ລັດຖະສະພາສະຫະລັດ ລົງມະຕິໃນວັນຈັນວານນີ້ ຮັບຮອງໄຊຊະນະຂອງທ່ານດໍໂນລ ທຣຳ ໃນການເລືອກຕັງປະທານາທິບໍດີ ສະຫະລັດ ເມື່ອເດືອນພະຈິກ ເຊິ່ງເປັນການແຜ້ວທາງສູ່ພິທີປະຕິຍານຕົນຮັບຕຳແໜ່ງຢ່າງເປັນທາງການ ທີ່ຈະມີຂຶ້ນໃນວັນທີ 20 ມັງກອນ ຈະມາເຖິງນີ້ ອີງຕາມລາຍງານຂອງວີໂອເອ.
ພາຍໃຕ້ກົດໝາຍຂອງສະຫະລັດ ຮອງປະທານາທິບໍດີ ທີ່ຢູ່ໃນຕຳແໜ່ງ ຈະເປັນປະທານໃນກອງປະຊຸມເພື່ອນັບຄະແນນສຽງຄະນະຜູ້ແທນເລືອກຕັ້ງ ຫຼື Electoral College ຈາກທັງ 50 ລັດ ເຊິ່ງໝາຍຄວາມວ່າ ຮອງປະທານາທິບໍດີ ຄາມາລາ ແຮຣິສ ຈະຕ້ອງເປັນຜູ້ຮັບຮອງໄຊຊະນະຂອງທ່ານທຣຳ ແລະຄວາມພ່າຍແພ້ຂອງຕົນເອງ.
ໃນການຮັບຮອງຜົນໃນຄັ້ງນີ້ ຮອງປະທານາທິບໍດີ ແຮຣິສ ກ່າວເຖິງໜ້າທີ່ຂອງຕົນວ່າ “ເປັນພັນທະອັນສັກສິດ” ເພື່ອຮັບຮອງວ່າ ຈະມີການໂອນອຳນາດຢ່າງສັນຕິ.
ໂດຍໃນພິທີຮັບຮອງໃນວັນຈັນວານນີ້ ທ່ານນາງ ແຮຣິສ ໄດ້ສົ່ງຜ່ານເອກະສານຮັບຮອງຜົນການເລືອກຕັ້ງໃນແຕ່ລະລັດໃຫ້ແກ່ສະມາຊິກລັດຖະສະພາສີ່ທ່ານ ເຊິ່ງມີໜ້າທີ່ອ່ານຜົນເຫຼົ່ານັ້ນ ໂດຍ ທ່ານທຣຳ ໄດ້ຮັບໄຊຊະນະດ້ວຍຈຳນວນຄະແນນຜູ້ແທນເລືອກຕັ້ງ 312 ຕໍ່ 226 ຄະແນນ.
ຫລັງຂະບວນການຮັບຮອງຜົນສຳເລັດແລ້ວ ທ່ານນາງແຮຣິສ ກ່າວວ່າ “ວັນນີ້ ປະຊາທິປະໄຕໃນອາເມຣິກາ ຍັງຍືນຢັດຕໍ່ໄປ.”
ນອກຈາກທ່ານນາງ ແຮຣິສ ແລ້ວ ຍັງມີຮອງປະທານາທິບໍດີ ສະຫະລັດ ບໍ່ເທົ່າໃດຄົນທີ່ເຄີຍນັ່ງເປັນປະທານໃນພິທີນັບຄະແນນແລະຮັບຮອງຄວາມພ່າຍແພ້ຂອງຕົນເອງ ຮວມທັງ ທ່ານຣິຊາດ ນິກສັນ ທີ່ພ່າຍແພ້ໃຫ້ແກ່ ທ່ານຈອນ ແອັຟ ເຄນເນດີ ເມື່ອປີ 1960 ແລະ ທ່ານ ອາລ ກອຣ໌ ທີ່ໄດ້ພ່າຍແພ້ໃຫ້ກັບທ່ານ ຈອຣຈ໌ ດັບໂບຢູ ບຸຊ ໃນການເລືອກຕັ້ງທີ່ຕ້ອງໃຫ້ສານລັດຖະທຳມະນູນ ຊີ້ຂາດເມື່ອປີ 2000.
ເກີດຫຍັງຂຶ້ນ ເມື່ອ 4 ປີແລ້ວນີ້?
ຢ້ອນກັບຄືນໄປເມື່ອ 4 ປີກ່ອນ ທ່ານທຣຳ ເປັນຝ່າຍບໍ່ຍອມຮັບຜົນການເລືອກຕັ້ງທີ່ຕົນພ່າຍແພ້ແກ່ ທ່ານໂຈ ໄບເດັນ ແລະນຳໄປສູ່ເຫດການຈະລາຈົນທີ່ຕຶກຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ 2021 ເມື່ອບັນດາຜູ້ສະໜັບສະໜູນ ທ່ານທຣຳ ປະມານ 2,000 ຄົນ ພາກັນບຸກເຂົ້າໄປໃນລັດຖະສະພາ ເພື່ອຂັດຂວາງຂະບວນການຮັບຮອງໄຊຊະນະຂອງ ທ່ານໄບເດັນ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຈຳນວນຫຼາຍ ແລະສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຕຶກອາຄານສຳຄັນແຫ່ງນີ້.
ໃນຄັ້ງນັ້ນ ທ່ານທຣຳ ຕ້ອງການໃຫ້ຮອງປະທານາທິບໍດີ ຂອງຕົນ ຄື ທ່ານໄມຄ໌ ເພັນສ໌ ປະຕິເສດການນັບຄະແນນຈາກບາງລັດທີ່ເປັນລັດມີການແຂ່ງຂັນໜັກ ເຊິ່ງທ່ານທຣຳ ກ່າວຫາຢ່າງຜິດໆວ່າ ມີການທຸດຈະລິດ ແລະສໍ້ໂກງຜົນການນັບຄະແນນ ແຕ່ທ່ານເພັນສ໌ ບໍ່ບອມປະຕິບັດຕາມທີ່ທ່ານທຣຳ ຮ້ອງຂໍ.
ຕໍ່ມາທ່ານທຣຳ ກ່າວວ່າ “ໄມຄ໌ ເພັນສ໌ ບໍ່ມີຄວາມກ້າຫານໃນການເຮັດຕາມສິ່ງທີ່ສົມຄວນກະທຳ.”
ຫຼັງຈາກການຈະລາຈົນທີ່ລັດຖະສະພາສິ້ນສຸດລົງ ທ່ານໄມຄ໌ ເພັນສ໌ ກັບມາເຮັດໜ້າທີ່ປະທານໃນການຮັບຮອງຜນການເລືອກຕັ້ງອີກຄັ້ງ ເຊິ່ງທ່ານກ່າວໃນອີກສອງປີຕໍ່ມາວ່າ “ຂ້າພະເຈົ້າບໍ່ມີສິດຄວ້ຳຜົນການເລືອກຕັ້ງ” ແລະກ່າວຫາທ່ານທຣຳ ວ່າ ເປັນຜູ້ກໍ່ການຈະລາຈົນໃນຄັ້ງນັ້ນ ເຊິ່ງຄຳເວົ້າຂອງທ່ານທຣຳ ຕໍ່ບັນດາຜູ້ສະໜັບສະໜູນ “ສ້າງອັນຕະລາຍຕໍ່ຄອບຄົວຂອງຂ້າພະເຈົ້າແລະທຸກຄົນທີ່ຢູ່ໃນລັດຖະສະພາໃນມື້ນັ້ນ ແລະຂ້າພະເຈົ້າຮູ້ວ່າ ປະຫວັດສາດຈະເຮັດໃຫ້ທ່ານທຣຳ ຕ້ອງຊົດໃຊ້.”
ຟໍຣັມສະແດງຄວາມຄິດເຫັນ