ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ສະ​ພາ​ ສ​ຫລ ຄາດ​ວ່າ​ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ​ຮ່າງ​ກົດ​ໝາຍຮັກ​ສາຄວາ​ມ​ປອດ​ໄພ​ຊາຍ​ແດນ


ເຈົ້າ​ໜ໊າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ ທ່ານ​ວິນ​ເສິນ ປີ​ຣ​ໂຣ ເຊິ່ງ​ຢູ່​ໃກ້​ກັບ​ກຳ​ແພງ​ຊາ​ຍ​ແດນ ລະ​ຫວ່າງ​ເມືອງ ທີ​​ຮວານ​າ ແລະແຊນ​ດີ​ເອ​ໂກ ວັນ​ທີ 5 ກຸ​ມ​ພາ 2019.
ເຈົ້າ​ໜ໊າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ ທ່ານ​ວິນ​ເສິນ ປີ​ຣ​ໂຣ ເຊິ່ງ​ຢູ່​ໃກ້​ກັບ​ກຳ​ແພງ​ຊາ​ຍ​ແດນ ລະ​ຫວ່າງ​ເມືອງ ທີ​​ຮວານ​າ ແລະແຊນ​ດີ​ເອ​ໂກ ວັນ​ທີ 5 ກຸ​ມ​ພາ 2019.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະ​ຫັດ​ມື້​ນີ້ ກ່ຽວ
​ກັບ​ຂໍ້​ຕົກ​ກອງ​ທຶນ​ການ​ໃຊ້​ຈ່າຍ ເພື່ອ​ຫຼີ​ກ​ລ່ຽງ​ການ​ປິດໂຮງ​ການ​ລັດ​ຖະ​ບານ​ອີກ ໃນ​ຂະ​
ນະ​ທີ່​ໃຫ້​ເງິນສຳ​ລັບການ​ກໍ່​ສ້າງ​ສິ່ງ​ກີດກັ້ນແລະ​ມາດ​ຕະ​ການໃນ​ການ​ຮັກ​ສາຄວາມ​ປອດ
​ໄພ​ອື່ນ​ໆ ​ຢູ່​ຕາມຊາຍ​ແດນ​ສະ​ຫະ​ລັດ ທີ່​ຕິດ​ກັບເມັກ​ຊິ​ໂກ.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ແລະ​ພະ​ນັກ​ງານ​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ກາຍ​ເວ​ລາ​ໃນ​ວັນ
​ພຸດ​ວານ​ນີ້ ເພື່ອ​ໃຫ້​ເສັດ​ສິ້ນ​ຮ່​າງ​ກົດ​ໝາຍຂັ້ນ​ສຸດ​ທ້າຍ ​ທີ່​ມາ​ຈາກ​ຄະ​ນະ​ກຳ​ມະ​ການ​ທັງ
ສອງ​ຝ່າຍ ທີ່​ຖືກມອບ​ໝາຍ​ໃຫ້​ຕົກ​ລົງ​ກັນ ​ກ່ຽວ​ກັບ​ເລື້ອງ​ຄວ​າມ​ປອ​ດ​ໄພຊາຍ​ແດນ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ແມ່ນ​ການ​ຕົກ​ລົງ​ແບບປະ​ນີ​ປະ​ນ​ອມ​ເພື່ອຍຸດ​ຕິ​ການ​ປິດ​ລັດ
​ຖະ​ບານ​ເປັນ​ບາງ​ສ່ວນ ​ທີ່​ດົນ​ທີ່ສຸດ ໃນປະ​ຫ​ວັດ​ສາດ​ເປັນ 35 ມື້ ​ໃນ​ເດືອນ​ແລ້ວ​ນີ້ ໃນ​
ຂະ​ນະ​ທີ່​ພັກ​ຣີ​ພັບ​ບ​ລິ​ກັນແລະ​ພັກເດ​ໂມ​ແຄ​ຣັດ ​ຍັງ​ມີ​ຄວາມເຫັນ​ບໍ່​ລົງ​ລອຍ​ກັນກ່ຽວ​ກັບ​
ການ​ຮຽກ​ຮ້ອງ ຢາກ​ໄດ້ເງິນ 5.7 ພັນ​ລ້ານ​ໂດ​ລາ ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍໂນ​ລ ທ​ຣຳ​ ​ເພື່ອ​
ສ້າງ​ກຳ​ແພງ​ຢູ່​ຊາ​ຍ​ແດນ​ທາງ​ພາກ​ໃຕ້.

ຮ່າງ​ກົດ​ໝາຍກອງ​ທຶນ​ໃໝ່​ບໍ່​ໄດ້ສະ​ໜອງ​ຕອບ​ຕໍ່ການ​ຮ້ອງ​ຂໍຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ
​ແຕ່ແທນ​ທີ່​ໄດ້​ອະ​ນຸ​ມັດ​ເງິນ​ແຕ່​ 1 ພັນ 370 ​ລ້ານ​ໂດ​ລາ​ເພື່ອ​ສ້າງ​ເຄື່ອງ ກີດກັ້ນ​ປະ​ມານ
90 ກິ​ໂລ​ແ​ມັດ​ຢູ່​ຕາມ​ຊາຍ​ແດນ. ນອກ​ນັ້ນ​ຍັງ​ຮວມ​ທັງ​ການຍົກ​ລະ​ດັບ​ເທັກ​ໂນ​ໂລ​ຈີ ​ສຳ​
ລັບ​ກວດ​ຢູ່​ຕາມດ່ານເຂົ້າ​ຊາຍ​ແດນ​ຕ່າງໆ ເພີ້ມ​ເຈົ້າ​ໜ້າ​ທີ່​ພາ​ສີ ແລະ​ການ​ຊ່ວຍ​ເຫຼືອ​
ໃນ​ດ້ານມະ​ນຸດ​ສະ​ທຳ.

ຜູ້ນ​ຳ​ສຽງ​ສ່ວນ​ໜ້ອຍ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ຈັກ ຊ​ູ​ເມີ​ຣ ຈາກ​ລັດ​ນິວຢອກ (ກາງ) ແລະ​ສະ​ມາ​ຊິກ​ສະ​ເພາ​ສູງພັກ​ເດ​ໂມ​ແຄ​ຣັດ ທ່ານແພ​ຕ​ຣິກ ເລ​ຮີ ຈາກ​ລັດ​ເວີ​ມັນທ໌ ກຳ​ລັງ​ອອ​ກ​ມາ​ຈາ​ກອງ​ປະ​ຊຸມ.
ຜູ້ນ​ຳ​ສຽງ​ສ່ວນ​ໜ້ອຍ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ຈັກ ຊ​ູ​ເມີ​ຣ ຈາກ​ລັດ​ນິວຢອກ (ກາງ) ແລະ​ສະ​ມາ​ຊິກ​ສະ​ເພາ​ສູງພັກ​ເດ​ໂມ​ແຄ​ຣັດ ທ່ານແພ​ຕ​ຣິກ ເລ​ຮີ ຈາກ​ລັດ​ເວີ​ມັນທ໌ ກຳ​ລັງ​ອອ​ກ​ມາ​ຈາ​ກອງ​ປະ​ຊຸມ.

ຜູ້​ນຳ​ໃນສະ​ພາ​ສູງຂອງພັກ​ເດ​ໂມ​ແຄ​ຣັດ ທ່ານ​ຈັກ ຊູ​ເມີ​ ກ່າວ​ວ່າ “ດັ່ງ​ທີ່​ການ​ຕົກ​ລົງ​ທັງ
ໝົດ​ຂອງ​ທັງສອງ​ພັກ​ ​ມັນເປັນ​ຜົ​ນ​ຂອງການ​ປະ​ນີ​ປະ​ນອມ. ແຕ່​ລະ​ຝ່າຍ​ໄດ້​ໃຫ້​ການ​
ຜ່ອນ​ຜັນ​ໜ້ອຍ​ນຶ່ງ ແຕ່​ລະ​ຝ່າຍ​ກໍ​ໄດ້​ຮັບ​ໜ້ອຍ​ນຶ່ງ.”

ສະ​ພາ​ຕ້ອງ​ໄດ້​ຮັບຜ່ານ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຕ້ອງ​ໄດ້​ເຊັນ​ຮ່າງ​ກົດ​ໝາຍ​ດັ່ງກ່າວ
​ກ່ອນ​ທ່ຽງ​ຄືນ​ວັນ​ສຸກ​ມື້​ອື່ນ​ນີ້ ຫຼື​ທຶນການ​ໃຊ້​ຈ່າຍ​ຈ​ະ​ໝົດ​ລົງ​ສຳ​ລັບປະ​ມາ​ນ ນຶ່ງ​ສ່ວນ​ສີ່​
ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ. ກ່ອນ​ໜ້າ​ການ​ປິດລັດ​ຖະ​ບານ​ເທື່ອ​ແລ້ວ​ນີ້ ປະ​ທາ​ນາ​ທິ​
ບໍ​ດີ​ທ​ຣຳ ແມ່ນຄາດ​ວ່າ ​ຈະ​ເຊັນ​ມາດ​ຕະ​ການ ​ໃຫ້​ທຶນ​ໄລ​ຍ​ະ​ສັ້ນ ເພື່ອ​ໃຫ້​ໂຮງການ​
ລັດ​ຖະ​ບານເປີດ​ບໍ​ລິ​ການ ໃນ​ຂະ​ນະ​ທີ່ດຳ​ເນີນການເຈ​ລະ​ຈາ​ຕໍ່​ລອງ​ເລື້ອງ​ຄວາມ​ປອດ
​ໄພ​ຊາຍ​ແດນ ແຕ່​ທ່ານ​ໄດ້​ປ່ຽນ​ໃຈ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ທຳ​ນຽບ​ຂາວ​ ວັນ​ທີ 13 ກຸມ​ພາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ທຳ​ນຽບ​ຂາວ​ ວັນ​ທີ 13 ກຸມ​ພາ 2019.

​ທ່ານ​ຊູ​ເມີ​ ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ຈະ​ຕ້ອງ​ບໍ່​ເຮັດ​ຊ້ຳ​ຄືນ ໃນຄວາມ​ຜິ​ດ​ພາດແບບ
ເກົ່າຂອງ​ທ່ານ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣ​ຳ​ ຈົ່ງເຊັນ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ສາ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ໃນ​ວັນ​ພຸດວ​ານ​ນີ້​ວ່າ ທ່ານ​ຍັງ​ບໍ່​ທັນ​ໄດ້​ຕັດ​ສິນ​ໃຈ​ກ່ຽວກັບ
​ເລື້ອງ​ນີ້​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG