ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະສະພາ ສຫລ ຮັບຜ່ານ ງົບປະມານ 1.100 ຕື້ໂດ​ລາ ໃຫ້ລັດຖະບານ​ກາງ


ປະທານຜູ້ແທນ ສະພາຕຳ່ ທ່ານ John Boehner.
ປະທານຜູ້ແທນ ສະພາຕຳ່ ທ່ານ John Boehner.

ບັນດາ​ຜູ້ນຳ​ພັກ ​ເດ​ໂມ​ແຄຣັດ ​ແລະຣີພັບ​ບລິ​ກັນ ຢູ່​ໃນ ລັດຖະ
ສະພາສະຫະລັດ ​ໄດ້​ບັນລຸ​ຂໍ້​ຕົກລົງ ກ່ຽວ​ກັບຮ່າງ​ງົບປະມານ
​ ຈຳນວນ​ 1 ພັນ 1 ຮ້ອຍຕື້ໂດ​ລາ ຂອງລັດຖະບານ​ກາງ​ ສຳ
​ຫລັບ​ໃຊ້​ຈ່າຍ​ໄປ​ຈົນ​ເຖິງ​ປີໜ້າ.

ການ​ຕົກລົງ​ກ່ຽວ​ກັບຮ່າງ​ງົບປະມານ​ໃຊ້​ຈ່າຍດັ່ງກ່າວ ​ໄດ້​ບັນ
ລຸ​ກັນ​ໃນ​ວັນ​ອັງຄານ​ວານ​ນີ້ ພຽງ​ແຕ່​ສອງ​ມື້​ກ່ອນ ງົບປະມານ
​ໃຊ້​ຈ່າຍ​ໃນປັດຈຸບັນ ຈະ​ໝົດໄປ. ງົບ​ປະມານ​ນີ້ຈະ​ອຳນວຍ​
ໃຫ້ ຫ້ອງການລັດຖະບານ​ກາງ​ທັງ​ໝົດ ມີ​ທຶນ​ດຳ​ເນີນ​ງານ
​ໄປຈົນ​ຮອດ​ເດືອນ​ກັນຍາ​ປີໜ້າ ຍົກ​ເວັ້ນ ກະຊວງ​ຮັກສາ​
ຄວາມ​ປອດ​ໄພ​ແຫ່ງ​ຊາດ ທີ່​ໄດ້​ທຶນ​ໄປ​ຈົນ​ຮອດ ວັນທີ 27
​ ເດືອນ​ກຸມພາ.

ຄາດ​ວ່າ​ ພວກ​ຜູ້​ແທນພັກຣີພັບ​ບລິກັນ​ໃນ​ສະພາ ​ທີ່​ຈະ​ເຂົ້າ​ຄວບຄຸມລັດຖະສະພາທັງ​ໝົດ
​ໃນ​ເດືອນ​ໜ້າ​ນີ້ ຈະ​ໃຊ້​ທຶນ​ທີ່​ອະນຸມັດ​ໃຫ້ໃນ​ຂ​ອບ​ເຂດ​ຈຳກັດນີ້ ​ເປັນ ຂໍ້ງັດງ້າງ ​ເພື່ອຈໍ​າກັດ​
ການ​ປະຕິບັດ​ຕາມ ຄຳ​ສັ່ງ​ບໍລິຫານທີ່ປະທານາທິບໍດີ Barack Obama ໄດ້ອອກໄປ​ເມື່ອ
​ໄວໆ​ມາ​ນີ້ ​ທີ່​ສັ່ງໃຫ້​ໂຈະ​ການ​ເນລະ​ເທດ ຊາ​ວຕ່າງ​ດ້າວບໍ່​ມີ​ເອກະ​ສານ ຮອດ​ຫ້າ​ລ້ານ​ຄົນ
​ໄວ້​ນັ້ນ.

ຮ່າງ​ກົດໝາຍໃຊ້​ຈ່າຍ ​ທີ່ປະນີປະນອມ​ກັນ​ນີ້ ໄດ້​ຕື່ມ​ເງິນຫລາຍ​ກ່ວາ 5 ພັນ​ລ້ານ​ໂດ​ລາ​
​ໃສ່​ງົບປະມານຕໍ່ສູ້​ກັບ ​ການລະບາດເຊື້ອ​ອີ​ໂບລາ ຢູ່​ອາ​ຟຣິກາຕາ​ເວັນ​ຕົກ ​ແຕ່​ໄດ້​ຕັດ​ທຶນ
​ສຳ​ຫລັບຫ້ອງການປົກ​ປ້ອງ​ສິ່ງ​ແວດ​ລ້ອມລົງ ​ແລະ​ຜ່ອນຜັນ​ກົດ​ລະບຽບຈຳນວນ​ນຶ່ງ ທີ່
ຮວມຢູ່​ໃນ​ກົດໝາຍປີ 2010 ທີ່ໄດ້ອອກ​ລະບຽບຄວບ​ຄຸມ ພາກສ່ວນການ​ເງິນ ຂອງ
ສະຫະລັດນັ້ນ.

XS
SM
MD
LG