ໃນຂະນະດຽວກັນ ການເຈລະຈາເລື້ອງນິວເຄລຍ ລະຫວ່າງ
ອີຣ່ານ ແລະ 6 ປະເທດມະຫາອຳນາດ ຍັງສືບຕໍ່ໄປ ຢູ່ທີ່
Vienna ພ້ອມກັນກັບບັນຫາລະອຽດອ່ອນອື່ນໆ ທີ່ຍັງຄົງ
ມີຢູ່ ໃນການເຈລະຈາກັນນັ້ນ.
ບັນດາພັກຝ່າຍໃນການເຈລະຈາ ມີກຳນົດວັນເສັ້ນຕາຍ ຄື
ວັນທີ 30 ມິຖຸນາ ເພື່ອຈະຫັນປ່ຽນຂອບຂໍ້ຕົກລົງ ໃຫ້ກາຍມາ
ເປັນຂໍ້ຕົກລົງຂັ້ນສຸດທ້າຍ ທີ່ຈະຢຸດຢັ້ງບໍ່ໃຫ້ອີຣ່ານ ຈາກການ
ສ້າງລະເບີດນິວເຄລຍ ໃນຂະນະດຽວກັນນັ້ນ ກໍຜ່ອນຜັນ
ມາດຕະການລົງໂທດ ຕໍ່ອີຣ່ານ.
ສະຫະລັດ ກ່າວວ່າ ຕົນມີຫຼັກຖານວ່າ ອີຣ່ານໄດ້ມອບອາວຸດຫຼາຍຢ່າງໃຫ້ແກ່ພວກກະບົດ
Houthi ທີ່ນັບຖືນິກາຍ Shi’ite ຢູ່ໃນເຢເມັນ. ສະຫະລັດ ໄດ້ສົ່ງເຮືອລົບຂອງຕົນ ຫຼາຍລຳ
ເຂົ້າໄປໃນເຂດທະເລ ນອກຝັ່ງຂອງເຢເມັນ.
ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ພວກເຂົາເຈົ້າ ຍັງຈະກົດດັນອີຣ່ານ ເລື້ອງກໍລະນີ
ຂອງການກັກໂຕ ແລະ ການຫາຍສາບສູນໄປ ຂອງພົນລະເມືອງສະຫະລັດຈຳນວນນຶ່ງ
ຢູ່ໃນອີຣ່ານ ແຕ່ກ່າວວ່າ ຈະນຳເອົາເລື້ອງນີ້ ຂຶ້ນມາໂອ້ລົມກັນຕ່າງຫາກ ຈາກການເຈລະຈາ ເລື້ອງນິວເຄລຍ.
Nuclear talks between Iran and six major powers resumed Wednesday in Vienna, with other touchy issues hovering over the negotiations.
The parties have a June 30 deadline to turn a framework agreement into a final deal that keeps Iran from building a nuclear bomb, while easing sanctions against Tehran.
The United States said it has evidence Iran has given weapons to Shi'ite Houthi rebels in Yemen. It has sent U.S. warships to the waters off Yemen.
U.S. officials say they also will keep pressing Iran on the cases of detained and missing U.S. citizens in Iran, but say this will be brought up separately from the nuclear talks.