ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ນະຄອນ Brussels ອາດປ່ຽນແປງແນວຄິດ ກ່ຽວກັບຄຸກ Guantanamo


US Congressman: Brussels Attack Could Change Minds on Guantanamo Detention
please wait

No media source currently available

0:00 0:02:31 0:00

ບັນດາ​ເຈົ້າ​ໜ້າ​ທີ່ ກະຊວງ​ຕ່າງປະ​ເທດ ສະຫະລັດ ​ແລະ​ທຳນຽບ
ຫ້າ​ແຈ ​ໃຫ້ການ​ຕໍ່​ສະພາສູງສະຫະລັດໃນ​ວັນພຸດທີ່​ຜ່າ​ນມາ ກ່ຽວ
​ກັບແຜນ​ຂອງ​ລັດຖະ ບານທ່ານ Obama ທີ່​ຈະ​ປິດບ່ອນ​ຄຸມ​ຂັງ
ຢູ່​ອ່າວ Guantanamo ປະ​ເທດ​ຄິວ​ບາ ຊຶ່ງ​ເປັນການ​ຮັບ​ຟັງ ​ທີ່
ໄດ້​ມີ​ຂຶ້ນ​ໜຶ່ງ​ມື້​ ຫລັງ​ຈາກການ​ໂຈມ​ຕີ​ຂອງ​ພວກ ​ກໍ່​ການ​ຮ້າຍ ​ທີ່​
ນະຄອນ Brussels. ນັກ​ຂ່າວ ວີ​ໂອ​ເອ ປະຈຳ​ທຳ​ນຽບຫ້າ​ແຈ
Carla Babb ລາຍ​ງານວ່າ ສະມາຊິກ​ສະພາ​ຈຳນວນ​ໜຶ່ງ ໄດ້
ສະ​ເໜີ​ແນະ​ວ່າ ການ​ໂຈມ​ຕີ ​ທີ່​ນະຄອນ Brussels ​ແລະຢູ່ທີ່
ນະຄອນ​ປາຣີ ​ໃນ​ປີ​ກາຍ​ນີ້​ ອາດ​ເຮັດ​ໃຫ້​ພັນທະ​ມິດ​ໃນ​ຢູ​ໂຣບ
ທົບ​ທວນຄືນ​ໃໝ່ ​ກ່ຽວ​ກັບການຮຽກ​ຮ້ອງ​ ໃຫ້​ປິດ​ສະຖານ​ທີ່​ດັ່ງ
ກ່າວ ຊຶ່ງ​ ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ.

ຫລາຍ​ກວ່າ 85 ​ເປີ​ເຊັນ​ຂອງ​ພວກ​ທີ່​ຖືກ​ກັກ​ຂັງ​ຢູ່​ອ່າວ Guantanamo ປະ​ເທດຄິວ​ບາ
ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ ​ໄດ້​ຖືກ​ຍ້າຍ​ອອກ​ໄປ​ຢູ່​ບັນດາ​ປະ​ເທດ​ຕ່າງໆ​ແລ້ວ.

ໜ້ອຍ​ກວ່າ 100 ຄົນ​ ຍັງ​ຖືກ​ຂັງ​ຢູ່ທີ່​ນັ້ນ ​ແລະ​ລັດຖະບານ ທ່ານ Obama ຕ້ອງການ​ຢາກ
​ຈະ​ປິດ​ສະຖານ​ທີ່​ດັ່ງກ່າວ​ນີ້​ລົງ.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງລັດຖະບານ​ກ່າວ​ວ່າ ພາບ​ພົດ​ຂອງ​ຄຸກແຫ່ງ​ນີ້ ຊຶ່ງຍັງ​ຮູ້​ກັນໃນອີກຊື່​
ນຶ່ງ​ວ່າ Gitmo ນັ້ນ ​ຍັງເປັນ​ທີ່​ເຕືອນ​ໃຫ້ຮູ້ ກ່ຽວ​ກັບການ​ອະນຸຍາດ​ຂອງ ສະຫະລັດ ໃຊ້​
ການທໍລະມານ​ໂດຍ​ການເອົາ​ຜ້າ​ປົກ​ໜ້າ​ແລ້ວ​ເທນໍ້າ​ໃສ່​ ​ແລະ​ການ​ຄຸມ​ຂັງເປັນ​ເວລາ​ຍາວ​
ນານ ​ໂດ​ຍປາດ​ສະ​ຈາກ​ການ​ດຳ​ເນີນ​ຄະດີ.

ທ່ານ Paul Lewis ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ຮັບຜິດຊອບ ກ່ຽວ​ກັບ
​ຄຸກ Guantanamo ກ່າວ​ວ່າ "ບັນດາ​ປະ​ເທດ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກ ແລະ​ພັນທະ​ມິດ​ທັງ
​ຫລາ​ຍ ບອກ​ເຮົາ​ວ່າ ຄຸກ Gitmo ​ນີ້ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ ພວກ​ເຮົາ. ໂດຍ​ການ​
ປິດຄຸກ​ Gitmo ລົງ​ໄປ​ນັ້ນ ພວກ​ເຮົາໄດ້ແກ້​ໄຂ​ຄວາມ​ກັງ​ວົນເປັນ​ຫ່ວງໃຫ້​ແກ່ໂລກ​
ທັງມວນ.”

​ໂດຍ​ບໍ່​ໄດ້​ໃຫ້ລາຍລະອຽດ​ໃດໆ ທ່ານ Lewis ຮັບ​ຮູ້​ວ່າ ຊາວ​ອາ​ເມຣິກັນ ​ໄດ້​ຖືກ​ສັງຫາ​ນ
ໂດ​ຍ​ອະດີດ​ນັກ​ໂທ​ດຄຸກ Gitmo ຜູ້​ທີ່​ກັບ​ຄືນ​ໄປ​ສູ່​ສະໜາມ​ລົບນັ້ນ.

ທ່ານ Lewis ກ່າວ​ວ່າ "ເວລາ​ໃດກໍ​ຕາມ​ມີ​ຄົນ​ເສ​ຍ​ວິດ ມັນ​ເປັນ​ເລື້ອງ​ທີ່​ໂສກ​ເສົ້າ ​ແລະ​
ພວກ​ເຮົາ​ບໍ່​ຢາກ​ໃຫ້​ມີ​ຜູ້​ໃດ​ຜູ້​ໜຶ່ງ​ເສຍ​ຊີວິດ ​ເພາະວ່າ​ພວກ​ເຮົາ​ໄດ້​ຍົກຍ້າຍ​ນັກ​ໂທດ.”

ແຕ່​ທ່ານ Lewis ກ່າວ​ວ່າ ລັດຖະບານຊຸດ​ປັດຈຸບັນ​ນີ້ິ ​ແລະ​ລັດຖະບານ​ຊຸດ​ກ່ອນ ເຊື່ອ​ໃນ
​ຄວາມ​ສຳຄັນ​ຂອງ​ການ​ປິດຄຸກ Gitmo ​ມີ​ນ້ຳໜັກ​ຫລາຍ​ກວ່າຄວາມ​ສ່ຽງ​ຕໍ່​ການ​ປ່ອຍ​ໃຫ້
​ຄຸກ​ດັ່ງກ່າວ​ດຳ​ເນີນ​ການ​ຕໍ່​ໄປ​.

ບັນດາ​ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິກກັນ ​ເຊື່ອວ່າ​ຄຸກ​ດັ່ງກ່າວ​ນີ້ຍັງ​ມີ​ຄວາມ​ສຳຄັນຄື
​ກັນ​ກັບ​ແຕ່​ກ່ອນ.

ທ່ານ​ Dana Rohrabacher ສະມາຊິກ​ສະພາ​ຕໍ່າ ພັກຣີພັບ​ບລິ​ກັນ ກ່າວ​ວ່າ "ເຂົາ​ເຈົ້າ
​ເສຍ​ໃຈ​ແກ່​ພວກ​ເຮົາ​ທີ່​ສຸດ ທີ່​ວ່າ​ເປັນເຄື່ອງມື​ໃນ​ການ​ເກັບ​ເກນ​ເອົາ​ສະມາ​ຊິກ​ ທີ່​ພວກ
ເຮົາ​ໄດ້​ກັກ​ຂັງພວກ​ກໍ່​ການ​ຮ້າຍ ​ທີ່​ໄດ້​ສັງຫານ​ປະຊາຊົນທີ່ໄຮ້​ດຽງ​ສາ​ໄວ້​ຢູ່​ໃນຄຸກ
Gitmo. ດີ​ລະ ຂ້າພະ​ເຈົ້າ​ຄິດ​ວ່າ​ ເຄຶ່ອງມືໃນ​ການ​ເກັບ​ເກນ​ທີ່​ໃຫຍ່​ຂຶ້ນກວ່າ​ນີ້ ກໍ​ຄື​
ເວລາລັດຖະບານຂອງ​ເຮົາ ​ໂດຍ​ສະ​ເພາະ ລັດຖະບານຊຸດປັດ​ຈຸ​ບັນ ທີ່​ຖືກ​ເບິ່ງເຫັນ​
ວ່າ​ ​ເປັນ​ລັດຖະບານທີ່​ອ່ອນແອນັ້ນ."

​ອີງ​ຕາມ​ລາຍ​ງານ​ສືບ​ລັບ​ແລ້ວ ໜ້ອຍ​ກວ່າ​ຫ້າ​ເປີ​ເຊັນ ​ຂ​ອງພວກນັກ​ໂທດຈາກ​ຄຸກ
Gitmo ທີ່ໄດ້ຖືກ​ຍົກຍ້າຍ​ໂດຍລັດຖະບານ Obama ​ໄດ້​ກັບ​ຄືນ​ໄປ​ເປັນ​ພວກ​ກໍ່​ການ​
ຮ້າຍອີກ.

​ແຕ່​ວ່າ ສະມາ​ຊິກ​ສະພາ​ຈຳນວນ​ໜຶ່ງ​ຢ້ານ​ກົວ​ວ່າ ບັນດາ​ປະ​ເທດ​ທີ່​ຮັບ​ເອົາ​ພວກ​ນັກ​ໂທດ
​ຈາກຄຸກ Gitmo ​ເຊັນ​ວ່າ Ghana ​ແລະ Uruguay ບໍ່​ສາມາດຕິດ ຕາມເບິ່ງ​ເຂົາ​ເຈົ້າ​ໄດ້​
ຢ່າງ​ເໝາະ​ສົມ.

ທ່ານ Ed Royce ປະທານ​ຄະນະ​ກຳມະການຄວາມສຳພັນຕ່າງປະເທດຂອງ​ສະພາ​ຕ່ຳ
ກ່າວ​ວ່າ “Ghana ​ເປັນ​ບ່ອນ​ທີ່​ງົດ​ງາມ. ​ເປັນ​ປະ​ເທດ​ທີ່​ສວຍງາມ. ​ແຕ່​ຄວາມ​ຈິງ​ແລ້ວ
ບໍ່​ມີ​ໜ່ວຍ​ສືບ​ລັບ​ທີ່​ດີ​ເລີດ ຫລືການ​ບໍລິການ​ດ້ານເຈົ້າໜ້າ​ທີ່ປະ​ຕິ​ບັດ​ກົດໝາຍທີ່ດີ​ເລີດ
​ເລີຍ ​ເພື່ອ​ຮັບ​ມື​ກັບ​ບັນຫາ​ແບບ​ນີ້.”

​ໃນ​ຂະນະ​ທີ່​ພວກ​ນັກໂທດ​ກາຍເປັນ​ຜູ້​ມີສິດທິໃນ​ການຍົກຍ້າຍ ​ແຕ່ຂັ້ນຕອນ​ການ​ຄຸມ​ຂັງ
​ຢູ່​ຄຸກ Gitmo ​ຍັງ​ສືບ​ຕໍ່ເປັນ​ເລື້ອງ​ທີ່ມີ​ການ​ອະພິປາຍ​ກັນຢ່າງ​ເຜັດ​ຮ້ອນ.

ທ່ານ Eliot Engel ສະມາຊິກ​ສະພາ​ຕໍ່າ ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ “ບັດ​ນີ້ ຂ້າພະ​ເຈົ້າ​ບໍ່​
ເຫັນ​ພ້ອມ ​ທີ່​ຈະ​ປ່ອຍ​ໃຜ​ທັງ​ໝົດ ​ທີ່​ມີ​ຄວາມ​ຜິດ ​ແຕ່​ວ່າ ຂ້າພະ​ເຈົ້າ​ກໍ​ບໍ່​ຢາກ​ຮັກສາ​ຄົນ​
ໄວ້ຢູ່​ໃນ​ຄຸກ​ ຫລັງ​ຈາກ​ປີ ​ເປັນ​ເວລາ​ຫຼາຍໆ​ປີ ​ໂດຍ​ທີ່​ບໍ່​ມີ​ການ​ດຳ​ເນີນ​ຄະດີ.”

ທ່ານ​ Dana Rohrabacher ສະມາຊິກ​ສະພາ​ຕໍ່າພັກຣີ​ພັບ​ບລິ​ກັນ ກ່າວ​ວ່າ “ຖ້າ​ຫາກ​
ວ່າເດັກນ້ອຍຜູ້​ໜຶ່ງໄດ້​ຮັບ​ການ​ຊ່ອຍ​ຊີວິດໄວ້​ ​ເພາະວ່າ​ລາວ​ອາດ​ຖືກໂຈມ​ຕ້ດ້ວຍ ​ຈາກ​
ຜູ້​ໃດ​ຜູ້​ໜຶ່ງທີ່ຖືກ​ປ່ອຍ​ໂຕ ມັນ​ດີ​ສຸດທີ່​ຈະ​ຄຸມ​ຂັງ​ພວກນັກ​ໂທດ 90 ຄົນ​ນັ້ນ​ໄວ້​ຢູ່​ໃນ​ຄຸກ
Gitmo
ຕໍ່​ໄປ”

ທາງ​ເລືອກ​ຂອງ​ກາ​ນຍົກຍ້າຍ ພວກ​ນັກ​ໂທດ​ຈາກ​ຄຸກ Guantanamo ​ມາສູ່​ດິນ​ແດນອາ​
ເມຣິກາ​ນັ້ນ ຍັງເປັນເລື້ອງທີ່​ຜິດ​ກົດ​ໝາຍຢູ່.

XS
SM
MD
LG