ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສະ​ຫະ​ລັດ ເຄື່ອນ​ໄຫວ​ເພື່ອ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ 52 ຕື້​ໂດ​ລາ ແກ່​ບໍ​ລິ​ສັດ​ເຊ​ມີ​ຄອນ​ດັກ​ເຕີ້


​ແຟ້ມ - ໃນ​ຮູບ​ເມື່​ອວັນ​ທີ 1 ຕຸ​ລາ 2019 ຊຶ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ບໍ​ລິ​ສັດຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ້ ອິນ​ແທ​ລ (Intel) ທີ່​ປາ​ກົດ​ຢູ່​ໃນ​ຈໍ ຂອງ Nasdaq MarketSite ທີ່​ນະ​ຄອນ​ນິວຢອກ.
​ແຟ້ມ - ໃນ​ຮູບ​ເມື່​ອວັນ​ທີ 1 ຕຸ​ລາ 2019 ຊຶ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ບໍ​ລິ​ສັດຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ້ ອິນ​ແທ​ລ (Intel) ທີ່​ປາ​ກົດ​ຢູ່​ໃນ​ຈໍ ຂອງ Nasdaq MarketSite ທີ່​ນະ​ຄອນ​ນິວຢອກ.

ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ​ໃນ​ອາ​ທິດນີ້ ໄດ້​ເອົາ​ບາດ​ກ້າວ​ທີ່​ສຳ​ຄັນ​ໄປ​ສູ່​ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ທີ່​ສະ​ໜອງ​ການ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ 52 ພັນ​ລ້ານ​ໂດ​ລາ​ຕໍ່​ອຸດ​ສາ​ຫະ​ກຳ​ເຊ​ມີ​ຄອນ​ດັກ​ເຕີ້​ໃນ​ສະ​ຫະ​ລັດ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ກ່າວ​ວ່າ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ເທດ​ຂາດ​ແຄນ​ດັ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຊຶ່ງ​ເອີ້ນ​ວ່າ CHIPS for America Act ​ຍັງ​ຊອກ​ຫາ​ທາງ​ທີ່​ຈະ​ເຮັດ​ໃຫ້​ສະ​ຫະ​ລັດ​ສາ​ມາດ​ແຂ່ງ​ຂັນກັບ​ຈີນ​ໄດ້​ຫຼາຍ​ຂຶ້ນ​.

ເຊ​ມີ​ຄອນ​ດັກ​ເຕີ້ ຊຶ່ງ​ຮູ້​ກັນ​ໂດຍ​ທົ່ວ​ໄປ​ວ່າ​ຊິບນັ້ນ ແມ່ນ​ອົງ​ປະ​ກອບ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ຜະ​ລິດ​ສະ​ໄໝ​ໃໝ່ ​ໄດ້​ມີ​ການ​ນຳ​ໃຊ້​ໃນ​ຄອມ​ພິວ​ເຕີ້ ໂທ​ລະ​ສັບ​ມື​ຖື​ແລະ​ລົດ ຕະ​ຫຼອ​ດ​ທັງ​ການ​ຜະ​ລິດ​ອື່ນໆ​ອີກ. ໃນ​ລະ​ຫວ່າງ​ທີ່​ເກີດ​ໂຣກ​ລະ​ບາດນັ້ນ ການ​ຂາດ​ແຄນ​ຊິບ​ໄດ້​ເຮັດ​ໃຫ້​ການ​ຜະ​ລິດ​ຊັກ​ຊ້າ​ລົງ​ຢູ່​ໃນ​ຫຼາຍໆ​ອຸດ​ສາ​ຫະ​ກຳ.

ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ຈະ​ໃຫ້​ສິນ​ນ້ຳ​ໃຈ​ສຳ​ລັບ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ້​ທີ່​ຈະ​ຕັ້ງ​ໂຮ​ງ​ງານ​ຜະ​ລິດ​ຊິບ​ຢູ່​ໃນ​ສະ​ຫະ​ລັດ ເພື່ອ​ເຮັດ​ໃຫ້​ລະ​ດັບ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ສູງ​ຂຶ້ນ​ຄືນ ຫຼັ​ງ​ຈາກ​ໄດ້​ຫລຸດ​ລົງ​ນຶ່ງ​ສ່ວນ​ສາມ ຂອງ​ລະ​ດັບ​ທັງ​ໝົດ​ໃນ​ໂລກ ເມື່ອ​ສາມ​ທົດ​ສະ​ວັດ​ກ່ອນ ເປັນ​ໜ້ອຍກວ່າ 12 ເປີ​ເຊັນ​ໃນ​ເວ​ລານີ້.

​ໃນ​ລະ​ຫວ່າງການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຢູ່​ໃນ​ສະ​ພາ​ສູງນັ້ນ ສະ​ມາ​ຊິກ​ສະ​ພາ​ສູງ​ຣອບ ພອດ​ແມນ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ກ່າວ​ວ່າ “ມັນ​ເປັນ​ແຜນ​ການ​ທີ່​ຈະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ ສາ​ມາດ​ແຂ່ງ​ຂັນ​ກັບ​ຈີນ​ໄດ້​ຫຼາຍ​ຂຶ້ນ​ ແລະ​ເປັນ​ແຜນ​ການ​ທີ່​ຈະ​ນຳ​ເອົາ​ວຽກ​ເຮັດ​ງານ​ທຳ​ດີໆ​ກັບ​ຄືນ​ມາ​ຍັງ​ອາ​ເມ​ຣິ​ກາ.”

ໃນ​ການ​ລົງ​ຄະ​ແນນ​ສຽງ 64 ຕໍ່ 34 ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຫຼາຍກວ່າ 10 ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ກັບ​ສຽງ​ສ່ວນ​ຫຼາຍ​ຂອງ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທາງ​ສະ​ພາ​ສູງ​ຈຶ່ງ​ໄດ້​ແຜ້ວ​ທາງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ໃນ​ອາ​ທິດນີ້. ສະ​ພາ​ຕ່ຳ​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຊຶ່ງ​ຍັງ​ບໍ່​ທັນ​ຢູ່​ໃນ​ຮູບ​ແບບ​ຂັ້ນ​ສຸດ​ທ້າຍ​ເທື່ອນັ້ນ ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ຈະ​ເຊັນ​ລົງ​ນາມໃຫ້​ເປັນ​ກົດ​ໝາຍ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG