ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາສະຫະລັດ ຫຼີກລ້ຽງການປິດໂຕລົງ ແລະ ສະໜອງທຶນ ໃຫ້ແກ່ລັດຖະບານ ຈົນເຖິງເດືອນມີນາ

ຫໍລັດຖະສະພາສະຫະລັດ ໃນວໍຊິງຕັນ, ວັນທີ 17 ມັງກອນ 2024.​ ລັດຖະສະພາ ໄດ້ສ່ົງຮ່າງກົດໝາຍການໃຊ້ຈ່ານໄລຍະສັ້ນ ໃຫ້ປະທານນາທິບໍດີ ໂຈ ໄບເດັນ ເພື່ອຫລີກລ້ຽງການປິດລັດຖະບານບາງສ່ວນ ທີ່ກໍາລັງຈະເກີດຂຶ້ນ ແລະສະຫນອງທຶນ ໃຫ້ແກ່ໜ່ວຍງານຕ່າງໆ ຂອງລັດຖະບານກາງ ຈົນເຖິງເດືອນມີນາ

ລັດຖະສະພາໄດ້ສົ່ງຮ່າງກົດໝາຍການໃຊ້ຈ່າຍ ໄລຍະສັ້ນ ໃຫ້ປະທານາທິບໍດີ ໂຈ ໄບເດັນ ເພື່ອຫລີກລ້ຽງການປິດລັດຖະບານບາງສ່ວນ ທີ່ກໍາລັງຈະເກີດຂຶ້ນແລະສະຫນອງທຶນ ໃຫ້ແກ່ໜ່ວຍງານຕ່າງໆ ຂອງລັດຖະບານກາງ ຈົນເຖິງເດືອນມີນາ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ສະ​ພາ​ຕ່ຳ ​ໄດ້​ຮັບ​ຮອງ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ​ ດ້ວຍ​ຄະ​ແນນ​ສຽງ 314 ຕໍ່ 108 ສຽງ, ໂດຍ​ການ​ຄັດ​ຄ້ານ​ສ່ວນ​ໃຫຍ່ ​ແມ່ນ​ມາ​ຈາກ​ບັນ​ດາ​ສະ​ມາ​ຊິກ​ພັກ​ຣີພັບບລີກັນ ທີ່ມີແນວຄິດອະນຸລັກນິຍົມ ​ຫຼາຍ​ກວ່າ​. ແນວຢ່າງໃດກໍ່ຕາມ, ປະມານເຄິ່ງນຶ່ງຂອງພັກຣີພັບ ບລີກັນ ໄດ້ເຂົ້າຮ່ວມກັບພັກເດໂມແຄຣັດ ໃນການຮັບຜ່ານ ມາດຕະການ ປິດ ຊອ່ງວ່າງການໃຊ້ຈ່າຍ ຄັ້ງທີ 3 ໃນໄລຍະເດືອນທີ່ຜ່ານມາ. ການດຳເນີນການ​ດັ່ງກ່າວ ​ມີ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ສະພາ​ສູງ ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງຖ້ວມລົ້ນ ​ໃຫ້​ຜ່ານ​ຮ່າງ​ກົດໝາຍດັ່ງກ່າວ ​ດ້ວຍ​ຄະ​ແນນ​ສຽງ 77 ຕໍ່ 18 ສຽງ. ຮ່າງ​ກົດໝາຍ​ດັ່ງກ່າວ ​ຈະ​ຕໍ່​ເວ​ລາ​ໃນ​ລະດັບ​ການ​ໃຊ້​ຈ່າຍ​ປັດຈຸ​ບັນ ​ແລະ​ໃຫ້​ໂອກາດ​ແກ່ທັງສອງ​ສະພາ​ ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ຂອງພວກເຂົາ ຕໍ່ກົດໝາຍການ​ໃຊ້​ຈ່າຍ​ໝົດປີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG