ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ລັດຖະສະພາ ອະນຸມັດ ຮ່າງກົດໝາຍ ໃຊ້ຈ່າຍ ຊົ່ວຄາວ ໃຫ້ລັດຖະບານ ສະຫະລັດ


ພາບຫຼັງຄາຂອງ ລັດຖະສະພາ ສະຫະລັດ ທີ່ນະຄອນຫຼວງ ວໍຊິງຕັນ ຖືກຫຸ້ມດ້ວຍ ຮາງເຫຼັກ ໃນການບູລະນະຮັກສາ. 30 ກັນຍາ, 2015.

ດ້ວຍ​ເວລາ​ທີ່​ຍັງ​ເຫຼືອ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ, ລັ​ດຖະສະພາ​ໄດ້​ຫຼີກ​ລ້ຽງ​ການ​ປິດ​ ລັດຖະບານ ເປັນບາງສ່ວນໂດຍ​ຮັບ​ຜ່ານ​ຮ່າງ​ກົດ ໝາ​ຍ​ໃຊ້​ຈ່າຍ​ຊົ່ວຄາວ ​ເພື່ອ​ໃຫ້ຫ້ອງການ​ຕ່າງໆຂອງ ລັດຖະບານ​ໃຫ້​ເປີດຕໍ່ໄປ ຜ່ານກຳນົດ​ເສັ້ນ​ຕາຍ​ຂອງງົບປະມານ​ໃນ​ທ່ຽງ​ຄືນ​ວານ​ນີ້.

ສະພາ​ຕ່ຳ​ໄດ້​ຮັບ​ເອົາມາດ​ຕະການດັ່ງກ່າວ ດ້ວຍຄະແນນສຽງ 271 ຕໍ່ 151. ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພຸດ​ວານ​ນີ້ ມາດຕະການນີ້ກໍ​ໄດ້ຜ່ານ​ສະພາ ສູງ ດ້ວຍຄະ​ແນນ​ສຽງ 78 ຕໍ່ 20. ຮ່າງ​ກົດໝາຍນີ້ ​ໄດ້ຕໍ່ອຳນາດ​ໃນ​ການໃຊ້​ຈ່າຍ​ຂອງລັດຖະບານ ​ໄປຈົນ​ຮອດ​ວັນ​ທີ 11 ທັນວາ​, ແລະ ເວລາ​ນີ້​ໄດ້​ຖືກ​ນຳ​ສົ່ງ​ໄປ​ຍັງ​ທຳນຽບຂາວ​ໃຫ້​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ລົງ​ລາຍ​ເຊັນ.

ຜູ້​ແທນ​ສະພາ​ຕ່ຳ​ພັກຣີພັບ​ບລີ​ກັນ ທ່ານ Hal Rogers ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ສຳຄັນທີ່​ສຸດ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ກໍ​ແມ່ນ​ ໃຫ້​ລັດຖະບານ​ ​ເປີດ​ຕໍ່ໄປເພື່ອ​ດຳ​ເນີນ​ວຽກ​ງານ ​ແລະ ສືບ​ຕໍ່​ປະຕິບັດ​ບັນ​ດາໂຄງການທີ່​ສຳຄັນທີ່​ປະຊາຊົນອາ​ເມຣິກາທຸກ​ຄົນ​ເພິ່ງ​ພາ​ອາ​ໄສ​ຢູ່. ຮ່າງກົດໝາຍ​ສະບັບ​ນີ້​ແມ່ນ​ເສັ້ນທາງ​ກ້າວ​ໄປ​ທາງ​ໜ້າ​ທີ່​ດີ​ທີ່​ສຸດ​ໃນ​ເວລາ​ນີ້, ​ແຕ່​ພວກ​ເຮົາ​ທຸກ​ຄົນ​ກໍ​ຮູ້​ວ່າ​ມັນ​ເປັນ​ພຽງ​ຜ້າຕິດ​ບາດ​ເທົ່າ​ນັ້ນ.”

ການ​ລົງ​ຄະ​ແນນ​ສຽງ​ຂອງສະພາທັງ​ສອງ​ຄັ້ງ ​ໄດ້​ຫຼີກ​ລ້ຽງ​ການ​ປິດ​ບາງ​ພາກສ່ວນ​ຂອງ​ລັດຖະບານ, ຄ້າຍຄື​ກັນ​ກັບ​ສະຖານະ​ການ​ເມື່ອ​ສອງ​ປີ​ກ່ອນ​ ເຊິ່ງ​ເປັນ​ຜົນໃຫ້​ມີ​ການ​ປິດ​ຫ້ອງການ​ລັດຖະບາ​ນ ດົນ​ກວ່າ 2 ສັບປະດາ, ຍ້ອນ​ຂໍ້​ຂັດ​ແຍ້​ງກ່ຽວ​ກັບອຸດົມການ​ໃນໂຄງ ການດ້ານສາທາລະນະ​ສຸກ​ຂອງ​ລັດຖະບານກາງ.

ທ່ານ​ນາງ Nita Lowey ສະມາຊິກສະພາສັງກັດພັກ​ເດໂມແຄຣັດ​ໄດ້ ກ່າວ​ວ່າ “ຂ້າພະ​ເຈົ້າ​ຂໍໃຫ້​ແຕ່​ລະ​ກໍລະນີ​ແມ່ນແຕກ​ຕ່າງ​ກັນ. ພວກ​ເຮົາ​ອາດ​ຈະ​ຫຼີກ​ລ້ຽງວິ​ກິດ​ການ ຄັ້ງຫຼ້າ​ສຸດ​ນີ້​ໄດ້​ຊົ່ວຄາວ ​ແລະ ນຳ​ເອົາ​ຮ່າງ​ກົດ​ໝາຍໄປ​ໃຫ້​ທ່ານ​ປະທານາທິບໍດີໃນ​ຄ່ຳ​ຄືນ​ນີ້, ​ແຕ່ແ​ນ່ນອນ​ມັນ​ຈະ​ບໍ່​ແມ່ນເຫດຜົນເພື່ອ​ການສະ​ເຫຼີມສະຫຼອງ. ຂ້າ​ພະ​ເຈົ້າ​ຍັງ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ ຄວາມ​ເປັນ​ໄປ​ໄດ້​ທີ່​ພວກ​ເຮົາ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ປິດ​ລັດຖະບານ​ອີກ​ໃນ​ເດືອນ​ທັນວາ​ນີ້.”

ທ່ານ Rogers ​ໄດ້​ສະ​ແດງ​ຄວາມ​ພ້ອມນຳວ່າ ການ​ປິດ​ລັດຖະບານຍ້ອນງົບ​ປະມານ​ຄັ້ງ​ຕໍ່​ໄປກໍ​ຈະຕ້ອງ​ໄດ້​ຖືກ​ຫຼີກ​ລ້ຽງ​ເຊັ່ນ​ກັນ, ​ເຖິງ​ແມ່ນ​ວ່າ ​ເພື່ອນຮ່ວມ​ງານ​ຂອງ​ທ່ານ​ບາງ​ຄົນ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ເຊີນ​ໜ້າດ້ານ​ງົບປະມານ​ ໃນ​ການ​ຂັດ​ແຍ້​ງຍ້ອນ​ນະ​ໂຍບາຍ​ອື່ນໆ.

US Congress Funding
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG