ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ລັດຖະສະພາ ກຽມຮັບຮອງໄຊຊະນະຈາກການເລືອກຕັ້ງຂອງ ທ່ານ ທຣໍາ


ຮົ້ວຮັກສາຄວາມປອດໄພຖືກຕິດຕັ້ງໄວ້ກັບຫໍລັດຖະສະພາສະຫະລັດ ໃນບໍລິເວນສະໜາມຫຼວງ ກ່ອນຈະມີການຮັບຮອງການເລືອກຕັ້ງປະທານາທິບໍດີໃນລັດຖະສະພາ ຢູ່ນະຄອນຫຼວງວໍຊິງຕັນ ໃນວັນທີ 5 ມັງກອນ 2025.
ຮົ້ວຮັກສາຄວາມປອດໄພຖືກຕິດຕັ້ງໄວ້ກັບຫໍລັດຖະສະພາສະຫະລັດ ໃນບໍລິເວນສະໜາມຫຼວງ ກ່ອນຈະມີການຮັບຮອງການເລືອກຕັ້ງປະທານາທິບໍດີໃນລັດຖະສະພາ ຢູ່ນະຄອນຫຼວງວໍຊິງຕັນ ໃນວັນທີ 5 ມັງກອນ 2025.

ລັດຖະສະພາສະຫະລັດ ມີກຳນົດທີ່ຈະຈັດກອງປະຊຸມໃນວັນຈັນມື້ນີ້ ເພື່ອຮັບຮອງໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂອງ ທ່ານ ດໍໂນລ ທຣໍາ ຕໍ່ຮອງປະທານາທິບໍດີ ທ່ານນາງ ຄາມາລາ ເຮຮິສ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເປັນຜູ້​ຮັບ​ຜິດ​ຊອບ​ໃນ​ການນັບ​ຜົນ​ຄະແນນ​ຈາກ​ 50 ລັດ​ຂອງ​ປະ​ເທດ, ສົ່ງຜົນເຮັດໃຫ້ ທ່ານນາງ ເຮຮິສ ຕ້ອງ​ຮັບໜ້າທີ່ຢືນ​ຢັນການ​ສູນ​ເສຍ​ຂອງ​ຕົນ​ເອງ.

ຂັ້ນຕອນດັ່ງກ່າວ ຖືເປັນຂັ້ນຕອນທາງການໃນຂັ້ນຕອນເລືອກຕັ້ງມາຍາວນານ, ແຕ່ 4 ປີກ່ອນ ໄດ້ຫັນໄປສູ່ຄວາມວຸ້ນວາຍ ເມື່ອຜູ້ທີ່ສະໜັບສະໜູນ ທ່ານ ທຣໍາ ໄດ້ບຸກເຂົ້າໄປຍັງຫໍລັດຖະສະພາ, ສົ່ງຜົນເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດປະມານ 140 ຄົນໄດ້ຮັບບາດເຈັບ, ມີການທໍາລາຍຕຶກອາຄານດັ່ງກ່າວ ແລະບັນດາສະມາຊິກລັດຖະສະພາຫຼາຍຄົນຕ້ອງພາກັນລົບໜີອອກຢ່າງໄວວາເພື່ອຄວາມປອດໄພ.

ຄາດ​ວ່າ​ຈະ​ບໍ່​ມີ​ເຫດການ​ທີ່​ຄ້າຍ​ຄື​ກັນເກີດ​ໃນ​ວັນ​ຈັນ​ມື້​ນີ້, ​ໂດຍ​ ທ່ານນາງ ແຮຣິສ ຍອມ​ຮັບ​ຄວາມ​ພ່າຍ​ແພ້ ​ແລະ​ປະທານາທິບໍດີ ໂຈ ໄບເດັນ ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນຂອງ​ຂັ້ນຕອນແຫ່ງ​ສັນຕິພາບ.

ເຈົ້າ​ໜ້າ​ທີ່​ໄດ້ມີການ​ກະ​ກຽມ​ໃນ​ກໍ​ລະ​ນີທີ່ຈໍາເປັນ, ໂດຍການສ້າງ​ສິ່ງ​ກີດ​ຂວາງ​ດ້ວຍ​ໂລ​ຫະ​ສູງ​ອ້ອມ​ຕຶກອາ​ຄານຫໍລັດຖະສະພາ.

ການກ່າວ​ຄຳ​ເຫັນຢູ່​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ອາ​ທິດ​ວານນີ້, ທ່ານ ໄບເດັນ ໄດ້​ຮ້ອງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 6 ມັງ​ກອນ ປີ 2021 ວ່າ “ເປັນ​ນຶ່ງໃນມື້​ທີ່​ຫຍຸ້ງຍາກ​ທີ່​ສຸດ​ໃນ​ປະ​ຫວັດ​ສາດຂອງ​ອາ​ເມຣິ​ກາ.”

ທ່ານ ກ່າວວ່າ “ພວກເຮົາຕ້ອງກັບຄືນສູ່ພື້ນຖານ, ດ້ວຍການໂອນອໍານາດແບບປົກກະຕິ.”

ທ່ານ​ກ່າວ​ຕື່ມ​ວ່າ ການ​ກະທຳ​ຂອງ​ ທ່ານ ທຣໍາ ​ເມື່ອ​ 4 ​ປີ​ທີ່ຜ່ານມາ, ​ເຊິ່ງລວມທັງ​ການ​ກ່າວ​ອ້າງ​ທີ່​ບໍ່​ຖືກຕ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ​ທ່ານ​ໄດ້ຮັບໄຊ​ຊະນະໃນ​ການ​ເລືອກ​ຕັ້ງ, ແມ່ນ “ເປັນ​ໄພ​ຂົ່ມຂູ່​ທີ່​ແທ້​ຈິງ​ຕໍ່​ປະຊາທິປະ​ໄຕ.”

“ຂ້າພະເຈົ້າຫວັງວ່າ ພວກເຮົາຢູ່ເໜືອນັ້ນໄປແລ້ວ.”

ປະຊາຊົນຫຼາຍ​ກວ່າ 1,500 ຄົນ​ ​ຖືກ​ຕັ້ງຂໍ້ຫາ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ຫໍລັດຖະສະພາ. ທ່ານ ທ​ຣຳ ໄດ້​ໃຫ້​ຄຳ​ໝັ້ນທີ່​ຈະ​ທໍາການ​ອະ​ໄພໂທດ​ໃນທັນທີ ລຸນຫຼັງທ່ານ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 20 ມັງ​ກອນ​ທີ່ຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG