ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ ສະ​ຫະ​ລັດ ເປີດ​ການ​ສ​ອບ​ສວນຟ້ອງ​ຮ້ອງ​ ຕໍ່​ ທ່ານ ໄບ​ເດັນ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮັບ​ຜິດ​ຊອບສະ​ພາ​ຕ່ຳ ທ່ານ ເຈມ​ສ໌ ໂຄ​ເມີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໃຫ້​ການຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ຜິດ​ຊອບ​ສະ​ພາ​ຕ່ຳ ກ່ຽວ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, 28 ກັນ​ຍາ 2023.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮັບ​ຜິດ​ຊອບສະ​ພາ​ຕ່ຳ ທ່ານ ເຈມ​ສ໌ ໂຄ​ເມີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໃຫ້​ການຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ຜິດ​ຊອບ​ສະ​ພາ​ຕ່ຳ ກ່ຽວ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, 28 ກັນ​ຍາ 2023.

ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສອບ​ສວນ​ຂອງສະ​ພາ​ຕ່ຳ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ໃນ​ວັນ​ພະ​ຫັດ​ວານນີ້ ​ໄດ້​ເປີດ​ການສອ​ບ​ສວນ​ຟ້ອງ​ຮ້ອງຕໍ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ດ້ວຍ​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ​ເວົ້າ​ວ່າ ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ສົມ​ຄວນ​ທີ່​ຈະ​ຮູ້​ຈັກ​ວ່າ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເງິນ 20 ລ້ານ​ໂດ​ລາ ​ທີ່​ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັນ​ເຕີ ໄດ້​ຮັບ​ໃນ​ຂໍ້​ຕົກ​ລົງ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ ເປັນ​ການ​ສ່ວນ​ຕົວຫຼື​ບໍ່​.

ໃນ​ການ​ກ່າວ​ຄຳ​ປາ​ໄສ ​ເປີດ​ການ​ສອບ​ສວນ​ນັ້ນ, ປະ​ທານ​ຄະ​ນະ​ຄຳ​ມະ​ການ​ຮັບ​ຜິດ​ຊອ​ບ​ສະ​ພາ​ຕ່ຳ ທ່ານ​ ເຈມ​ສ໌ ໂຄ​ເມີ ໄດ້​ກ່າວ​ຫາ​ວ່າ ສະ​ມາ​ຊິກ​ຄອບ​ຄົວຂອງ ທ່ານ ໄບ​ເດັນ 9 ຄົນ​ໄດ້​ຮັບ​ເງິນ​ສົດ​ຈາກ​ຂໍ້​ຕົກ​ລົງ​ຂອງ​ທ່ານ ຮັນ​ເຕີ ໃນ​ ຢູ​ເຄ​ຣນ ແລະ ຈີນ ຈາກ​ປີ 2014 ຫາ 2019.

ທ່ານ ໂຄ​ເມີ ໄດ້​ຖາມ​ວ່າ “ຄອບ​ຄົວ​ທ່ານ ໄບ​ເດັນ ໄດ້​ຂາຍ​ຫຍັງ? ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຮ​ຽກ​ຮ້ອງ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ວັດ​ທະ​ນະ​ທຳ​ການ​ສໍ້​ລາດ​ບັງຫຼວງນີ້.”

ແຕ່​ທ່ານ ໂຄ​ເມີ ບໍ່​ໄດ້​ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ກ່ຽວ​ກັບ ການ​ກະ​ທຳ​ຜິດ​ໂດຍ​ກົງ, ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ວ່າ​ທ່ານບໍ່​ໄດ້​ມີ​ການ​ເຊື່ອມໂຍງ​ກັບ​ຂໍ້​ຕົກ​ລົງ​ໃນ​ຕ່າງ​ປະ​ເທດ​ ຂອງ​ລູກ​ຊາຍ​ຂອງ​ທ່ານ ແລະ ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ມັນ. ຫຼາຍ​ອາ​ທິດ​ທີ່​ຜ່ານ​ມາ, ທ່ານ ໄບ​ເດັນ ໄດ້​ປະ​ຕິ​ເສດ​ການ​ຊີ້​ແນະ​ທີ່​ວ່າ​ບັນ​ຊີ​ທະ​ນາ​ຄານ​ຂອງ​ທ່ານ ​ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ເງິນ​ທຶນ​ຕ່າງໆ​ ຈາກ​ລູກ​ຊາຍ​ຂອງ​ທ່ານ, ທ່ານ​ເວົ້າ​ວ່າ “ເງິນ​ຢູ່​ໃສ?”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG