ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ກຳລັງ ພິຈາລານາວ່າ ຈະປິດ ສະຖານທູດຂອງຕົນລົງ ໃນຄິວບາ ຫຼືບໍ່


ທຸງຊາດ ສະຫະລັດ ຖືກຫລຸດລົງເຄິ່ງເສົາ ໃນດ້ານໜ້າ ຂອງສະ
ຖານທູດ ສະຫະລັດ ຫຼັງຈາກເຮີຣິເຄນ ເອີມາ ໄດ້ກໍ່ໃຫ້ເກີດ
ໄພນ້ຳຖ້ວມ ແລະ ໄຟຟ້າມອດ ຢູ່ໃນນະຄອນຫຼວງ ຮາວານາ ຂອງຄິວບາ, ວັນທີ 11 ກັນຍາ 2017.
ທຸງຊາດ ສະຫະລັດ ຖືກຫລຸດລົງເຄິ່ງເສົາ ໃນດ້ານໜ້າ ຂອງສະ ຖານທູດ ສະຫະລັດ ຫຼັງຈາກເຮີຣິເຄນ ເອີມາ ໄດ້ກໍ່ໃຫ້ເກີດ ໄພນ້ຳຖ້ວມ ແລະ ໄຟຟ້າມອດ ຢູ່ໃນນະຄອນຫຼວງ ຮາວານາ ຂອງຄິວບາ, ວັນທີ 11 ກັນຍາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ສະຫະລັດ ກຳລັງພິຈາລະນາວ່າຈະປິດສະຖານທູດຂອງຕົນ ໃນປະເທດ
ຄິວບາ ຫຼັງຈາກນັກການທູດ ອາເມຣິກັນ ຫຼາຍຄົນຢູ່ທີ່ນັ້ນ ໄດ້ຖືກ “ໂຈມຕີທາງສຸຂະ
ພາບ.”

ພວກນັກທ່ອງທ່ຽວ ຂີ່ລົດຄລາດສິກສ໌ ເປີດຫລັງຄາ ຂອງ ອາເມຣິກາ ຜ່ານສະຖານທູດ ສະຫະລັດ ອາເມຣິກາ, ຂວາ, ໃນນະຄອນຫຼວງຮາວານາ ຂອງຄິວບາ, ວັນທີ 12 ກໍລະກົດ 2017.
ພວກນັກທ່ອງທ່ຽວ ຂີ່ລົດຄລາດສິກສ໌ ເປີດຫລັງຄາ ຂອງ ອາເມຣິກາ ຜ່ານສະຖານທູດ ສະຫະລັດ ອາເມຣິກາ, ຂວາ, ໃນນະຄອນຫຼວງຮາວານາ ຂອງຄິວບາ, ວັນທີ 12 ກໍລະກົດ 2017.

ທ່ານ Tillerson ໄດ້ກ່າວໃນລາຍການ Face the Nation ຂອງໂທ ລະພາບ CBS
ວ່າ “ພວກເຮົາໄດ້ປະເມີນຜົນເບິ່ງແລ້ວ ເຫັນວ່າມັນ ແມ່ນບັນຫາທີ່ຮ້າຍແຮງຫຼາຍ
ໃນເລື່ອງຂອງອັນຕະລາຍ ທີ່ເຈົ້າໜ້າທີ່ບາງຄົນໄດ້ຮັບ. ພວກເຮົາໄດ້ນຳເອົາຄົນ
ພວກນັ້ນກັບບ້ານ. ເຫດການນີ້ ກຳລັງຖືກທົບທວນຄືນຢູ່.”

ຄົນ ອາເມຣິກັນ ຢ່າງໜ້ອຍ 12 ຄົນ ໄດ້ປະສົບກັບສິ່ງທີ່ ກະຊວງການ ຕ່າງປະເທດເອີ້ນ
ວ່າ “ເຫດການ” ທີ່ໄດ້ນຳໄປສູ່ອາການຫຼາກຫຼາຍ, ລວມມີ ການສູນເສຍການໄດ້ຍິນສຽງ,
ສະໝອງຖືກກະທົບກະເທືອນ, ເຈັບຫົວ, ຫູອື້, ແລະ ແມ່ນກະທັ່ງບັນຫາ ກ່ຽວກັບ ສະມາທິ
ແລະ ການຫຼົງລືມ. ນັກການທູດ ການາດາ ບາງຄົນ ແລະ ຄອບຄົວຂອງເຂົາເຈົ້າກໍໄດ້ຮັບ ຜົນກະທົບເຊັ່ນກັນ.

ບາງຄົນຮູ້ສຶກວ່າມີການສັ່ນສະເທືອນ ຫຼື ໄດ້ຍິນສຽງດັງແປກໆໃນບາງ ພາກສ່ວນ ຂອງ
ຫ້ອງເທົ່ານັ້ນ, ເຊິ່ງນຳໄປສູ່ການສືບສວນສອບສວນ ເພື່ອພິຈາລະນາເຖິງ “ການໂຈມຕີ
ດ້ວຍຄື້ນສຽງ”
ທີ່ອາດມີຄວາມເປັນ ໄປໄດ້. ຄົນອື່ນໆບໍ່ໄດ້ຍິນສຽງຫຍັງ ແຕ່ຕໍ່ມາກໍມີ
ອາການຕ່າງໆ ກຳເນີ້ດຂຶ້ນ.

ເຖິງແມ່ນວ່າ ບັນດານັກສືບສວນສອບສວນ ໄດ້ກວດຫາຄວາມເປັນໄປ ໄດ້ ຂອງຄື້ນສຽງ
ຫຼື ອາວຸດແມ່ເຫຼັກໄຟຟ້າກໍຕາມ, ແຕ່ກໍບໍ່ມີຜູ້ຮ້າຍ ຫຼື ອຸປະກອນໃດໆຖືກຈັບໄດ້, ອີງຕາມ
ລາຍງານຂອງອົງການຂ່າວ AP. ເຫດການດັ່ງກ່າວໄດ້ເກີດຂຶ້ນເມື່ອທ້າຍປີກາຍນີ້ ແລະ
ຄັ້ງຫຼ້າສຸດແມ່ນ ໄດ້ຖືກລາຍງານໃນເດືອນສິງຫາທີ່ຜ່ານມາ.

ບັນດາສະມາຊິກສະພາໃນນະຄອນຫຼວງ ວໍຊິງຕັນ ໄດ້ແຈ້ງເຕືອນ ກ່ຽວກັບ ເຫດການ
ດັ່ງກ່າວ. ໃນວັນສຸກທີ່ຜ່ານມາ, ສະມາຊິກສະພາສູງ ພັກຣີພັບບລີກັນ 5 ທ່ານໄດ້ຂຽນ
ໜັງສືຫາທ່ານ Tillerson ເພື່ອຮຽກ ຮ້ອງໃຫ້ປິດສະຖານທູດໃນນະຄອນຫຼວງ ຮາວານາ
ແລະ ສົ່ງບັນດາ ນັກການທູດ ຄິວບາ ທຸກຄົນອອກຈາກ ສະຫະລັດ.

ບັນດາສະມາຊິກສະພາ ເຊິ່ງລວມມີສະມາຊິກສະພາສູງທ່ານ Tom Cotton ຈາກລັດ
Arkansas, ຜູ້ທີ່ນຳໜ້າໃນຄວາມພະຍາຍາມດັ່ງ ກ່າວ, ແລະ ທ່ານ Marco Rubio
ສະມາຊິກສະພາສູງຈາກລັດ Florida, ຜູ້ມີເຊື້ອສາຍ ຄິວບາ ທີ່ໂດດເດັ່ນ ທັງເປັນຜູ້
ວິຈານ ກ່ຽວກັບ ການຜ່ອນຄາຍຄວາມສຳພັນ ລະຫວ່າງ ສະຫະລັດ ກັບ ຄິວບາ ໄດ້
ກ່າວວ່າ "ການລະເລີຍຕໍ່ຄວາມຮັບຜິດຊອບໃນການປົກປ້ອງ ບັນດານັກການທູດ
ຂອງພວກເຮົາ ແລະ ຄອບຄົວຂອງເຂົາເຈົ້າໂດຍ ຄິວບາ ແມ່ນບໍ່ສາມາດຍອມຮັບໄດ້."

US Cuba Diplomats
please wait
Embed

No media source currently available

0:00 0:01:34 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG