ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ສະພາຕໍ່າສະຫະລັດ ມີກໍານົດຮັບຜ່ານ ຮ່າງກົດໝາຍ ຕັດພາສີເງິນເດືອນ ໃນມື້ນີ້


ປະທານສະພາຕໍ່າສະຫະລັດ ທ່ານ John Boehner ພວມຖະແຫຼງຂ່າວ ທີ່ຫໍລັດຖະສະພາສະຫະລັດ ໃນກຸງວໍຊິງຕັນ (20 ທັນວາ 2011)

ລັດຖະສະພາ​ສະຫະລັດ ລຸນ​ຫຼັງທີ່​ໄດ້​ມີ​ການ​ຖົກ​ຖຽງ​ໂຕ້​ແຍ້​ງທາງ​ການ​ເມືອງ​ ມາເປັນ​ເວລາ​
ຫຼາຍໆ​ເດືອນ​ແລ້ວ ມີ​ກຳນົດ​ວ່າ​ຈະ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ຕໍ່ອາຍຸ​ການຕັດ​ພາສີ​ເງິນ​ເດືອນ​ໃນ
ວັນ​ສຸກ​ມື້ນີ້ທີ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ເວົ້າວ່າ ມີຄວາມ​ສຳຄັນຕໍ່​ຄວາມ​ເຂັ້ມ​ແຂງ​ຂອງ​
ເສດຖະກິດ​ສະຫະລັດນັ້ນ.

ສະພາ​ຕໍ່​າຂອງ​ສະຫະລັດ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ທີ່​ທາງ​ສະພາສູງ​ໄດ້​ຮັບ
ຮອງ​ເອົາ​ແລ້ວ​ເພື່ອ​ຕໍ່​ອາຍຸ​ເປັນ​ເວລາ​ສອງ​ເດືອນໃນ​ການ​ຕັດ​ພາສີ​ເງິນ​ເດືອນຊຶ່ງ​ມີ​ກຳນົດ​ຈະ
ໝົດ​ອາຍຸ​ລົງ​ໃນ​ທ້າຍ​ປີນີ້. ບັນດາ​ສະມາຊິກ​ສະພາ​ຕໍ່າ​ຂອງພັກຣີພັບ​ບລີ​ກັນ ​ໄດ້​ຮັບ​ຄວາມ​
ກົດ​ດັນ​ເພື່ອ​ໃຫ້​ຮັບ​ເອົາ​ການ​ຕໍ່​ອາຍຸ​ເປັນ​ເວລາ 2 ​ເດືອນ.

ຮ່າງ​ກົດໝາຍ​ສະບັບ​ນີ້ຈະ​ສືບຕໍ່ໃນການເກັບ​ພາສີ​ເງິນ​ເດືອນ​ໃນ​ອັດຕາ 4.2% ຊຶ່ງ​ຖ້າ​ບໍ່​ດັ່ງ
ນັ້ນ​ແລ້ວກໍ​ຈະ​ໝົດ​ອາຍຸ​ລົງ​ໃນ​ວັນ​ທີ 31 ທັນວາ​ ​ແລະອັດຕາ​ພາສີຈະ​ເພີ່ມ​ຂຶ້ນ​ເປັນ 6.2%
ສຳລັບ​ພວກ​ຄົນ​ງານຊາວ​ອະ​ເມຣິກັນ 160 ລ້ານ​ຄົນ.

ຖ້າ​ການ​ຕົກລົງ​ດັ່ງກ່າວ ​ຫາກ​ໄດ້​ຮັບ​ການ​ອະນຸມັດ​ໃນ​ວັນ​ສຸກ​ມື້ນີ້ ການ​ເຈະລະ​ຈາຮອບ​ໃໝ່
ກໍ​ຈະ​ເລີ່​ມຂຶ້ນ​ໃນ​ເດືອນ​ມັງກອນ ​ເພື່ອ​ຕໍ່​ອາຍຸ​ການ​ຕັດ​ພາສີ​ອອກ​ໄປ​ອີກ 10 ​ເດືອນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ຂໍ້​ຕົກລົງ​ໃໝ່​ດັ່ງກ່າວນີ້ ​ແມ່ນສິ່ງຖືກຕ້ອງທີ່​ຄວນ​ກະທຳ​
ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບັນດາ​ຄອບຄົວ​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ແລະ​ສ້າງ​ວຽກ​
ການ​ໃໝ່.

ຂໍ້​ຕົກລົງ​ຊົ່ວ​ຂາວ​ທີ່​ວ່າ​ນີ້ ຍັງ​ຈະ​ສືບ​ຕໍ່ຈ່າຍ​ເງິນ​ຫວ່າງ​ງານ​ ໃຫ້​ແກ່​ພວກ​ທີ່​ສູນ​ເສຍວຽກ​ການ​
ເຮັດ​ຕະຫຼອດທັງ​ຈ່າຍ​ເງິນ​ໃຫ້​ພວກ​ທ່ານ​ໝໍ ທີ່​ປິ່ນປົວ​ພວກ​ຄົນ​ເຈັບ​ ທີ່​ໃຊ້ເມ​ດີ​ແຄ​ໃນ​ອັດຕາ
ປັດຈຸບັນ ​ເພື່ອ​ຫຼີກລ້ຽງໃນ​ໝາຍ​ກຳນົດ​ການ​ຕັດ​ສຳລັບ​ເງິນ​ຊົດໃຊ້​ທີ່​ຈະ​ໄດ້​ຮັບ​ນັ້ນ.

XS
SM
MD
LG