮັດໃຫ້ ວໍຊິງຕັນ ສາມາດວາງມາດຕະການລົງໂທດບຸກຄົນ ແລະ ກຸ່ມ
ໃດໆທີ່ເຊື່ອມໂຍງກັບອົງການພະລາດອນພາບມຸສລິມນັ້ນ.

ອົງ​ການ​ພະ​ລາ​ດອນ​ພາບ​ມຸ​ສ​ລິມ ໄດ້​ຕອບ​ຄືນ​ໂດຍ​ເວົ້າ​ວ່າ ເຂົາ​ເຈົ້າ​ແຂງ​ແກ່ນກວ່າ​ການ​
ຕັດສິນໃຈໃດໆຂອງບັນດານັກການເມືອງ.

ຖະ​ແຫຼງ​ການ​ຂອງ​ອົງ​ການພະ​ລາ​ດອນ​ພາບ​ກ່າວ​ວ່າ “ພວກ​ເຮົາ​ຈະ​ຍັງ​ຄົງຍຶດ​ໝັ້ນ​ ຢູ່ໃນ​
ວຽກງານຂອງພວກເຮົາ ອີງຕາມແນວຄິດທີ່ບໍ່ຮຸນແຮງ ແລະ ສະຫງົບສຸກຂອງພວກເຮົາ
ໃນສິ່ງທີ່ພວກເຮົາເຊື່ອວ່າຖືກຕ້ອງ, ເພື່ອການຮ່ວມມືທີ່ຊື່ສັດ ແລະ ສ້າງສັນ, ເພື່ອຮັບ
ໃຊ້ບັນດາຊຸມຊົນທີ່ພວກເຮົາອາໄສຢູ່ ແລະ ມວນມະນຸດໂດຍລວມ.”

ອົງ​ການ​ພະ​ລາ​ດອນ​ພາບມຸ​ສ​ລິມ ຖືກກໍ່​ຕັ້ງ​ຂຶ້ນ​ມາໃນ​ປະ​ເທດ ອີ​ຈິບ ຫຼາຍກວ່າ 90 ປີ​
ຜ່ານມາ. ເຂົາເຈົ້າໄດ້ມີອຳນາດເມື່ອຜູ້ລົງແຂ່ງຂັນຂອງເຂົາເຈົ້າ, ທ່ານ ໂມຮຳເມັດ ມໍຊີ,
ໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນປີ 2012. ທ່ານໄດ້ນຳພາການໂຄ່ນລົ້ມທ່ານ
ຮັອສນີ ມູບາຮັກ ນຶ່ງປີກ່ອນໜ້ານັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ຄົນ​ປັດ​ຈຸ​ບັນ ທ່ານ ອັບ​ແດ​ລ ຟາ​ທາ ແອ​ລ-ຊິ​ສ​ຊີ ໄດ້​ໂຄ່ນ​ອຳ​ນາດ​
ຂອງທ່ານ ມໍຊີ ໃນປີ 2013, ອົງການພະລາດອນພາບມຸສລິມນອກກົດໝາຍ, ແລະ ໄດ້
ຈັບທ່ານ ມໍຊີ ແລະ ຜູ້ນຳຂອງເຂົາເຈົ້າຫຼາຍຄົນເຂົ້າຄຸກ.

ທ່ານ ແອ​ລ ຊິ​ສ​ຊີ ບໍ່​ໄດ້​ມີ​ຄວາມ​ອົດ​ກັ້ນ​ສຳ​ລັບ​ຝ່າຍ​ຄ້ານ​ດັ່ງ​ກ່າວ ແລະ ພວກ​ຄັດ​ຄ້ານ​ຄົນ​
ໃດ.

ທ່ານ ທ​ຣຳ ໄດ້​ຕ້ອນ​ຮັບ​ທ່ານ ແອ​ລ-ຊິ​ສ​ຊີ ຢູ່​ທຳ​ນຽບ​ຂາວ​ເມື່ອ​ສາມ​ອາ​ທິດ​ທີ່​ຜ່ານ​ມາ,
ຍົກຍ້ອງທ່ານວ່າເປັນ “ປະທານາທິບໍດີທີ່ດີຫຼາຍ” ແລະ ໄດ້ຢືນຢັນວ່າ ສາຍພົວພັນລະ
ຫວ່າງ ສະຫະລັດ ກັບ ອີຈິບ ບໍ່ເຄີຍເຂັ້ມແຂວງກວ່ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG