ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະພາບ ຂອງທ່ານ ທຣຳ ບໍ່ເປັນທີ່ແນ່ນອນ ໃນຂະນະທີ່ ລັດຖະສະພາ ບັນລຸຂໍ້ຕົກລົງ ກ່ຽວກັບ ການລົງໂທດ ຣັດເຊຍ


ພາບຂອງລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 19 ພະຈິກ, 2011.
ພາບຂອງລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 19 ພະຈິກ, 2011.

ລັດຖະສະພາ ສະຫະລັດ ກຳລັງກ້າວໄປສູ່ການຮັບຮອງເອົາມາດຕະການລົງໂທດເທື່ອ
ໃໝ່ຕໍ່ ຣັດເຊຍ ສຳລັບການແຊກແຊງຂອງພວກເຂົາເຈົ້າໃນການເລືອກຕັ້ງປີ 2016, ແຕ່
ມັນບໍ່ມີຄວາມຊັດເຈນໃນວັນອາທິດວານນີ້ວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະເຊັນມະ
ຕິດັ່ງກ່າວຫຼື ບໍ່.

ທ່ານ Anthony Scaramucci ຜູ້ອຳນວຍການດ້ານການສື່ສານທຳນຽບຂາວຄົນໃໝ່
ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ເຈົ້າຕ້ອງຖາມປະທານາທິ ບໍດີ ທຣຳ. ຂ້ອຍຄາດວ່າ
ເພິ່ນຈະທຳການຕັດສິນໃຈໃນໄວໆນີ້.”
ໂຄສົກທຳນຽບຂາວ ທ່ານນາງ Sarah
Huckabee Sanders ໄດ້ກ່າວຕໍ່ລາຍການຂ່າວໂທລະພາບ ABC ວ່າ “ທຳນຽບຂາວ ສະໜັບສະໜູນມະຕິທີ່ມີຢູ່ໃນປັດຈຸບັນນີ້.”

ສະມາຊິກສະພາພັກຣີພັບບລີກັນ ແລະ ເດໂມແຄຣັດ ຄົນສຳຄັນໄດ້ບັນລຸຂໍ້ຕົກລົງໃນວັນ
ເສົາທີ່ຜ່ານມາ ກ່ຽວກັບ ມາດຕະການດັ່ງກ່າວ, ເຊິ່ງບໍ່ລວມເອົາການປ່ຽນແປງທີ່ທ່ານ
ທຣຳ ຢາກເຮັດໃຫ້ເປັນການງ່າຍສຳລັບທ່ານ ທີ່ຈະຍົກເລີກການລົງໂທດຕ່າງໆຕໍ່ ມົສກູ. ປະທານສະພາຕໍ່າ ມີກຳນົດທີ່ຈະລົງຄະແນນສຽງໃນວັນອັງຄານມື້ອື່ນນີ້, ໃນຂະນະທີ່
ສະພາສູງ ໄດ້ຮັບຮອງເອົາສະບັບຂອງພວກເຂົາເຈົ້າເອງຢ່າງຖ້ວມລົ້ນແລ້ວ, ແຕ່ວ່າມັນ
ຕ້ອງສອດຄ່ອງກັບກົດໝາຍຂອງສະພາຕໍ່າ ກ່ອນທີ່ຈະສາມາດສົ່ງໃຫ້ທ່ານ ທຣຳ ເຊັນ
ໄດ້.

ທ່ານ ທຣຳ ໄດ້ປະຕິເສດໂດຍສ່ວນໃຫຍ່ ກ່ຽວກັບ ການສືບສວນສອບສວນຫຼາຍຄັ້ງ ທີ່
ກຳລັງດຳເນີນຢູ່ໃນ ສະຫະລັດ ກ່ຽວກັບ ການເຂົ້າແຊກແຊງໃນການເລືອກຕັ້ງໂດຍ
ຣັດເຊຍ ເຊິ່ງໄດ້ເພັ່ງໃສ່ການຊ່ວຍເຫຼືອໃຫ້ທ່ານໄດ້ຮັບໄຊຊະນະ. ແຕ່ມະຕິນີ້ຈະຮຽກ
ຮ້ອງໃຫ້ທ່ານສົ່ງລາຍງານໃຫ້ລັດຖະສະພາ ທີ່ອະທິບາຍເຖິງເຫດຜົນຂອງທ່ານສຳລັບ
ການຢາກໃຫ້ຫຼຸດຜ່ອນ ຫຼື ຍຸຕິມາດຕະການລົງໂທດຕໍ່ ມົສກູ, ເຊັ່ນສົ່ງຄືນຊັບສິນທາງ
ການທູດໃນລັດ Maryland ແລະ ນິວຢອກ ທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ
ໄດ້ປິດໄວ້ໃນເດືອນທັນວາທີ່ຜ່ານມາ ໃນການຕອບໂຕ້ຕໍ່ການແຊກແຊງໃນການເລືອກ
ຕັ້ງດັ່ງກ່າວ.

ລັດຖະສະພາມີເວລາຢ່າງໜ້ອຍ 30 ມື້ ເພື່ອຈັດການພິຈາລະນາ ແລະ ລົງຄະແນນສຽງ
ເພື່ອຮັບຮອງເອົາ ຫຼື ປະຕິເສດການຫຼຸດຜ່ອນມາດຕະການລົງໂທດຂອງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG