ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ ການ​ໃຊ້​ຈ່າຍ​ຂອ​ງ​ລັດ​ຖະ​ບານ​ກາງ


ແຟ້ມ - ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເມື່ອ​ວັນ​ທີ 25 ຕຸ​ລາ​ 2023. ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ​ກ່ຽວ​ກັບ​ລະ​ດັບ​ການ​ໃຊ້​ຈ​່າຍ ​ສຳ​ລັບ​ສົກ​ງົບ​ປະ​ມານປີ 2024 ທີ່​ອາດ​ຫຼີກ​ລ່ຽງ​ການ​ປິດ​ລັດ​ຖະ​ບານ ໃນ​ທ້າຍ​ເດືອນນີ້​.
ແຟ້ມ - ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເມື່ອ​ວັນ​ທີ 25 ຕຸ​ລາ​ 2023. ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ​ກ່ຽວ​ກັບ​ລະ​ດັບ​ການ​ໃຊ້​ຈ​່າຍ ​ສຳ​ລັບ​ສົກ​ງົບ​ປະ​ມານປີ 2024 ທີ່​ອາດ​ຫຼີກ​ລ່ຽງ​ການ​ປິດ​ລັດ​ຖະ​ບານ ໃນ​ທ້າຍ​ເດືອນນີ້​.

ບັນ​ດ​າ​ຜູ້​ນຳ​ລັດ​ຖະ​ສະ​ພາ​ຂອງ​ສະ​ຫະ​ລັດ​ ໃນ​ວັນ​ອາ​ທິດ​ວານນີ້ ​ໄດ້​ຕົກ​ລົງ​ ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ ຂອງ​ລັດ​ຖະ​ບານ​ກາງ 1 ພັນ 600 ຕື້​ໂດ​ລາ​ ສຳ​ລັບ​ສົກ​ປີ 2024 ໃນ​ການ​ຕົກ​ລົງ​ທີ່​ແນ​ໃສ່ເພື່ອ​ຫຼີກ​ລ່ຽງ ​ການ​ປິດ​ລັດ​ຖະ​ບານ​ເປັນ​ບາງ​ສ່ວນ​ໃນ​ທ້າຍ​ເດືອນນີ້ ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ຈອນ​ສັນກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ການ​ໃຊ້​ຈ່າຍ​ທັງ​ໝົດ ​ແມ່ນ​ຮວມ​ທັງ 886 ຕື້ໂດ​ລາ ສຳ​ລັບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ 704 ຕື້​ໂດ​ລາ ສຳ​ລັບ​ການ​ໃຊ້ຈ່າຍ ​ທີ່​ບໍ່​ແມ່ນ​ດ້ານ​ປ້ອງ​ກັນ​ປະ​ເທດ ທ່ານ​ຈອນ​ສັນກ່າວ ​ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ສົ່ງ​ໄປ​ຫາ​ສະ​ມາ​ຊິກ​ສະ​ພາ​ໃນ​ວັນ​ອາ​ທິດ​ວານນີ້. ສຳ​ລັບ​ການ​ໃຊ້​ຈ່າຍ ​ດ້ານ​ປ້ອງ​ກັນ​ປະ​ເທດນັ້ນ ໄດ້​ມີ​ການ​ລົງ​ນາມ​ ​ໄປ​ແລ້ວ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ພາຍ​ໃຕ້​ກົດ​ໝາຍ​ ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງກັນ​ປະ​ເທດ ເມື່ອ​ແລ້ວນີ້.

ສຳ​ລັບການ​ໃຊ້​ຈ່າຍ​ທີ່​ບໍ່​ແມ່ນ ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດນັ້ນ ຈະ “ປົກ​ປ້ອງ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນໆ ​ພ​າຍ​ໃນ​ປະ​ເທດ ​ເຊັ່ນ​ວ່າ ຜົນ​ປະ​ໂຫຍດ​ສຳລັບ​ພວກ​ນັກ​ລົບ​ເກົ່າ ການ​ຮັກ​ສາ​ສຸ​ຂະ​ພາບ​ ແລະ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ອາ​ຫານ” ຈາກ​ການ​ຕັດ ​ຂອງ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ຄົນ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ​ຂອງ​ສະ​ພາ​ສູງ​ທ່ານ​ຊັກ ຊູ​ເມີ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ​ທ່ານ​ຮາ​ກິມ ເຈັ​ຟ​ຟ​ຣີ ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ.

ຖະ​ແຫຼງ​ການ​ຂອງ​ພວກ​ທ່ານ ໄດ້ກ່າວ​ເຖິງ​ການ​ໃຊ້​ຈ່າຍ ​ທີ່​ບໍ່​ແມ່ນ​ດ້ານ​ປ້ອງ​ກັນ​ປະ​ເທດ ໃນ​ມູນ​ຄ່າ 772.7 ຕື້​ໂດ​ລາ ເກືອບ 69 ຕື້​ໂດ​ລາ​ຫຼາຍກວ່າ​ທີ່​ທ່ານ​ຈອນ​ສັນ​ໄດ້​ກ່າວ​ເຖິງ. ຜູ້​ຊ່ວຍ​ຄົນ​ນຶ່ງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ກ່າວ​ວ່າ ຈຳ​ນວນ​ເງິນ​ເພີ້​ມຕື່ມ ແມ່ນ​ໂຕ​ເລກ “ທີ່​ໄດ້​ມີ​ການ​ປັບ​ປ່ຽນ.”

ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ມີ​ກຳ​ນົດ​ທີ່​ຈະ​ກັບ​ຄືນ​ສູ່​ວໍ​ຊິງ​ຕັນ​ໃນ​ອາ​ທິດ​ນີ້​ເພື່ອ​ຮັບ​ມື​ກັບ​ເສັ້ນ​ຕາຍ ໃນ​ວັນ​ທີ 19 ມັງ​ກອນ ​ແລະວັນ​ທີ 2 ກຸມ​ພາເພື່ອ​ແກ້​ໄຂ​ການ​ໃຊ້​ຈ່າຍ​ຂອ​ງ​ລັດ​ຖະ​ບານ​ໄປ​ຈົນ​ຮອດ​ເດືອນ​ກັນ​ຍາທ່າມ​ກາງ​ການ​ຮຽກ​ຮ້ອງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ໃຫ້​ຫຼຸດ​ການ​ໃຊ້​ຈ່າຍ​ສຳ​ລັບ​ສົກ​ງົ​ບ​ປະ​ມານ​ປີ 2024 ລົງ ​ຕ່ຳ​ກວ່າ​ທີ່​ໄດ້​ກຳ​ນົດ​ໄວ້ ​ໃນ​ເດືອນ​ມິ​ຖຸ​ນາ.

ໃນ​ລະ​ດູ​ບານ​ໃໝ່​ປີ​ກາຍນີ້ ປະ​ທ​າ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ປະ​ທານ​ສະ​ພາ​ຕ່ຳ​ໃນ​ເວ​ລານັ້ນ ທ່ານ​ເຄວິນ ແມັກ​ຄາ​ທີ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ອັນ​ເປັນ​ສ່ວນ​ນຶ່ງໃນ​ການ​ຈຳ​ກັດ ​ການ​ເພີ້ມ​ຂຶ້ນ​ຂອງ​ໜີ້​ສິນ ໃນ​ມູນ​ຄ່າ 1 ພັນ 590 ຕື້​ໂດ​ລາ ສຳ​ລັບການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງກັນ​ປະ​ເທດ​ ແລະ​ບໍ່​ແມ່ນດ້ານ​ປ້ອງ​ກັນ​ປ​ະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG