ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະສະພາສະຫະລັດ ອະນຸມັດເງິນທຶນ ສຳລັບໃຊ້ຈ່າຍຊົ່ວຄາວ ເພື່ອບໍ່ໃຫ້ມີການປິດລັດຖະບານ


ທ່ານນາງແນນຊີ ເພໂລຊີ ຈາກລັດຄາລີຟໍເນຍ ກ່າວຖະແຫຼງ ກ່ອນເຊັນຮ່າງກົດໝາຍ ອະນຸມັດການໃຊ້ຈ່າຍ ສຳລັບລັດຖະບານ ທີ່ຫໍລັດຖະສະພາ ໃນວັນທີ 30 ກັນຍາ 2021.
ທ່ານນາງແນນຊີ ເພໂລຊີ ຈາກລັດຄາລີຟໍເນຍ ກ່າວຖະແຫຼງ ກ່ອນເຊັນຮ່າງກົດໝາຍ ອະນຸມັດການໃຊ້ຈ່າຍ ສຳລັບລັດຖະບານ ທີ່ຫໍລັດຖະສະພາ ໃນວັນທີ 30 ກັນຍາ 2021.

ສະພາຕ່ຳ ແລະສະພາສູງຂອງສະຫະລັດ ໄດ້ລົງຄະແນນສຽງ ໃນຕອນບ່າຍວັນພະຫັດວານນີ້ ເຫັນພ້ອມກັບຮ່າງກົດໝາຍໃຫ້ລັດຖະບານມີທຶນໃຊ້ຈ່າຍ ໄປຈົນຮອດວັນທີ 3 ທັນວາຊຶ່ງໄດ້ຫຼີກລ່ຽງບໍ່ໃຫ້ມີການປິດລັດຖະບານໃນຕອນທ່ຽງຄືນ.

ສະພາສູງໄດ້ລົງຄະແນນສຽງ 65 ຕໍ່ 35 ຊຶງໄດ້ຕິດຕາມດ້ວຍການລົງຄະແນນສຽງຂອງສະພາຕ່ຳ 254 ຕໍ່ 175. ປະທານາທິບໍດີໂຈ ໄບເດັນ ໄດ້ເຊັນຮ່າງກົດໝາຍດັ່ງກ່າວ ໃນຕອນກາງຄືນຂອງວັນພະຫັດວານນີ້ ຢູ່ທີ່ທຳນຽບຂາວ.

ຮ່າງກົດໝາຍດັ່ງກ່າວ ຈະຮັກສາການໃຫ້ທຶນສະໜັບສະໜຸນ ໃນລະດັບປັດຈຸບັນ ຕໍ່ພະແນກການຕ່າງໆ ຂອງລັດຖະບານ. ເງິນທຶນກ້ອນນີ້ແມ່ນຮວມທັງ 28 ພັນ 600 ລ້ານໂດລາ ເພື່ອຊ່ວຍເຫຼືອບັນດາລັດຕ່າງໆທີ່ໄດ້ຮັບຄວາມເສຍຫາຍຍ້ອນ ລົມພາຍຸເຮີຣິເຄນແລະໄຟໄໝ້ປ່າ ແລະ 6 ພັນ 300 ລ້ານໂດລາ ເພື່ອຊ່ວຍໃນ ການຕັ້ງຖິ່ນຖານໃໝ່ໃຫ້ອົບພະຍົບອັຟການິສຖານທີ່ຍ້າຍມາສະຫະລັດ ຫຼັງຈາກ ວໍຊິງຕັນໄດ້ສິ້ນສຸດສົງຄາມດົນສອງທົດສະວັດໃນອັຟການິສຖານເມື່ອເດືອນແລ້ວນີ້.

ສະມາຊິກສະພາສູງ ໂຈ ແມນຊິນ ສັງກັດພັກເດໂມແຄຣັດ ຈາກລັດເວັດເວີຈີເນຍ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການລົງຄະແນນສຽງ ອະນຸມັດການໃຊ້ຈ່າຍຊົ່ວຄາວສຳລັບລັດຖະບານ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 30 ກັນຍາ 2021.
ສະມາຊິກສະພາສູງ ໂຈ ແມນຊິນ ສັງກັດພັກເດໂມແຄຣັດ ຈາກລັດເວັດເວີຈີເນຍ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການລົງຄະແນນສຽງ ອະນຸມັດການໃຊ້ຈ່າຍຊົ່ວຄາວສຳລັບລັດຖະບານ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 30 ກັນຍາ 2021.

ເພື່ອຫຼີກລ່ຽງບໍ່ໃຫ້ມີການປິດລັດຖະບານ ນີ້ແມ່ນເປັນພຽງນຶ່ງໃນຮ່າງກົດໝາຍສຳລັບລັດຖະສະ ພາທີ່ມີວຽກເຕັມມືຢູ່ແລ້ວນັ້ນຕ້ອງໄດ້ພິຈາລະນາ.

ໃນຕອນແລງວັນພະຫັດວານນີ້ ສະພາຕ່ຳໄດ້ມີການຊັກຊ້າ ໃນການລົງຄະແນນສຽງກ່ຽວກັບແຜນການພື້ນຖານໂຄງລ່າງມູນຄ່າ 1,000 ຕື້ໂດລາ ເພື່ອສ້ອມແປງຖະໜົນຫົນທາງ ທີ່ມີອາຍຸເກົ່າແກ່ຂອງປະເທດ ແລະຂະຫຍາຍການບໍລິການລະ ບົບ ອິນເຕີແນັດຄວາມໄວສູງຢູ່ໃນທົ່ວສະຫະລັດ.

ທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳຂອງສະຫະລັດ ມີແຜນການທີ່ຈະລົງຄະແນນສຽງໃນຕອນແລງວັນພະຫັດວານນີ້ ເຖິງແມ່ນວ່າສະມາຊິກຫົວກ້າວໜ້າຂອງພັກເດໂມແຄຣັດບາງຄົນ ກ່າວວ່າ ພວກເຂົາເຈົ້າຈະລົງຄະແນນສຽງຄັດຄ້ານ ນອກຈາກວ່າເຂົາເຈົ້າຈະໄດ້ຮັບການຄ້ຳປະກັນ ກ່ຽວກັບການປະຕິບັດແນວທາງການເມືອງເປັນກາງຢູ່ໃນພັກ ແລະສະມາຊິກສະພາສູງ 2 ຄົນທີ່ນິຍົມແນວທາງເປັນກາງ ຄືທ່ານໂຈ ແມນຊິນ (Joe Manchin) ແລະເຄີສະເຕັນ ຊິເນມາ (KUrsten Sinema) ຈະໃຫ້ການສະໜັບສະໜຸນມາດຕະການອີກສະບັບນຶ່ງມູນຄ່າ 3 ພັນ 500 ຕື້ໂດລາ ເພື່ອຂະຫຍາຍລະບົບຄວາມປອດໄພ ສຳລັບສັງຄົມຢ່າງໃຫຍ່ຫຼວງນັ້ນ.

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ (ຂວາ) ກັບຄືນສູ່ຫ້ອງການຂອງທ່ານ ຈາກຫ້ອງປະຊຸມຂອງສະພາສູງກ່ອນລົງຄະແນນສຽງ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 30 ກັນຍາ 2021.
ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ (ຂວາ) ກັບຄືນສູ່ຫ້ອງການຂອງທ່ານ ຈາກຫ້ອງປະຊຸມຂອງສະພາສູງກ່ອນລົງຄະແນນສຽງ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 30 ກັນຍາ 2021.

ທຳນຽບຂາວກ່າວວ່າ ຂໍ້ຕົກລົງດັ່ງກ່າວເກືອບຈະບັນລຸກັນໄດ້ແລ້ວ ກວ່າໃນເວລາໃດໆ ແຕ່ກໍຕ້ອງການເວລາເພີ້ມຕື່ມເພື່ອຈະໃຫ້ມີການຮັບຜ່ານກ່ຽວກັບແຜນການຂອງປະທານາທິບໍດີໄບເດັນ. ຮ່າງກົດໝາຍທີ່ໄດ້ຮັບຄວາມສະໜັບສະໜຸນ ຈາກທັງສອງພັກການເມືອງສະບັບນີ້ ແມ່ນໄດ້ມີການຮັບຮອງເອົາແລ້ວໂດຍສະພາສູງ
ຂອງສະຫະລັດ.

ໃນຕົ້ນອາທິດນີ້ ສະມາຊິກສະພາສູງຂອງພັກຣີພັບບລີກັນ ໄດ້ຂັດຂວາງບໍ່ໃຫ້ມີການຮັບຮອງເອົາຮ່າງກົດໝາຍອີກສະບັບນຶ່ງເພື່ອຫຼີກລ່ຽງບໍ່ໃຫ້ມີການປິດລັດຖະບານທີ່ອາດມີຂຶ້ນ ຍ້ອນບັນຈຸຂໍ້ກຳນົດທີ່ຈະໂຈະ ການຈຳກັດໜີ້ສິນຂອງປະເທດໃນໄລຍະຍາວ ຊຶ່ງພະຍາຍາມບັງຄັບໃຫ້ສະມາຊິກພັກເດໂມແຄຣັດຮັບຮອງເອົາຮ່າງກົດໝາຍຂອງພວກເຂົາເຈົ້າເອງໂດຍບໍ່ຕ້ອງການຄວາມສະໜັບສະໜຸນຂອງພັກຣີພັບບລີກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG