ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈັດຖ້ຽວບິນພິເສດ ສຳລັບຊາວອາເມຣິກັນ ທີ່ຕົກຄ້າງຢູ່ ສປປ ລາວ


ແຜນທີ່ປະເທດລາວ
ແຜນທີ່ປະເທດລາວ

ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ຈັດຖ້ຽວບິນພິເສດ ສຳລັບພົນລະເມືອງອາເມຣິກັນ ແລະຜູ້ອາໄສຢູ່ຖາວອນຕາມກົດໝາຍຂອງສະຫະລັດອາເມຣິກາ (LPRs) ເຊິ່ງຖ້ຽວບິນຈະອອກຈາກນະຄອນຫຼວງວຽງຈັນໃນເວລາປະມານ 5 ໂມງແລງ ຂອງວັນທີ 11 ເດືອນເມສາໄປນະຄອນແຊນແຟຣນຊິສໂກ ລັດຄາລີຟໍເນຍ ເວລາອອກເດີນທາງແລະເສັ້ນທາງອາດຈະມີການປ່ຽນແປງໄດ້.

ທຸກໆທ່ານທີ່ຕ້ອງການບ່ອນນັ່ງໃນຖ້ຽວບິນນີ້ ແມ່ນຕ້ອງໄດ້ປະກອບແບບຟອມດັ່ງນີ້ DS-5528 Evacuee Manifest and Promissory Note. ພວກເຮົາຂໍແນະນໍາໃຫ້ທຸກທ່ານທີ່ມີເຈດຈໍານົງ ແລະມີຄວາມສົນໃຈໄປກັບຖ້ຽວບິນນີ້ທີ່ໄດ້ລົງທະບຽນຂຽນແບບຟອມສໍາຫຼວດໃຫ້ປະກອບແບບຟອມ DS-5528 ແລະສົ່ງມາ ທາງເອເລັກໂຕຣນິກ. ຖ້າພວກເຮົາບໍ່ໄດ້ຮັບຂໍ້ມູນຂອງທ່ານ ໃນແບບຟອມສຳຫຼວດຂອງພວກເຮົາແລະບໍ່ໄດ້ຮັບການປະກອບເອກະສານແບບ ຟອມ DS-5528 Evacuee Manifest ເພື່ອຢັ້ງຢືນວ່າທ່ານສົນໃຈໃນຖ້ຽວບິນນີ້ ພວກເຮົາຈະບໍ່ສາມາດຈັດບ່ອນນັ່ງ ສຳລັບທ່ານໄດ້.

ພົນລະເມືອງສະຫະລັດອາເມຣິກາ ຜູ້ທີ່ບໍ່ໄດ້ປະກອບ ແບບຟອມ DS-5528 ແລະແບບຟອມສໍາຫລວດແບບເອເລັກໂທຣນິກຫຼືມີຄຳຖາມກ່ຽວກັບແບບຟອມ DS-5528 ຫຼືຂໍ້ມູນຖ້ຽວບິນພິເສດນີ້ແມ່ນຮຽກຮ້ອງໃຫ້ເຂົ້າມາທີ່ສະຖານທູດໃນວັນພຸດວັນທີ 8 ເມສາ ແລະວັນພະຫັດທີ 9 ເມສາ ໃນເວລາ 1:00 - 4:00 ໂມງແລງ. ທາງສະຖານທູດມີພະນັກງານທີ່ສາມາດ ເວົ້າພາສາອັງກິດ ພາສາລາວ ແລະ ພາສາມົ້ງ ເພື່ອຕອບຄຳຖາມ ແລະ ຊ່ວຍທ່ານ ໃນການປະກອບແບບຟອມນີ້.

The Department of State has arranged a special chartered flight for U.S. citizens and U.S. Legal Permanent Residents (LPRs) currently expected to depart Vientiane around 5:00 p.m. on April 11 for San Francisco, CA. Exact departure time and routing are subject to change.

Every person requesting a seat on this chartered flight must complete a Form DS-5528 Evacuee Manifest and Promissory Note. We encourage all individuals who have previously conveyed their interest in this flight by completing our survey to complete Form DS-5528 and submit it electronically. If we do not have your information in our survey and have not received a completed Form DS-5528 Evacuee Manifest and Promissory Note from you confirming your interest in this flight, we will not make a seat available for you.

U.S. Citizens who cannot complete the Form DS-5528 and survey electronically or have questions about the Form DS-5528 or the chartered flight are asked to come to the Embassy on Wednesday, April 8 and Thursday April 9 between 1:00 and 4:00 p.m. English, Lao, and Hmong speaking staff will be on hand to answer questions and help you complete forms.

XS
SM
MD
LG