ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາ ແລະ ປະທານາທິບໍດີ ສຫລ ມີເວລາ 7 ອາທິດ ຕົກລົງກັນ ເລື່ອງງົບປະມານ


ລັດຖະສະພາ​ ​ແລະ ປະ​ທາ​ນາ​ທິບໍດີ Barack Obama ມີ​​ເວລາ 7 ອາທິດ ທີ່ຈະ​​ເລື່ອນ​ເວລາ​ມາດ​ຕະການຂື້ນ​ພາສີ​ແລະ​ຕັດ​ງົບປະມານ​ປ້ອງກັນ​ປະ​ເທດ ​
ລັດຖະສະພາ​ ​ແລະ ປະ​ທາ​ນາ​ທິບໍດີ Barack Obama ມີ​​ເວລາ 7 ອາທິດ ທີ່ຈະ​​ເລື່ອນ​ເວລາ​ມາດ​ຕະການຂື້ນ​ພາສີ​ແລະ​ຕັດ​ງົບປະມານ​ປ້ອງກັນ​ປະ​ເທດ ​
ບັນດາ​ສະມາຊິກ​ລັດຖະສະພາ ພາກັນ​ເລີ້ມ​ເຮັດ​ວຽກ​ໃນ​ວັນ​
ອັງຄານ​ມື້​ນີ້ ​ໂດຍປະ​ເຊີນ​ໜ້າ​ກັບ​ໜ້າ​ທີ່​ວຽກ​ການ​ໃຫຍ່​ເພື່ອ​
ຊອກ​ຫາ​ທາງຕົກ​ລົງ​ກັນ ກ່ຽວ​ກັບວ່າ ຈະ​ຮັບ​ມື​ຢ່າງ​ໃດ​ກັບ​ການ
​ຂຶ້ນພາສີ​ແບບ​ອັດຕະ​ໂນ​ມັດ 600 ພັນ​ລ້ານ​ໂດ​ລາ ​ແລະ​ການ​
ຕັດ​ຄ່າ​ໃຊ້​ຈ່າຍ​ຕ່າງໆລົງ​ຢ່າງ​ຫຼວງຫຼາຍ​ ທີ່​ຈະ​ເລີ້ມ​ ມີ​ຜົນ​ບັງຄັບ​
ໃນວັນທີ່ 1 ​ເດືອນ​ມັງກອນ ຈະ​ມາ​ເຖິງ​ນີ້.

ລັດຖະສະພາ​ ​ແລະ ປະ​ທາ​ນາ​ທິບໍດີ Barack Obama ມີເວລາ 7 ອາທິດ ທີ່ຈະເລື່ອນ​ເວລາ​ກ່ຽວ​ກັບມາດ​ຕະການການ​ຂື້ນ​ພາສີ​ແລະ​ຕັດ​ງົບປະມານ​ປ້ອງກັນ​ປະ​ເທດ ​ແລະ​ໂຄ​ງການ​ຕ່າງໆພາຍ​ໃນ​ປະ​ເທດ ຫລືຊອກ​ຫາ​ຊ່ອງ​ທາງ ສຳ​ລັບສ້າງ​ຄວາມ​ປະ​ນີປະນອມ​ທີ່ລີ້​ລັບ ​ເພື່ອ​ຫລີ​ກລ້ຽງ​ອັນ​ທີ່​ຮ້ອງ​ວ່າ ການ​ຕັດ​ງົບປະມານແລະ​ການຂຶ້ນພາສີ​ຢ່າງ ​ໃຫຍ່​ນັ້ນ.
ທ່ານ Obama ມີ​ກໍານົດ​ທີ່​ຈະ​ຕ້ອນຮັບຜູ້​ນໍາພັກ​ເດ​ໂມ​ແຄຣັທ ​ແລະ​ພັກ ຣີພັບ​ບລິ​ກັນ ຢູ່​ທີ່ທໍານຽບຂາວ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ບໍ່​ມີ​ຝ່າຍໃດ ຕ້ອງການຢາກ​ໃຫ້ມີ​ການ​ຕັດງົບປະມານລົງ​ຢ່າງ​ໃຫຍ່​ເກີດ ຂື້ນ. ມາດ​ຕະການ​ດັ່ງກ່າວ​ນີ້​ໄດ້​ຕັ້ງ​ຂຶ້ນເພື່ອ​ບັງ​ຄັບ​ໃຫ້ບັນດາສະມາຊິກ​ລັດຖະສະພາບັນລຸ​ການ​ຕົກລົງ​ກັນ​ເພື່ອແກ້​ໄຂການ​ຂາດ​ດຸນງົບປະ​ມານ​ ຂອງປະ​ເທດ ຫລັງ​ຈາກ​ການ​ສົນ​ທະ​ນາຄັ້ງ​ກ່ອນ​ໄດ້​ຫລົ້ມ​ແຫລວ.
XS
SM
MD
LG