ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາຕໍ່າ 2 ທ່ານ ຢ້ຽມຢາມສະໜາມບິນກາບູນ ທ່າມກາງທີ່ມີການຍົກຍ້າຍຜູ້ຄົນ


ທະຫານອາກາດສະຫະລັດ ກຳລັງນຳພາຜູ້ຄົນ ເຂົ້າເຮືອບິນກອງທັບອາກາດສະຫະລັດ C-17 ທີ່ສະໜາມບິນ ສາກົນ Hamid Karzai ວັນທີ 24 ສິງຫາ 2021.
ທະຫານອາກາດສະຫະລັດ ກຳລັງນຳພາຜູ້ຄົນ ເຂົ້າເຮືອບິນກອງທັບອາກາດສະຫະລັດ C-17 ທີ່ສະໜາມບິນ ສາກົນ Hamid Karzai ວັນທີ 24 ສິງຫາ 2021.

ສະມາຊິກສະພາຕໍ່າສະຫະລັດສອງຄົນໄດ້ເດີນທາງໄປນະຄອນຫຼວງກາບູລຂອງ ອັຟກາ
ນິສຖານໂດຍບໍ່ໄດ້ປະກາດໃຫ້ຊາບ ໃນວັນອັງຄານວານນີ້ ໃນອັນທີ່ເຂົາ ເຈົ້າກ່າວວ່າ
ເປັນການຢ້ຽມຢາມເພື່ອຊັ່ງຊາເບິ່ງຄວາມພະຍາຍາມຍົກຍ້າຍຜູ້ຄົນ ທີ່ພວມດຳເນີນຢູ່
ແລະເພື່ອກົດດັນໃຫ້ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ຕໍ່ອາຍຸ ການຖອນ
ກຳລັງທະຫານສະຫະລັດທີ່ຍັງເຫຼືອຢູ່ໃນອັຟການິສຖານ ອອກ ໄປກາຍວັນທີ 31
ສິງຫາ.

ຖະແຫຼງການຮ່ວມຂອງສະມາຊິກສະພາຕໍ່າ ເຊດ ມູລຕັນ (Seth Moulton) ທີ່ສັງກັດ
ພັກເດໂມແຄຣັດ ຈາກລັດແມສຊາຈູແຊັດ ແລະສະມາຊິກສະພາຕໍ່າ ປີເຕີ ເມເຢິ
(Peter Meijer) ທີ່ສັງກັດພັກຣີພັບບລິກັນ ຈາກ ລັດມີຊິແກນ ກ່າວວ່າ “ພວກເຮົາ
ໄດ້ເດີນທາງໄປຢ້ຽມຢາມຄັ້ງນີ້ຢ່າງລັບໆ ໂດຍໄດ້ໂອ້ລົມ ເລື້ອງນີ້ ຫຼັງຈາກການເດີນ
ທາງຂອງພວກເຮົາ ເພື່ອຫຼຸດຄວາມສ່ຽງແລະການ ລົບກວນ ຕໍ່ພວກຜູ້ຄົນຢູ່ທີ່ນັ້ນ
ແລະເພາະວ່າ ພວກເຮົາໄດ້ໄປທີ່ນັ້ນເພື່ອເກັບ ກຳຂໍ້ມູນ ບໍ່ແມ່ນເພື່ອໂຄສະນາ.”

ສະມາຊິກສະພາທັງສອງ ທີ່ຮັບໃຊ້ຢູ່ໃນ ຄະນະກຳມະການກອງທັບຂອງສະພາຕ່ຳ
ໄດ້ອອກຖະແຫຼງການຂອງພວກເຂົາເຈົ້າ ຫຼັງຈາກໄດ້ບິນອອກຈາກນະຄອນຫຼວງ
ກາບູລໂດຍຢູ່ເທິງເຮືອບິນຮັບເໝົາ. ເຂົາເຈົ້າກ່າວ່າ
ຄວາມາຄິດເຫັນຂອງ ເຂົາເຈົ້າ ຫຼັງຈາກໄດ້ເຫັນສະພາບການໂຕຈິງ ແລະໄດ້ໂອ້
ລົມກັບບັນດາຜູ້ບັນຊາ ການທາງພາກພື້ນດິນວ່າ “ພວກເຮົາຈະບໍ່ສາມາດນຳເອົາ
ທຸກຄົນອອກ ທັນກັບເວລາ.”

ປະທານາທິບໍດີໄບເດັນ ກ່າວໃນວັນອັງຄານວານນີ້ ທ່ານຄາດວ່າ ການປະຕິບັດ
ງານຍົກຍ້າຍ ຈະເສັດສິ້ນລົງໃນທ້າຍເດືອນນີ້.

ປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ (Nancy Pelosi) ໄດ້ອອກຖະແຫຼງ
ການ ໃນວັນອັງຄານວານນີ້ ກ່າວວ່າ ການເດີນທາງໄປຍັງຂົງເຂດດັ່ງກ່າວໂດຍສະ
ມາຊິກສະພາຕໍ່າ ຈະນຳເອົາຊັບພະຍາກອນຕ່າງໆມາໃຫ້ການປະຕິບັດ ງານຍົກຍ້າຍ.

ທ່ານນາງເພໂລຊີ ກ່າວວ່າ “ເຖິງແມ່ນມີຄວາມຮີບດ່ວນຂອງສະຖານະການໃນ ເລື້ອງ
ນີ້ ຄວາມປາດຖະໜາຂອງສະມາຊິກສະພາຕໍ່າຈຳນວນນຶ່ງທີ່ເດີນທາງໄປ ອັຟການິສ
ຖານ ແລະເຂດອ້ອມແອ້ມນັ້ນ ເປັນທີ່ເຂົ້າໃຈແລະ ໄດ້ສະທ້ອນໃຫ້ ເຫັນເຖິງບູລິມະ
ສິດລະດັບສູງ ທີ່ພວກເຮົາໃຫ້ຄວາມສຳຄັນຕໍ່ຊີວິດຂອງພວກທີ່ ຢູ່ທາງພາກພື້ນດິນ.
ເຖິງຢ່າງໃດກໍດີ ຂ້າພະເຈົ້າຂຽນສິ່ງນີ້ ກໍເພື່ອເນັ້ນຢໍ້າວ່າ ກະຊວງປ້ອງກັນປະເທດ
ແລະກະຊວງຕ່າງປະເທດໄດ້ຮ້ອງຂໍວ່າ ບໍ່ໃຫ້ບັນດາ ສະມາຊິກສະພາ ເດີນທາງໄປ
ອັຟການິສຖານແລະຂົງເຂດດັ່ງກ່າວໃນຊ່ວງເວ ລາທີ່ເປັນອັນຕະລາຍນີ້. ເພື່ອຄໍ້າ
ປະກັນຄວາມປອດໄພ ແລະການຍົກຍ້າຍໃຫ້ ຕາມເວລາຂອງບັນດາສ່ວນບຸກຄົນທີ່
ຕົກຢູ່ໃນຄວາມສ່ຽງ ທີ່ຈຳເປັນຕ້ອງໄດ້ຮັບ ການເພັ່ງເລັງແລະຄວາມສົນໃຈຢ່າງເຕັມ
ທີ່ ຂອງທາງກອງທັບແລະພວກນັກ ການທູດ ທີ່ຢູ່ໃນອັຟການິສຖານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG