ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກສະພາ ສຫລ ຜູ້ເປັນມຸສລິມ ຕົກເປັນ ເປົ້າໝາຍ ການຂົ່ມຂູ່ເອົາຊີວິດ ໂດຍ IS


ທ່ານ Keith Ellison ຜູ້ແທນຈາກລັດ Minnesota ສັງກັດພັກເດໂມແຄຣັດ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຕໍ່ໜ້າສານສູງສຸດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ເມສາ 2016.
ທ່ານ Keith Ellison ຜູ້ແທນຈາກລັດ Minnesota ສັງກັດພັກເດໂມແຄຣັດ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຕໍ່ໜ້າສານສູງສຸດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ເມສາ 2016.

ສະມາຊິກສະພາ ຄົນອາເມຣິກັນ ທີ່ເປັນມຸສລິມ ກ່າວ​ຫາກຸ່ມລັດອິສລາມ ວ່າເປັນ “ກຸ່ມທີ່ ລວບລວມດ້ວຍ ພວກຂີ້ຕົວະຫຼອກ​ລວງ, ພວກຄາດຕະກອນ, ພວກທຳການທໍລະມານ ແລະພວກຂົ່ມຂືນຊຳເລົາ” ຫຼັງຈາກກຸ່ມດັ່ງກ່າວ​ໄດ້ຂົ່ມຂູ່ວ່າ ຈະຂ້າທ່ານ.

ທ່ານ Keith Ellison ຜູ້ແທນຈາກລັດ Minnesota ສັງກັດພັກເດໂມແຄຣັດ ໄດ້ຕໍ່ວ່າ ພວກຫົວຮຸນແຮງ ໂດຍກ່າວວ່າ ບໍ່ມີມຸສລິມຜູ້ໃດ ທີ່ທ່ານຮູ້ຈັກ ຮັບຮູ້​ໃນອັນທີ່ພວກເຂົາ ສິດສອນນັ້ນ ວ່າເປັນສາສະໜາອິສລາມ.

ທ່ານ Ellison ກ່າວວ່າ “ຄວາມເປັນຈິງ ທີ່ວ່າ ຂ້າພະເຈົ້າ ບໍ່ເຂົ້າຂ້າງພວກ Daesh ນັ້ນ ໝາຍຄວາມວ່າ ຂ້າພະເຈົ້າ ຕໍ່ສູ້ເພື່ອ ສິ່ງທີ່ຍຸດຕິທຳ, ຄວາມອົດທົນ ແລະ ໂລກທີ່ມີ ສ່ວນຮ່ວມຫຼາຍຂຶ້ນ.”

ທ່ານ ໄດ້​ໃຊ້ຄຳ​ເວົ້າ​ທີ່ຮຸນແຮງ ຄື Daesh ນັ້ນ ຊຶ່ງໝາຍເຖິງກຸ່ມລັດອິສລາມ ຊຶ່ງເປັນຄຳ ສຽດສີ ໃນພາສາອາຣັບ ສຳລັບກຸ່ມນັ້ນ.

ລັດອິສລາມ ໄດ້ປະກາດການຂົ່ມຂູ່ຈະເອົາຊີວິດ ໃນສັບປະດານີ້ ຕໍ່ຜູ້ຄົນຈຳນວນ ທີ່ຕົນ ເອີ້ນວ່າ ເປັນພວກທີ່ “ເຄື່ອນໄຫວທາງດ້ານການເມືອງ ຜູ້ທີ່ປ່ຽນສາສະໜາ” ຢູ່ໃນ ສະຫະລັດ ອອສເຕຣເລຍ ອັງກິດ ແລະ ການາດາ.

ພວກຄົນເຫຼົ່ານັ້ນ ລວມມີ ທ່ານ Huma Abedin ຜູ້ຊ່ວຍຂອງຜູ້ສະໝັກລົງແຂ່ງຂັນ ເອົາ ຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ແລະ ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton.

ກຸ່ມລັດອິສລາມ ໄດ້ນຳເອົາບັນຊີລາຍຊື່ ຂອງຜູ້ທີ່ພວກເຂົາປອງຂ້າ ລົງໃນອິນເຕີເນັດ ຫຼື ອອນລາຍ ພ້ອມກັບຮູບຂອງມີດເປື້ອນດ້ວຍເລືອດ ແລະຂໍ້ຄວາມ ຈາກຜູ້ນຳ Abu Bakr al-Baghadadi. ຜູ້ກ່ຽວກ່າວວ່າ ພວກທີ່ຢູ່ໃນບັນຊີລາຍຊື່ນັ້ນ “ຈະໄດ້ຮັບການ​ອະ​ໂຫສິ​ໃຫ້ ຖ້າພວກເຂົາເຈົ້າ ຍອມຈຳນົນຕໍ່ລັດອິສລາມ.”

ປະທານຂອງກຸ່ມສັງຄົມອິສລາມ ຂອງອາເມຣິກາເໜືອ ທ່ານ Azhar Aziz ບອກວີໂອເອ ພາສາ Deewa ວ່າ ທ່ານເຊື່ອວ່າ ການຂົ່ມຂູ່ ແມ່ນບໍ່ມີຄວາມໝາຍຫຍັງເລີຍ ເພາະວ່າ ຄົນໃດກໍຕາມ ທີ່ຈະທຳການສັງຫານ ຈະ​ບໍ່​ຢູ່​ໃນ​ແຜ່ນແດນຂອງສະຫະລັດ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG