ພວກສະໝັກ ເພື່ອແຂ່ງຂັນກັນ ໃນການເລືອກຕັ້ງຂອງລັດຖະສະພາ ໄດ້ພາກັນໃຊ້ເວ
ລາເຕັມນຶ່ງມື້ ເພື່ອໂຄສະນາຫາສຽງໃນວັນຈັນມື້ນີ້ ເພື່ອພະຍາຍາມ ທີ່ຈະດຶງດູດເອົາຜູ້
ປ່ອນບັດເລືອກຕັ້ງ ໃນຂະນະທີ່ພັກການເມືອງໃຫຍ່ຂອງປະເທດ ແຂ່ງຂັນກັນ ຊິງເອົາ
ການຄວບຄຸມສະພາສູງແລະສະພາຕ່ຳ ໃນການເລືອກຕັ້ງກາງສະໄໝນີ້.
ປະທານາທິບໍດີ ດໍໂນລ ທຣຳ ຢາກໃຫ້ພວກສັງກັດພັກຣີພັບບລິກັນ ຍຶດການ ຄວບຄຸມທັງ
ສອງສະພານັ້ນໄວ້ ໃນຂະນະທີ່ພວກສັງກັດພັກເດໂມແຄຣັດ ກໍພາກັນຫາທາງທັບມ້າງ
ການຜູກຂາດດັ່ງກ່າວ.
ພວກນັກວິເຄາະທາງການເມືອງ ແລະຜົນຂອງການຢັ່ງຫາງສຽງແມ່ນໃຫ້ໂອກາດແກ່ພວກ
ສັງກັດພັກເດໂມແຄຣັດທີ່ຈະຊະນະໃນການຊິງເອົາການເປັນພັກມີສຽງສ່ວນຫລາຍໃນ
ສະພາຕ່ຳຫລາຍກວ່າ ໃນສະພາສູງ. ພວກປ່ອນບັດເລືອກຕັ້ງໃນວັນອັງຄານມື້ອື່ນນີ້ ຈະ
ໄດ້ເລືອກເອົາສະມາຊິກມາປະຈຳບ່ອນນັ່ງທັງໝົດ 435 ບ່ອນ ໃນສະພາຕ່ຳ ແລະເອົາສະ
ມາຊິກມາປະຈຳບ່ອນນັ່ງ 35 ບ່ອນ ໃນສະພາສູງທີ່ມີທັງໝົດ 100 ບ່ອນນັ້ນ.
ທ່ານ ທຣຳ ທຳການໂຮມຊຸມນຸມ ເພື່ອໂຄສະນາຫາສຽງ ຢູ່ໃນລັດ ໂອຮາຍໂອ, ອິນເດຍ
ນາແລະມິດຊູຣີ ໃນວັນຈັນມື້ນີ້.
ກ່ອນຈະອອກເດີນທາງໄປງານໂຮມຊຸມນຸມຕ່າງໆ ຢູ່ລັດຈໍເຈຍ ແລະເທັນແນສຊີ ໃນວັນ
ອາທິດວານນີ້ ທ່ານທຣຳໄດ້ສະແດງອອກມາໃຫ້ເຫັນວ່າທ່ານມີຄວາມຫວັງສູງໃນຄວາມ
ອາດສາມາດຂອງພັກຂອງທ່ານ. ທ່ານກ່າວວ່າ
"ຂ້າພະເຈົ້າຄິດວ່າ ພວກເຮົາຈະເຮັດໄດ້ດີ ຢູ່ໃນສະພາຕ່ຳ. ແຕ່ວ່າ ດັ່ງທີ່ທ່ານຮູ້ ຫັ້ນແລ້ວ
ຈຸດເພັ່ງເລັງຕົ້ນຕໍຂອງຂ້າພະເຈົ້າ ກໍຄືສະພາສູງ ແລະ ຂ້າພະເຈົ້າ ຄິດວ່າ ພວກເຮົາເຮັດ
ໄດ້ດີຫລາຍອີ່ຫລີຢູ່ໃນສະພາສູງນີ້.”
ທ່ານ ທຣຳໄດ້ບອກພວກທີ່ໄປໂຮມຊຸມນຸມ ຢູ່ໃນລັດຈໍເຈຍນັ້ນວ່າ ພວກປ່ອນບັດ ຕ້ອງໄດ້
ຕັດສິນໃຈເອົາເອງ ວ່າຈະສືບຕໍ່ສ້າງ ໃນສິ່ງທີ່ທ່ານເອີ້ນວ່າ "ຄວາມອຸດົມຮັ່ງມີແບບພິລຶກ
ທີ່ພວກເຮົາໄດ້ສ້າງຂຶ້ນມາແລ້ວນັ້ນບໍ່" ຫລືຈະປ່ອຍໃຫ້ພວກສັງກັດພັກເດໂມແຄຣັດນຳ
ມາ "ເອົາໜ່ວຍບານໜ່ວຍໃຫຍ່ໆ ທີ່ແຕກມາຖິ້ມໃສ່ເສດຖະກິດຂອງພວກເຮົາ ແລະມາ
ຖິ້ມໃສ່ອະນາຄົດຂອງພວກເຮົາບໍ."
ສ່ວນອະດີດປະທານາທິບໍດີ ບາຣັກ ໂອບາມາ ນັ້ນ ກໍໄດ້ໄປໂຄສະນາຫາສຽງໃນວັນອາ
ທິດວານນີ້ ເພື່ອສະໜັບສະໜູນສະມາຊິກສະພາສູງໂຈ ດັນແນລລີ (Joe Donnelly) ທີ່
ສັງກັດພັກເດໂມແຄຣັດ ຢູ່ໃນລັດອິນເດຍນາ ໂດຍໄດ້ບອກຝູງຄົນທີ່ເຂົ້າຮ່ວມງານນັ້ນວ່າ
ມັນແມ່ນລັດຖະບານຂອງທ່ານ ທີ່ໄດ້ເລີ້ມເຮັດໃຫ້ເສດຖະກິດຟື້ນຟູຄືນມາ ພາຍຫລັງທີ່
ມີສະພາບເສດຖະກິດຖົດຖອຍ ທີ່ກະທົບໃສ່ປະເທດໃນປີ 2008 ນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ