ສະມາຊິກລັດຖະສະພາສະຫະລັດ ໃນອາທິດໜ້ານີ້ ຈະກ້າວໄປຮັບຜ່ານນິຕິກຳ ຕ້ານກັບການລະເມີດສິດທິມະນຸດຢູ່ໃນຮົງກົງ ຊຶ່ງເປັນການເຄື່ອນໄຫວທີ່ມີຈຸດປະສົງແນໃສ່ສະໜັບສະໜຸນ ແກ່ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕຢູ່ໃນທີ່ນັ້ນ.
ຖ້າຫາກມັນຖືກຮັບຮອງເອົາ, ຮ່າງນິຕິກຳທີ່ວ່ານີ້ ຈະອະນຸຍາດໃຫ້ປະທານາທິບໍດີ ດໍໂນລ ທຣຳ ໃຊ້ກົດໝາຍແມັກນິດສກີ (Magnitsky) ເພື່ອທຳການລົງໂທດຕໍ່ຮົງກົງ ແລະພວກເຈົ້າໜ້າທີ່ຈີນທີ່ລະເມີດສິດທິມະນຸດ ໃນຂະນະທີ່ໃຫ້ການຮັບປະກັນແກ່ພວກປະທ້ວງວ່າບໍ່ໃຫ້ຖືກປະຕິເສດໃນເວລາຂໍວີຊາເຂົ້າມາຍັງ ສະຫະລັດ ແລະຮັບປະກັນວ່າຮົງກົງຕ້ອງປະຕິບັດໃຫ້ສອດຄ່ອງກັບມາດຕະການລົງໂທດຂອງສະຫະລັດ ແລະກົດໝາຍຕ່າງໆ.
ເຈົ້າໜ້າທີ່ໃນຄະນະລັດຖະບານທ່ານທຣຳຜູ້ນຶ່ງກ່າວຢູ່ໃນກອງປະຊຸມຂອງຄະນະກຳມະການຢູ່ໃນສະພາສູງໃນວັນພຸດວານນີ້ວ່າ ສະຫະລັດເຄີຍໄດ້ຮັບຜົນສຳເລັດໃນການໃຫ້ການສະໜັບສະໜຸນ ການດຳເນີນຄວາມພະຍາຍາມ ຂອງພວກນັກເຄື່ອນໄຫວເພື່ອປະຊາທິປະໄຕມາແລ້ວ.
ທ່ານ ເດວິດ ສຕິລແວລ (David Stilwell), ລັດຖະມົນຕີຊ່ວຍ ຂອງກະຊວງການຕ່າງປະເທດຮັບຜິດຊອບວຽກງານສຳລັບຂົງເຂດເອເຊຍຕາເວັນອອກ ແລະມະຫາສະໝຸດປາຊີຟິກ ກ່າວຢູ່ໃນຄຳໃຫ້ການຕໍ່ໜ້າຄະນະກຳມະການດ້ານການພົວພັນຕ່າງປະເທດ ຂອງສະພາສູງວ່າ "ຂ້າພະເຈົ້າຈະໄດ້ອ້າງເຖິງຄຸນງາມ ຄວາມດີແດ່ຈັກໜ້ອຍ ໃນການທີ່ລັດຖະບານສະຫະລັດໄດ້ນຳໃຊ້ການກົດດັນຢ່າງພຽງພໍ ແລະໄດ້ຊຸກຍູ້ປັກກິ່ງໃຫ້ກະທຳການຢ່າງຖືກຕ້ອງຢູ່ໃນຮົງກົງ.”