ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກໍາລັງຊອກຫາຊ່ອງທາງ ເພື່ອຊ່ວຍເຫລືອປະຊາຊົນຊາວຄິວບາ


ບັນດາພວກປະທ້ວງໄດ້ເດີນໄປຕາມຖະໜົນສາຍທີ່ແປດໃນເຂດ ລິດໂທລ ຮາວານາ ຂອງໄມອາມີ, ໃນວັນອາທິດ, ທີ 18 ກໍລະກົດ, ປີ 2021. ກຸ່ມນີ້ ອ່ານຊື່ຜູ້ທີ່ບໍ່ເຫັນດີນໍາລັດຖະບານ ເຊິ່ງຖືກຈັບໂຕ ໃນຄິວບາ. (AP Photo/Marta Lavandier)
ບັນດາພວກປະທ້ວງໄດ້ເດີນໄປຕາມຖະໜົນສາຍທີ່ແປດໃນເຂດ ລິດໂທລ ຮາວານາ ຂອງໄມອາມີ, ໃນວັນອາທິດ, ທີ 18 ກໍລະກົດ, ປີ 2021. ກຸ່ມນີ້ ອ່ານຊື່ຜູ້ທີ່ບໍ່ເຫັນດີນໍາລັດຖະບານ ເຊິ່ງຖືກຈັບໂຕ ໃນຄິວບາ. (AP Photo/Marta Lavandier)

ທໍານຽບຂາວໄດ້ກ່າວໃນມື້ວັນອັງຄານວານນີ້ວ່າ ສະຫະລັດກໍາລັງຊອກຫາຊ່ອງທາງທີ່ເປັນໄປໄດ້ວ່າ ຈະສາມາດຊ່ວຍເຫລືອປະຊາຊົນຊາວຄິວບາທີ່ພົວພັນໃນການປະທ້ວງຕໍ່ຕ້ານລັດຖະບານແລະຍັງໃຫ້ລັດຖະບານຄິວບາຕ້ອງຮັບຜິດຊອບ ຕໍ່ການປາບປາມສິດເສລີພາບ ໃນປະເທດຫມູ່ເກາະແຫ່ງນີ້.

ສະຫະລັດກໍາລັງປະຕິບັດງານໃນການລະບຸໂຕເຈົ້າໜ້າທີ່ຄິວບາທີ່ຮັບຜິດຊອບໃນການໂຈມຕີບັນດາພວກປະທ້ວງຢ່າງສັນຕິ, ອີງຕາມທ່ານນາງເຈນ ຊາກີ (Jen Psaki) ໂຄສົກຂອງທໍານຽບຂາວ ທີ່ກ່າວຕໍ່ພວກນັກຂ່າວ.

ໃນເວລາດຽວກັນ, ທ່ານນາງກ່າວວ່າ ສະຫະລັດກໍາລັງຫາທາງເພື່ອໃຫ້ຜູ້ຄົນເຂົ້າເຖິງອິນເຕີເນັດໄດ້ຫຼາຍຂຶ້ນ ຢູ່ໃນປະເທດຄິວບາ, ສົ່ງເສີມການຊ່ວຍເຫລືອດ້ານມະນຸດສະທໍາ ແລະສ້າງລະບົບການສົ່ງເງິນ ທີ່ໃຊ້ການໄດ້ສໍາລັບຊາວຄິວບາທີ່ອົບພະຍົບໄປຢູ່ຕ່າງປະເທດ ເພື່ອສົ່ງເງິນໄປໃຫ້ຍາດພີ່ນ້ອງ ໃນຄິວບາ ໂດຍທີ່ລັດຖະບານບໍ່ສວຍໂອກາດລັກເອົາເງິນນັ້ນ.

ທ່ານນາງຊາກີ ກ່າວວ່າ ໜ່ວຍງານຄຸ້ມຄອງຊັບສິນຕ່າງປະເທດຂອງກະຊວງການເງິນສະຫະລັດ “ຈະຍັງຄົງດໍາເນີນການລະບຸໂຕ ເຈົ້າໜ້າທີ່ຄິວບາ ເພື່ອຮັບຜິດຊອບ ການລະເມີດສິດທິມະນຸດຕໍ່ ບັນດາພວກປະທ້ວງຢ່າງສັນຕິ.”

ນອກຈາກນັ້ນ, ທ່ານນາງຍັງກ່າວອີກວ່າ ລັດຖະບານກໍາລັງຈັດຕັ້ງ “ຄະນະເຮັດວຽກໃນການໂອນເງິນເພື່ອພິສູດວິທີທີ່ມີປະສິດທິພາບທີ່ສຸດໃນການສົ່ງເງິນໃຫ້ໄປຮອດມືຂອງປະຊາຊົນຊາວຄິວບາໂດຍກົງ.” ທ່ານນາງຊາກີ ກ່າວວ່າ ສະຫະລັດມີຄວາມກັງວົນມາດົນແລ້ວວ່າ ລັດຖະບານ ຮາວານາ ຈະລັກເງິນທີ່ສົ່ງໄປໃຫ້ປະຊາຊົນຂອງພວກເຂົາເອງ.

“ນັ້ນ ແນ່ນອນຄືສິ່ງທີ່ເຮົາເອົາໃຈໃສ່,” ທ່ານນາງຊາກີກ່າວ. “ນັ້ນແມ່ນຈຸດທີ່ເຮົາຈະອະທິບາຍໃນການເຮັດວຽກຂອງຄະນະເຫລົ່ານີ້” ໃນການພິຈາລະນາເພື່ອຮັບມືກັບຄວາມສັບສົນວຸ້ນວາຍໃນຄິວບາ.

ໃນຖະແຫລງການ, ສະມາຊິກສະພາສູງທ່ານ ບັອບ ເມີເນັນເດສ (BobMenendaz), ປະທານຄະນະກໍາມາທິການຄວາມສໍາພັັນກັບຕ່າງປະເທດຂອງສະພາສູງ, ໄດ້ຍົກຍ້ອງລັດຖະບານຂອງທ່ານໄບເດັນ ໃນການຊ່ວຍເຫລືອ ປະ ຊາຊົນຊາວຄິວບາ.

“ປະຊາຊົນຊາວຄິວບາທັງໝົດກໍາລັງມີຄວາມສ່ຽງ ດ້ວຍການອອກໄປຕາມທ້ອງຖະໜົນເພື່ອຮຽກຮ້ອງໃຫ້ຢຸດຕິການປົກຄອງແບບຜະເດັດການແລະສິ່ງສໍາຄັນທີ່ສຸດ ແມ່ນປະຊາຄົມນາໆຊາດ ຈະໄດ້ຍິນເລື້ອງຕ່າງໆຂອງພວກເຂົາ, ຮູ້ສຶກໝົດຫວັງ ແລະຢ້ານ ໃນບ່ອນທີ່ພວກເຂົາອາໄສຢູ່, ແລະຢືນຢັດຂຶ້ນພ້ອມກັບ ແລະ
ສຳລັບພວກເຂົາ,” ທ່ານເມີເນັນເດສ ໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG