ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳມະການ ສະພາ ສຫລ ອອກໝາຍຮຽກຕົວ ສະບັບໃໝ່ ຕໍ່ທ່ານ ໄມເກີລ ຟລິນ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ນາຍພົນ Michael Flynn ພວມກ່າວ ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວ ປະຈຳວັນ ຂອງທຳນຽບຂາວ ທີ່ວໍຊິງຕັນ, ວັນທີ 1 ກຸມພາ 2017.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ນາຍພົນ Michael Flynn ພວມກ່າວ ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວ ປະຈຳວັນ ຂອງທຳນຽບຂາວ ທີ່ວໍຊິງຕັນ, ວັນທີ 1 ກຸມພາ 2017.

ຄະນະກຳມະການ ຂອງສະພາ ໄດ້ອອກໝາຍຮຽກຕົວ ສະບັບໃໝ່ ຕໍ່ທ່ານ Michael
Flynn ໃນຄວາມພະຍາຍາມເພື່ອບັງຄັບໃຫ້ທ່ານມອບເອກກະສານຕ່າງໆ ແລະ ມາ
ໃຫ້ປາກຄຳກ່ຽວກັບການຮັບຕຳແໜ່ງເປັນທີ່ປຶກສາດ້ານຄວາມໝັ້ນຄົງຜູ້ທຳອິດໄລຍະ
ສັ້ນໆ ຂອງທ່ານປະທານາທິບໍດີ ດໍໂນລ ທຣຳ.

ທ່ານຟລິນ ບໍ່ໄດ້​ເອົາ​ຫົວຊາ ຕໍ່ຄະນະກຳມະການ ສືບລັບຂອງສະພາສູງ ເມື່ອຕົ້ນ
ສັບປະດານີ້ ໂດຍ​ໄດ້ປະຕິເສດທີ່ຈະມອບຂໍ້ມູນທີ່ຄະນະກຳມະການ ໄດ້ຮ້ອງຂໍ
ກ່ຽວກັບ​ໄລຍະ 24 ວັນ ທີ່ທ່ານໄດ້​ເຂົ້າຮັບຕຳແໜ່ງສຳຄັນຢູ່​ທີ່ທຳນຽບຂາວ ໃນສອງ
ສັບປະດາທຳອິດ ຂອງຄະນະລັດຖະບານ ທ່ານທຣຳ ນັ້ນ. ທ່ານທຣຳ ໄດ້ປົດທ່ານ
ຟລິນ ຍ້ອນ​ບໍ່​ໄດ້​ເວົ້າຄວາມ​ຈິງ ຕໍ່ຮອງປະທານາທິບໍດີ ທ່ານ Mike Pence ກ່ຽວກັບ
ການຕິດຕໍ່ກັບເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ໃນສອງສາມ
ສັບປະດາ ກ່ອນທີ່ທ່ານທຣຳ ຈະເຂົ້າກຳອຳນາດ.

ແຕ່ຄະນະກຳມະການສືບລັບຂອງສະພາສູງ ແລະຄະນະ​ກຳມະການ​ສືບ​ລັບ​ຂອງ ສະພາຕ່ຳກ່າວວ່າ ພວກເພິ່ນ ຈະອອກໝາຍຮຽກຕົວ ສະບັບໃໝ່ ຕໍ່ທ່ານຟລິນ. ທ່ານ
ຟລິນ ເປັນນາຍພົນກອງທັບບົກ ທີ່ໄດ້ກະສຽນແລ້ວ ຜູ້ທີ່ເປັນຕົວແທນດ້ານການເມືອງ
ທີ່ສຳຄັນຄົນນຶ່ງ ຂອງທ່ານທຣຳ ໃນລະຫວ່າງການໂຄສະນາຫາສຽງ ເມື່ອປີກາຍນີ້.

ທ່ານ Adam Schiff ສະມາຊິກຄົນ​ສຳຄັນຂອງພັກເດໂມແຄຣັດ ປະຈຳຄະນະ
ກຳມະການສືບ​ລັບຂອງສະພາຕ່ຳ ໄດ້ບອກບັນດານັກຂ່າວ ໃນວັນພຸດວານນີ້ວ່າ
“ໃນເບື້ອງຕົ້ນພວກເຮົາໄດ້ຮ້ອງຂໍໃຫ້ທ່ານຟລິນເຂົ້າມາ ປະກອບສ່ວນດ້ວຍ
ຄວາມ ສະໝັກໃຈ. ເພິ່ນໄດ້ປະຕິເສດ. ພວກເຮົາກໍຈະອອກໝາຍຮຽກຕົວ
ໃຫ້ຜູ້ກ່ຽວເຂົ້າມາ.”

ໃນການປະຕິເສດທີ່ຈະມອບເອກກະສານຕ່າງໆ ໃຫ້ແກ່ຄະນະກຳມະການ ຂອງ
ສະພາສູງນັ້ນ ທ່ານຟລິນໄດ້ໃຊ້ສິດພາຍໃຕ້ກົດໝາຍລັດຖະທຳມະນູນມາດຕາ
5ຂອງສະຫະລັດ ວ່າດ້ວຍການກະທຳ ທີ່ອາດເຮັດໃຫ້ຕົນຕ້ອງຮັບຜິດທາງອາຍາ.
ບັນດານັກຊ່ຽວຊານດ້ານກົດໝາຍ ກ່າວວ່າ ຖ້າທ່ານຟລິນ ມອບຂໍ້ມູນໃຫ້ແກ່
ຄະນະສືບສວນຂອງສະພາ​ແລ້ວທ່ານກໍຈະສ່ຽງຕໍ່ການບໍ່ສາມາດອ້າງເອົາສິດທິ ພິເສດແບບດຽວກັນນັ້ນແລະການປະຕິເສດທີ່ຈະໃຫ້ປາກຄຳຕໍ່ຄະນະກຳມະ
ການສະພາ ທີ່ສືບສວນ ກ່ຽວກັບວ່າ ຣັດເຊຍແຊກແຊງເຂົ້າໃນການເລືອກຕັ້ງ
ສະຫະລັດເມື່ອ ປີກາຍນີ້ ວິທີໃດ ແລະ ອາດເປັນໄປໄດ້ວ່າ ມີການສົມຮູ້ຮ່ວມຄິດ
ລະຫວ່າງບັນ ດາຜູ້​ຊ່ວຍໃນຄະນະໂຄສະນາຫາສຽງຂອງທ່ານທຣຳ ແລະບັນດາ
ເຈົ້າໜ້າທີ່ຂອງ ຣັດເຊຍ ເພື່ອຊ່ວຍໃຫ້ທ່ານທຣຳ ຊະນະການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG