ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາສະຫະລັດ ກຳລັງເລີ້ມພິຈາລະນາ ຮ່າງງົບປະມານ ສົກປີ 2014 (ວີດີໂອ)


Congress Set to Pass Budget Compromise, Avert Shutdown
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ

ລັດຖະສະພາ ກຳນົດຈະຮັບຜ່ານ ຮ່າງງົບປະມານໃຊ້ຈ່າຍສຳລັບ ສົກປີ 2014 ເພື່ອຫຼີກລ່ຽງ ການອັດກິດຈະການຂອງ ລັດຖະບານ ລົງອີກ.

ບັນດາ​ຜູ້​ແທນ​ລັດຖະສະພາ​ສະຫະລັດ​ ກຳລັງ​ຈະ​ເລີ້ມ​ຕົ້ນ​ພິຈາ
ລະນາ​ແຜນການປະນີປະນອມ​ກັນ ​ກ່ຽວ​ກັບ​ງົບປະມານໃຊ້​ຈ່າຍ
ສຳລັບ​ສົກ​ປີ 2014 ຂອງ​ລັດຖະບານ​ກາງທີ່​ຈະ​ຫຼີກ​ລ່ຽງ​ການ
​ອັດ​ກິດຈະການ​ຂອງ​ ລັດຖະບານ​ກາງ​ລົງ​ອີກ​ຄັ້ງ​ໃໝ່ ​ແຕ່​ຈະ
​ເລື່ອນການ​ຕັດສິນ​ໃຈທີ່​ສຳຄັນ​ໆ​ອອກ​ໄປ​ອີກ​ ກ່ຽວ​ກັບ​ບັນຫາ
​ການ​ເງິນ ໄລຍະ​ຍາວຂອງ​ປະ​ເທດ.

ສະມາຊິກພັກຣີພັບ​ບລິ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ​ຫລາຍໆ​ກຸ່ມ
ໄດ້​ພົບ​ປະກັນ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອ​ເບິ່ງ​ລາຍ​ລະອຽດ​ຕ່າງໆ
​ຂອງ​ແຜນການ​ໃຊ້​ຈ່າຍ​ທີ່​ພວກ​ນັກ​ເຈລະຈາ​ຕໍ່​ລອງ ຂອງສະພາ
ໄດ້​ສະ​ເໜີ​ອອກ​ມາ​ ໃນ​ຖານະ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ຫຼີກ​ລ່ຽງ​ການ
​ປະ​ເຊີນ​ໜ້າ​ກັນ​ທາງ​ດ້ານ​ງົບປະມານ​ໃນ​ນາທີ​ສຸດ​ທ້າຍ ທີ່ໄດ້​ຄອບງຳ​ການ​ເມືອງ​ໃນ​ກຸງ​ວໍ​ຊິງ​ຕັນ
ໃນ​ຊຸມປີຫລັງໆ​ນີ້. ​ໃນ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ​ໂຮງການ​ຂອງ​ລັດຖະບານ​ບາງ​ແຫ່ງ​ໄດ້​ຖືກ​ອັດ​ລົງ​
ເປັນ​ເວລາ 16 ມື້ ກ່ອນ​ລັດຖະສະພາ​ໄດ້​ຕົກລົງ​ເຫັນດີອະນຸມັດງົບປະມານ​ຊົ່ວຄາວໃຫ້​ລັດຖະ
ບານໃຊ້​ຈ່າຍ ​ເພື່ອດຳ​ເນີນ​ກິດຈະການ​ເປັນ​ປົກກະຕິ​ຕໍ່​ໄປ​ຈົນ​ຮອດ​ວັນ​ທີ 15 ​ເດືອນ​ມັງ​ກ່ອນ
​ປີ​ຈະ​ມາ​ນີ້​ ເວລາອຳ​ນາດ​ໃນການ​ໃຊ້​ຈ່າຍ​ເງິນ​ຂອງ​ລັດຖະບານ​ໝົດ ​ກຳນົດ​ລົງ.

​ແຜນການ​ໃຊ້​ຈ່າຍ​ທີ່​ປະນີປະນອມ​ກັນ​ສະບັບ​ໃໝ່​ໄດ້​ຮ່າງ​ຂຶ້ນ ​ຫຼັງ​ຈາກ​ການ​ເຈລະຈາຕໍ່ລອງ​ກັນ​
ມາເປັນເວລາຫຼາຍອາທິດລະຫວ່າງຜູ້ແທນສອງຄົນກ່ຽວກັບລາຍລະອຽດຕ່າງໆທາງດ້ານການ
ເງິນຂອງລັດຖະບານສະຫະລັດ ກໍ​ຄື​ສະມາຊິກ​ສະພາ​ສູງ Patty Murray ສັງ ກັດ​ພັກເດໂມ​
ແຄຣັດ ແລະ​ທ່ານ Paul Ryan ສະມາຊິກ​ສະພາ​ຕໍ່າ​ສັງກັດ​ພັກຣີພັບ​ບລິ​ກັນ ທີ່​ໄດ້ສະມັກຮັບ
​ເລືອກ​ຕັ້ງ​ເປັນ​ຮອງ​ປະທານາທິບໍດີ​ ​ແຕ່​ພັກ​ຂອງ​ທ່ານ​ໄດ້​ຮັບ​ການ​ປາ​ໄຊ​ ໃນ​ການ​ເລືອກ​ຕັ້ງ
​ຄັ້ງ​ປີ 2012 ຜ່ານ​ມາ​ນີ້.

​ແຜນການ​ຂອງ​ພວກ​ທ່ານ​ທັງສອງ ຈະ​ກຳນົດ​ລະດັບ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ ​ໃນ​ຈຳນວນ​
ຫຼາຍ​ກວ່າ 1 ພັນ​ຕື້ໂດ​ລ່າໜ້ອຍ​ນຶ່ງ​ ສຳລັບສົກ​ປີ 2014 ​ແລະ 2015 ນັ້ນ. ​ງົບປະມານໃໝ່​ນີ້
​ແມ່ນ​ຈະ​ອະນຸມັດ​ໃຫ້​ໃຊ້​ຈ່າຍ​ຫຼາຍ​ກວ່າ​ທີ່​ທາງ​ລັດຖະສະພາ​ໄດ້​ຂໍ​ຮ້ອງ​ໄປ​ໃນ​ເບື້ອງ​ຕົ້ນສໍາລັບ​
ໄລຍະ 2 ປີ​ຕໍ່ໜ້າ​ ​ແຕ່​ບັງຄັບໃຫ້​ຕັດ​ການ​ໃຊ້​ຈ່າຍທີ່​ໄດ້​ວາງ​ແຜນ​ໄວ້​ນັ້ນ​ລົງ​ຢ່າງ​ຫລວງຫລາຍ
ໃນ​ໄລຍະ 10 ປີ​ຕໍ່​ໄປ​.

ພວກທຸລະກິດຂະໜາດນ້ອຍ ຊົມເຊີຍຂໍ້ຕົກລົງງົບປະມານໃໝ່:

Small Businesses Applaud Bipartisan Budget Deal
please wait

No media source currently available

0:00 0:02:04 0:00
ລິງໂດຍກົງ



XS
SM
MD
LG