ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ສະຫະລັດ ຮັບຜ່ານງົບປະມານ ລັດຖະບານແລ້ວ


ທ່ານ ຈອນ ເບນເນີ ປະທານສະພາຕໍ່າສະຫະລັດ ສັງກັດພັກຣີພັບບລິກັນ
ທ່ານ ຈອນ ເບນເນີ ປະທານສະພາຕໍ່າສະຫະລັດ ສັງກັດພັກຣີພັບບລິກັນ

ພວກ​ສະມາຊິກ​ສະພາ​ສູງຫລີກ​ລ່ຽງບໍ່​ໃຫ້​ປິດ​ບາງພາກສ່ວນ​ຂອງ​ລັດຖະບານ​ລົງຫລັງ​ຈາກ
ການ​ລົງ​ຄະ​ແນນ​ສຽງ​ເຫັນພ້ອມກັບຮ່າງ​ງົບປະມານໃຫ້ເງິນສະໜັບສະໜຸນ​ການ​ປະຕິບັດ
ງານ​ຂອງ​ລັດຖະບານ​ໄປ​ຈົນ​ເຖິງ 2012.

ສະພາ​ສູງ​ສະຫະລັດ​ໄດ້​ອະນຸມັດຮ່າງກົດໝາຍປະມານນຶ່ງ​ພັນ​ຕື້​ໂດ​ລາ ດ້ວຍ​ຄະແນນ​ສຽງ
67 ຕໍ່ 32 ມື້​ນຶ່ງ​ຫລັງ​ຈາກຮ່າງກົດໝາຍ​ໄດ້​ຖືກຮັບ​ຜ່ານໂດຍ​ສະພາ​ຕໍ່າ​ແລ້ວ.

ການ​ປິດ​ການ​ປະຕິບັດ​ງານຂອງ​ລັດຖະບານ​ນັ້ນຈະ​ບັງຄັບ​ໃຫ້​ກະຊວງ​ກົມ​ກອງ​ຕ່າງໆຢຸດ
ການ​ປະຕິບັດໜ້າ​ທີ່ໆ​ບໍ່ຈໍາ​ເປັນ​ລົງ ​ແລະ​ບໍ່​ຈ່າຍ​ເງິນ​ໃຫ້​ພະນັກງານ​ລັດຖະບານ​ຫລາຍ​ສິບ​
ພັນ​ຄົນທີ່ຖືກສັ່ງໃຫ້ພັກການນັ້ນ.

ພວກ​ຜູ້​ນໍາ​ທັງ​ພັກຣີພັບ​ບລິ​ກັນ ​ແລະ​ເດ​ໂມ​ແຄຣທ ​ໄດ້​ຊົມ​ເຊີຍ​ຜົນ​ການ​ລົງຄະ​ແນນ​ສຽງ
ໂດຍ​ກ່າວ​ວ່າທັງ​ສອງ​ຝ່າຍ​ຈະ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັນ.

ນອກ​ນີ້​ສະພາ​ສູງ​ສະຫະລັດ ​ຍັງໄດ້​ອະນຸມັດ​ໂດຍ​ສຽ​ງຖ້ວມ​ລົ້​ນ ຕໍ່​ການ​ຕໍ່​ອາຍຸ​ການ​ຕັດ​ພາ
ສີ​ເງິນ​ເດືອນ ເປັນເວລາສອງເດືອນ ໃຫ້​ແກ່​ຊາວ​ອາ​ເມຣິກັນ 160 ລ້ານ​ຄົນ​ນັ້ນ.

XS
SM
MD
LG