ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສະຫະລັດ ກ່າວປະນາມ ຣັດເຊຍ ສຳລັບການບຸກລຸກ ພາກຕາເວັນອອກຂອງ ຢູເຄຣນ


ທະຫານ ຢູເຄຣນ ຢືນຢູ່ແຖວໜ້າໃກ້ກັບເມືອງ ໂນໂວລູຮານສເກ ໃນພາກພື້ນ ໂດເນັດສ໌, 22 ກຸມພາ, 2022.
ທະຫານ ຢູເຄຣນ ຢືນຢູ່ແຖວໜ້າໃກ້ກັບເມືອງ ໂນໂວລູຮານສເກ ໃນພາກພື້ນ ໂດເນັດສ໌, 22 ກຸມພາ, 2022.

ບັນດາສະມາຊິກສະພາ ສະຫະລັດ ໄດ້ເລັ່ງການຮຽກຮ້ອງສຳລັບການຂວໍ້າບາດຕໍ່ ຣັດເຊຍ ໃນວັນອັງຄານວານນີ້, ຮຽກຮ້ອງລັດຖະບານທ່ານ ໄບເດັນ ໃຫ້ດຳເນີນການຢ່າງວ່ອງໄວເພື່ອລົງໂທດປະ ທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ສຳລັບການຮັບຮູ້ພາກພື້ນ ທີ່ຖືກຢຶດ​ຄອງ ໂດເນັດສ໌ ແລະ ລູຮານສ໌ ໃນພາກຕາເວັນອອກຂອງ ຢູເຄຣນ ວ່າເປັນລັດເອກະລາດ.

ເຖິງແມ່ນຈະມີຄວາມສາມັກຄີກັນຢ່າງຫຼວງຫຼາຍຈາກສອງພັກການເມືອງສຳລັບການຍັບຢັ້ງການຮຸກຮານຂອງ ຣັດເຊຍ ໃນ ຢູເຄຣນ ນັ້ນ, ພັກເດໂມແຄຣັດ ແລະ ຣີພັບບລີກັນ, ແມ່ນໄດ້ດີ້ນຮົນທີ່ຈະຕົກລົງກັນ ກ່ຽວກັບ ວິທີທີ່ຈະລຽງລຳລັບ ມາດຕະການລົງໂທດເພື່ອກີດກັນ ແລະ ລົງໂທດທ່ານ ປູຕິນ ສຳລັບການໂຈມຕີໃນປະເທດທີ່ເປັນເອກະລາດ ໃນພາກຕາເວັນອອກຂອງ ຢູໂຣບ.

ແຕ່ຄຳປາໄສອອກໂທລະພາບຂອງ ທ່ານ ປູຕິນ ໃນວັນຈັນທີ່ຜ່ານມາໄດ້ສະແດງໃຫ້​ເຫັນ​ວ່າ ຢູເຄຣນ ​ເຄີຍ​ເປັ​ນພາກສ່ວນທາງດ້ານປະຫວັດສາດຂອງ ຣັດເຊຍ ແລະ “ບໍ່ເຄີຍເປັນປະເທດທີ່ແທ້ຈິງ” ເຊິ່ງໄດ້ເຮັດໃຫ້ເກີດການກ່າວປະນາມຢ່າງວ່ອງໄວຈາກບັນດາສະມາຊິກສະພາຄົນ​ສຳ​ຄັນໆ​ຂອງ ສະຫະລັດ.

ປະທານຄະນະກຳມະການພົວພັນຕ່າງປະເທດ ສະພາສູງ ທ່ານ ບອບ ເມເນັນເດັສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການຮັບຮູ້ທີ່ຜິດກົດໝາຍຂອງທ່ານ ປູຕິນ ກ່ຽວກັບ ການປະກາດສາທາລະນະລັດ ປະຊາຊົນ ໂດເນັດສ໌ ແລະ ລູຮານສ໌ ດ້ວຍຕົນເອງນັ້ນ ແມ່ນການກະທຳຂອງການຮຸນຮານທີ່ບໍ່ໄດ້ຖືກຍຸແຍ່ ແລະ ເປັນການລະເມີດຕໍ່ກົດໝາຍສາກົນຢ່າງໜ້າບໍ່ອາຍ.”

ທ່ານ ເມເນັນເດັສ໌ ໄດ້ກ່າວຕໍ່ວ່າ “ການຮັບຮູ້ທີ່ຜິດກົດໝາຍນີ້ແມ່ນການໂຈມຕີຕໍ່ອຳນາດອະທິປະໄຕຂອງ ຢູເຄຣນ. ຈະເວົ້າຢ່າງຈະແຈ້ງ, ຖ້າກອງທະຫານ ແລະ ກອງກຳລັງຕົວແທນຂອງ ຣັດເຊຍ ເພີ່ມເຕີມໃດໆຂ້າມເຂົ້າໄປໃນເຂດ ດອນບາສ, ລັດຖະບານຂອງທ່ານ ໄບເດັນ ແລະ ພັນທະມິດ ຢູໂຣບ ຂອງພວກເຮົາຈະບໍ່ລັງເລໃຈ ທີ່ຈະວາງມາດຕະການລົງໂທດຢ່າງບໍ່ມີທາງຕອບໂຕ້ຕໍ່ ຣັດເຊຍ.”

ກອງທະຫານ ຣັດເຊຍ ປະມານ 150,000 ຄົນ ໄດ້ລວມຕົວກັນຢູ່ເຂດຊາຍແດນຕິດກັບ ຢູເຄຣນ ໃນບໍ່ເທົ່າໃດອາທິດທີ່ຜ່ານມາ. ການກ່າວອ້າງຂອງທ່ານ ປູຕິນ ວ່າພາກພື້ນ ໂດເນັດສ໌ ແລະ ລູຮານສ໌ ບໍ່ແມ່ນພາກສ່ວນຂອງ ຢູເຄຣນ ອີກຕໍ່ໄປ ໄດ້ເປີດປະຕູໃຫ້ກອງທະຫານທີ່ເອີ້ນວ່າ ກຳ​ລັງ “ຮັກສາສັນຕິພາບ” ຂອງ ຣັດເຊຍ ເຂົ້າໄປໃນຂົງເຂດທີ່ວ່ານັ້ນ. ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າເວົ້າວ່າ ພາລະກິດນີ້ແມ່ນການປະຕິບັດການທີ່ອັນຕະລາຍ ທີ່ຈະອະນຸຍາດໃຫ້ມີການໂຈມ ຕີ ຢູເຄຣນ ຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG