ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ສະຫະລັດ ຕົກລົງກັນ ກ່ຽວກັບເລື່ອງ ງົບປະມານ


ລັດຖະສະພາສະຫະລັດ ທີ່ກຸງວໍຊິງຕັນ
ລັດຖະສະພາສະຫະລັດ ທີ່ກຸງວໍຊິງຕັນ

ສະມາຊິກລັດຖະສະພາສະຫະລັດກ່າວວ່າ ຕົນໄດ້ບັນລຸການຕົກລົງເພື່ອໃຫ້ເງິນສະໜັບ
ສະໜຸນແກ່ລັດຖະບານກາງ ໄປຈົນໝົດສົກງົບປະມານປີນີ້ ນຶ່ງມື້ກ່ອນທີ່ບາງພາກສ່ວນ ຂອງລັດຖະບານຈະຖືກບັງຄັບໃຫ້ຢຸດເຊົາການປະຕິບັດໜ້າທີ່.

ບັນດາສະມາຊິກລັດຖະສະພາໄດ້ປະກາດກ່ຽວກັບການຕົກລົງມູນຄ່າ 1 ພັນຕື້ໂດລາໃນ
ຕອນເດິກ ຂອງຄືນວັນພະຫັດວານນີ້ ເພື່ອໃຫ້ເງິນສະໜັບສະໜຸນ ການປະຕິບັດໜ້າທີ່
ຂອງລັດຖະບານສຳລັບສ່ວນທີ່ເຫຼືອຂອງສົກງົບປະມານປີ 2012. ແຕ່ພວກນັກເຈລະຈາ ຍັງສືບຕໍ່ດຳເນີນງານກ່ຽວກັບຂໍ້ຕົກລົງ ທີ່ຈະຕໍ່ອາຍຸການຫຼຸດພາສີເງິນເດືອນ ທີ່ປະທານາ
ທິບໍດີບາຣັກໂອບາມາເວົ້າວ່າ ຈະປ້ອງກັນບໍ່ໃຫ້ມີການຂຶ້ນພາສີສຳລັບຊາວອະເມຣິກັນທີ່
ເຮັດວຽກເຮັດການ 160 ລ້ານຄົນພາຍໃນວັນທີ 1 ມັງກອນຈະມານີ້.

ກ່ຽວກັບບັນຫາທີ່ວ່າ ຈະຊອກຫາເງິນມາແຕ່ທາງໃດ ເພື່ອມາທົດແທນການຕັດພາສີນັ້ນ
ພັກເດໂມແຄຣັທໂຕ້ແຍ້ງວ່າໃຫ້ເພີ່ມພາສີສຳລັບພວກທີ່ມີລາຍໄດ້ກາຍນຶ່ງລ້ານໂດລາຂຶ້ນ
ໄປແຕ່ພັກຣີພັບບລີກັນໄດ້ປະຕິເສດ ບໍ່ຍອມປ່ອຍໃຫ້ມີການຂຶ້ນພາສີໃດໆກໍຕາມ. ແຫຼ່ງ ຂ່າວແຈ້ງໃຫ້ຊາບໃນວັນພະຫັດວານນີ້ວ່າ ຂໍ້ຕົກລົງໃໝ່ ຈະບໍ່ຮວມເອົາໃນອັນທີ່ເອີ້ນວ່າ
ການເກັບພາສີເສດຖີ ເຂົ້າຢູ່ນຳ.

ທັງສະພາສູງແລະສະພາຕໍ່າຍັງຈະຕ້ອງໄດ້ລົງຄະແນນສຽງກ່ຽວກັບຮ່າງງົບປະມານໃນ
ວັນສຸກມື້ນີ້ ກ່ອນທີ່ງົບປະມານການໃຊ້ຈ່າຍຊົ່ວຄາວສຳລັບລັດຖະບານກາງສະບັບປັດ
ຈຸບັນ ຈະໝົດອາຍຸລົງໃນຕອນທ່ຽງຄືນ ຂອງວັນສຸກມື້ນີ້.

XS
SM
MD
LG