ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ສະຫະລັດ ຈະລົງຄະແນນສຽງ ກ່ຽວກັບ ງົບປະມານ ໃນມື້ນີ້


ປະທານສະພາຕໍ່າສະຫະລັດ ທ່ານ John Boehner (ຊ້າຍ)
ປະທານສະພາຕໍ່າສະຫະລັດ ທ່ານ John Boehner (ຊ້າຍ)

ບັນດາສະມາຊິກລັດຖະສະພາສະຫະລັດດຳເນີນການໄປໄດ້ເຄິ່ງນຶ່ງແລ້ວເພື່ອຫຼີກລ້ຽງບໍ່ໃຫ້
ມີການອັດກິດຈະການຂອງລັດຖະບານເປັນບາງສ່ວນຫຼັງຈາກສະພາຕໍ່າຂອງສະຫະລັດໄດ້
ລົງຄະແນນສຽງ 296 ຕໍ່ 121 ເຫັນພ້ອມກັບຮ່າງກົດໝາຍໃຫ້ເງິນສະໜັບສະໜຸນລັດຖະ ບານໄປຈົນຮອດເດືອນຕຸລາປີ 2012.

ເປັນທີ່ຄາດກັນວ່າ ສະພາສູງຂອງສະຫະລັດຈະພິຈາລະນາກ່ຽວກັບການຕົກລົງມູນຄ່າ 1
ພັນຕື້ໂດລາ ເພື່ອໃຫ້ການສະໜັບສະໜຸນພະແນກການຕ່າງໆຂອງລັດຖະບານ ໃນການ ລົງຄະແນນສຽງໃນວັນເສົາມື້ນີ້.

ການອັດກິດຈະການຈະບັງຄັບໃຫ້ພະແນກການຕ່າງໆຂອງລັດຖະບານຢຸດເຊົາການປະຕິ
ບັດໜ້າທີ່ໆບໍ່ຈຳເປັນຕ່າງໆລົງ ແລະສັ່ງໃຫ້ພະນັກງານຂອງລັດຖະບານກາງຈຳນວນຫຼາຍ
ສິບພັນຄົນພັກການໂດຍບໍ່ໄດ້ຮັບເງິນເດືອນ.

ທ່ານ John Boehner ປະທານສະພາຕໍ່າທີ່ສັງກັດພັກຣີພັບບລີກັນ ກ່າວໃນມື້ວັນສຸກ
ວານນີ້ວ່າ ຮ່າງກົດໝາຍສະບັບນີ້ໄດ້ຮ່າງຂຶ້ນດ້ວຍການຮ່ວມມືຈາກສະມາຊິກສະພາຂອງ
ທັງສອງພັກການເມືອງ.

ທ່ານນາງ Nancy Pelosi ອະດີດປະທານສະພາຕໍ່າຊຶ່ງເປັນຜູ້ນຳຂອງພັກເດໂມແຄຣັທ
ທີ່ເປັນພັກສຽງສ່ວນໜ້ອຍ ໃນສະພາຕໍ່າໄດ້ກ່າວຫາພັກຣີພັບບລີກັນວ່າ ໄດ້ດຳເນີນການ
ແລະໃຊ້ເລ່ຫຼ່ຽມທາງການເມືອງສ້າງຄວາມຊັກຊ້າທີ່ພາໃຫ້ມີການເຈລະຈາກັນໃນນາທີສຸດ
ທ້າຍກ່ຽວກັບຮ່າງກົດໝາຍທີ່ມີຄວາມສຳຄັນແບບນີ້.

ເປັນທີ່ຄາດກັນວ່າ ໃນວັນເສົາມື້ນີ້ສະພາສູງຂອງສະຫະລັດຍັງຈະລົງຄະແນນສຽງເພື່ອຕໍ່
ອາຍຸການຕັດພາສີເງິນເດືອນສຳລັບພວກຄົນງານຊາວອະເມຣິກັນນຳດ້ວຍ. ພັກຣີພັບບລີ
ກັນແລະເດໂມແຄຣັດ ໄດ້ບັນລຸການຕົກລົງກ່ຽວກັບເລື່ອງນີ້ ໃນຕອນແລງຂອງມື້ວັນສຸກ
ວານນີ້ ແຕ່ແນວໃດກໍຕາມການຕໍ່ອາຍຸທີ່ວ່ານີ້ຈະມີແຕ່ພຽງສອງເດືອນທໍ່ນັ້ນຊຶ່ງໄດ້ພາໃຫ້ ເກີດຄວາມບໍ່ແນ່ນອນທາງດ້ານເສດຖະກິດເພີ່ມຕື່ມສຳລັບຊາວອະເມຣິກັນ. ປະທານາທິ
ບໍດີບາຣັກໂອບາມາໄດ້ຊຸກຍູ້ໃຫ້ມີການຕໍ່ອາຍຸການຕັດພາສີດັ່ງກ່າວອອກໄປຕື່ມອີກນຶ່ງປີ.

XS
SM
MD
LG