ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ສະ​ມາ​ຊິກ​ສະ​ພາ​ຕ່ຳ ​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້ ເຣິ​ເທ​ຣຍ ປ່ອຍ​ໂຕ​ ຊາວ​ອາ​ເມ​ຣິ​ກັນ


ຈາກ​ຊ້າຍ ຫົວ​ໜ້າ​ສະ​ຖານ​ທູດ ​ສະ​ຫະ​ລັດ ທ່ານ​ນາງ ​ນາ​ຕາ​ລີ ອີ ແລະ​ບັນ​ດ​ຄະ​ນະ​ສະ​ມາ​ຊິກ​​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ທີ່​ໄປ​ຢ້ຽມ​ຢາມ ປະ​ເທດ ​ເອ​ຣີ​ເທ​ຣຍ.
ຈາກ​ຊ້າຍ ຫົວ​ໜ້າ​ສະ​ຖານ​ທູດ ​ສະ​ຫະ​ລັດ ທ່ານ​ນາງ ​ນາ​ຕາ​ລີ ອີ ແລະ​ບັນ​ດ​ຄະ​ນະ​ສະ​ມາ​ຊິກ​​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ທີ່​ໄປ​ຢ້ຽມ​ຢາມ ປະ​ເທດ ​ເອ​ຣີ​ເທ​ຣຍ.

ປະ​ທານ​ອະ​ນຸ​ກຳ​ມະ​ການ ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ສະ​ຫະ​ລັດ ໄດ້​ຮຽກ ຮ້ອງໃຫ້
ລັດ​ຖະ​ບານ​ເອ​ຣິ​ເທ​ຣຍ ປ່ອຍຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ປະ​ເທດ
​ມາ​ໄດ້​ຫົກ​ປີ​ແລ້ວ.

ນາງ​ ຊີ​ແ​ຮມ ອາ​ລີ ອັບ​ດູ ໄດ້​ເກີດ​ຢູ່​ເມືອງ​ລອ​ສ​ແອ​ລ​ເຈີ​ລິ​ສ ລັດ​ຄາ​ລິ​ຟໍ​ຣ​ເນຍ ແລະ​ເຕີບ
​ໃຫຍ່​ຢູ່​ປະ​ເທດ ​ເອ​ຣີ​ເທ​ຣຍ. ໃນ​ເດືອນ​ທັນ​ວາປີ 2012 ພວກ​ເຈົ້າ​ໜ້າ​ທີ່​ ເອ​ຣິ​ເທ​ຣຍ ໄດ້​
ຈັບ​ນາງ​ ຊີ​ແຮມ ເວ​ລາ​ນາງ​ພະ​ຍາ​ຍາມ​ທີ່​ຈະ​ອອກ​ຈາກ​ປະ​ເທດ ໂດຍປາດ​ສະ​ຈາກ​ວີ​ຊາ
ທີ່​ມີ​ຢູ່​ພາຍ​ໃຕ້​ການ​ບັງ​ຄັບ. ຄອບ​ຄົວ​ຂອງ​ນ​າງ ບໍ່​ໄດ້​ເຫັນ ຫຼື​ໄດ້​ຍິນນາງ​ຈາກ​ນັບ​ແຕ່​ນັ້ນ
​ມາ ເຖິງ​ແມ່ນຈະ​ມີຄວາມ​ພະ​ຍາ​ຍາມ​ຢາ​ກ​ຮູ້​ ກ່ຽວ​ກັບ​ວ່າ ​ລາວຢູ່​ໃສ ແລະ ກ​ານ​ເປັນ​ຢູ່​
ເປັນ​ຢ່າງ​ໃດ.

ຮູບ​ນາງ​ ຊີ​ແ​ຮມ ອາ​ລີ ອັບ​ດູ ກ່ອນ​ຖືກ​ຈັບ​ໃນ​ວັນ​ທີ 8 ທັນ​ວາ 2012.
ຮູບ​ນາງ​ ຊີ​ແ​ຮມ ອາ​ລີ ອັບ​ດູ ກ່ອນ​ຖືກ​ຈັບ​ໃນ​ວັນ​ທີ 8 ທັນ​ວາ 2012.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ​ແຄເ​ຣັນ ແບ​ສ ຜູ້​ເປັນ​ປະ​ທານ​ອະ​ນຸ​ກຳ​ມະ​ການ​ພົວ​ພັນ​
ຕ່າງ​ປະ​ເທດ ​ກ່ຽວ​ກັບ ​ອາ​ຟ​ຣິ​ກາ, ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ, ສິດ​ທິ​ມະ​ນຸດ​ທົ່ວ​ໂລກ
ແລະ​ ບັນ​ດາ​ອົງ​ການ​ສາ​ກົນ​ຕ່າງໆ ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ໂຕ​ນາງ​ ຊີ​ແຮມ ​ຢູ່​ໃນ​ຊື່​ສັງ​ຄົມ
ໃນ​ວັນ​ສຸກທີ່​ຜ່ານນີ້.

​ທ່ານ​ນາງ​ ແບ​ສ ໄດ້ຂ​ຽນ​ຢູ່​ໃນທ​ວິດ​ເຕີ ແລະ​ເຟ​ສ​ບຸກ ວ່າ “ຂ້າ​ພ​ະ​ເຈົ້າຫາ​ກໍ​ໄປ ​ເອ​ລີ​ເທ​ຣຍ
ເດືອນ​ແລ້ວ​ນີ້. ບັນ​ດາ​ຜູ້​ນຳ​ປະ​ເທດ​ສົມ​ຄວນ​ປ່ອຍ​ນາງ ​ຊີ​ແຮມ ເຊິ່ງ​ວັນ​ເກີດຂອງ​ລາວ​ອາ
​ທິດ​ແລ້ວນີ້ ພ້ອມ​ກັບພວກ​ນັກ​ໂທດ​ການ​ເມືອງ​ໝົດ​ທຸກ​ຄົ​ນຂອງ ​ເອ​ຣິ​ເທ​ຣຍ ເພື່ອ​ເຮັດ​ໃຫ້​
ຮູ້​ວ່າ ປະ​ເທດ​ກຳ​ລັງເອົາ​ແນວ​ທາງ​ໃໝ່ ທີ່​ຮວມ​ມີ​ການ​ເຄົາ​ລົບ​ສິດ​ທິ​ມະ​ນຸດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG