ລັດຖະສະພາສະຫະລັດ ຈັດສັນ
ງົບປະມານ ໃນມູນຄ່າ 9 ລ້ານ
ໂດລາ ເພື່ອໃຫ້ການຊ່ວຍເຫລືອ
ແກ່ລັດຖະບານລາວ ສໍາລັບນໍາ
ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່
ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນ
ລາວ ປະຈໍາປີ 2012 ຢ່າງເປັນ
ທາງການໃນຕົ້ນເດືອນມີນານີ້
ແລະການຊ່ວຍເຫລືອດັ່ງກ່າວ
ຍັງເພີ້ມຂຶ້ນຈາກເດີມເຖິງ 3 ເທົ່າ
ຕົວອີກດ້ວຍ.
ທັງນີ້ ກໍເນື່ອງຈາກລັດຖະສະພາສະຫະລັດ ເຫັນວ່າປະຊາຊົນລາວ ຍັງຄົງໄດ້ຮັບຜົນ
ກະທົບຈາກ UXO ທີ່ຕົກຄ້າງຢູ່ໃນລາວ ໃນລາວຢ່າງກວ້າງຂວາງໃນປັດຈຸບັນ ແລະ
ສະພາບການດັ່ງກ່າວນີ້ ກໍຍັງໄດ້ກາຍເປັນ ອຸບປະສັກ ຕໍ່ການພັດທະນາທາງເສດຖະກິດ ແລະສັງຄົມໃນລາວມາໂດຍຕະຫລອດເຊ່ນດຽວກັນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີຄະນະ
ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານສະຫະລັດ ທີ່ເຄີບປະຕິບັດໜ້າທີ່ຢູ່ໃນລາວນັ້ນ ໄດ້ລວມ
ຕົວກັນຈັດຕັ້ງເປັນຄະນະບຸກຄົນເພື່ອຮຽກຮ້ອງຂໍໃຫ້ສະຫະລັດ ເພີ່ມການຊ່ວຍເຫລືອແກ່
ລັດຖະບານລາວ ດັ່ງກ່າວນີ້ ໂດຍສະເພາະແມ່ນໄລຍະ 10 ປີຕໍ່ໄປນີ້ ຄະນະບຸກຄົນດັ່ງກ່າວ
ຍັງໄດ້ພາກັນຮຽກຮ້ອງ ຂໍໃຫ້ລັດຖະສະພາສະຫະລັດ ຈັດສັນງົບປະມານບໍ່ໜ້ອຍກວ່າ
100 ລ້ານໂດລາ ເພື່ອໃຫ້ການຊ່ວຍເຫລືອແກ່ລັດຖະບານລາວອີກດ້ວຍ.
ໃນປີກາຍນີ້ທາງການສະຫະ
ລັດກໍຍັງໄດ້ໃຫ້ການຊ່ວຍເຫຼືອ
ແກ່ລາວ ອົງການເກັບກູ້ລະ
ເບີດແຫ່ງຊາດລາວ
(Lao UXO) ໂດຍມີທ່ານນາງ
Karen B Stewart ເອກອັກ
ຄະລັດຖະທູດສະຫະລັດປະ
ຈໍາປະເທດລາວ ໄດ້ສົ່ງມອບ
ການຊ່ວຍເຫຼືອໃນມູນຄ່າ 1.5
ລ້ານໂດລາ ສຳລັບໃຊ້ເປັນງົບ
ປະມານໃນການເກັບກູ້ລະ
ເບີດບໍ່ທັນແຕກທີ່ຕົກຄ້າງຢູ່
ໃນພື້ນທີ່ 360 ເຮັກຕາຂອງ
88 ໝູ່ບ້ານໃນເຂດແຂວງຊຽງ
ຂວາງ ແລະແຂວງຄຳມ່ວນ
ໃນຕະຫລອດຊ່ວງປີ 2011 ນີ້
ເປັນການສະເພາະ ເນື່ອງ
ຈາກວ່າ ເປັນເຂດທີ່ມີລະເບີດ
ບໍ່ທັນແຕກທີ່ຕົກຄ້າງຢູ່ຢ່າງໜາແໜ້ນຊຶ່ງເຮັດໃຫ້ປະຊາຊົນລາວ ມີຄວາມສ່ຽງສູງທີ່ຈະ
ໄດ້ຮັບອັນຕະລາຍຈາກລະເບີດບໍ່ທັນແຕກດັ່ງກ່າວ.
ພ້ອມກັນນີ້ ເພື່ອເຮັດໃຫ້ການເກັບກູ້ລະເບີດບໍ່ທັນແຕກສາມາດດຳເນີນການໄດ້ໄວຂຶ້ນ
ກວ່າເກົ່າທາງການສະຫະລັດກໍຍັງໄດ້ໃຫ້ການຊ່ວຍເຫຼືອໃນການຈັດຕັ້ງໜ່ວຍເກັບກູ້ລະ
ເບີດອີກ 4 ໜ່ວຍລວມທັງຍັງໄດ້ຊ່ວຍເຫລືອໃນການພັດທະນາລະບົບເກັບກໍາຂໍ້ມູນກ່ຽວ
ກັບຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກໃນສອງແຂວງດັ່ງກ່າວ ແລະຫລ້າສຸດກໍໄດ້ໃຫ້ການຊ່ວຍເຫຼືອຫລາຍກວ່າ 2 ແສນໂດລາສຳລັບຝຶກອົບຮົມນັກຮຽນກ່ຽວກັບການປ້ອງ
ກັນອັນຕະລາຍຈາກລະເບີດບໍ່ທັນແຕກໃນເຂດ 9 ແຂວງທີ່ມີລະເບີດຕົດຄ້າງຢູ່ຢ່າງໜາ
ແໜ້ນອີກດ້ວຍ.
ກ່ອນໜ້ານີ້ ທ່ານຢົງ ຈັນທະ
ລັງສີ ເອກອັກຄະລັດຖະທູດ
ລາວປະຈຳສະວິດເຊີແລນໄດ້
ໃຫ້ການຢືນຢັນກັບ VOA ວ່າ
ທາງການສະຫະລັດໄດ້ໃຫ້ການ
ຊ່ວຍເຫຼືອເຂົ້າໃນການເກັບກູ້
ລະເບີດບໍ່ທັນແຕກຕົກຄ້າງຢູ່
ໃນລາວຄິດເປັນມູນຄ່າສະເລ່ຍ
5 ລ້ານໂດລາຕໍ່ປີ. ຫາກແຕ່ສຳ
ລັບການຊ່ວຍເຫຼືອໃນໄລຍະໃຫມ່
ທາງການສະຫະລັດກໍ່ໄດ້ຮັບປາກວ່າຈະເພີ່ມການຊ່ວຍເຫຼືອໃຫ້ຫຼາຍຂຶ້ນ ແລະຈະເປັນການ
ຊ່ວຍເຫຼືອໄລຍະຍາວອີກດ້ວຍ. ດັ່ງທີ່ທ່ານຢົງໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:
“ພວກ ຂ້າພະເຈົ້າໄດ້ຮັບນີ້ແມ່ນຫ້າລ້ານຕໍ່ປີ ແລ້ວກະຕອນທີ່ທ່ານທອງລຸນ ໄດ້ພົບ
ປະເຈລະຈາກັບທ່ານນາງ ຮິລລາຣີ ຄລິນຕັນ ເພີ່ນກໍໄດ້ຮັບປາກວ່າຈະພິຈາລະນາ
ເພີ່ມທະວີຂຶ້ນ ແລະກໍຈະໃຫ້ພາຍໃນໄລຍະສິບປີ ອັນນີ້ ເປັນຄວາມຄືບໜ້າທີ່ດີ
ແລະເປັນກ້າວກະໂດດໃນຂັ້ນທີ່ວ່າ ເປັນກ້າວກະໂດດອີກຂັ້ນນຶ່ງໃນການພົວພັນລະ
ຫວ່າງສະຫະລັດກັບລາວ.”
ທັງນີ້ ໂດຍນັບຈາກປີ 1996
ເປັນຕົ້ນມາອົງການເກັບກູ້ລະ
ເບີດແຫ່ງຊາດລາວ (Lao
UXO) ສາມາດເກັບກູ້ ແລະ
ທໍາລາຍ UXO ໄປຫຼາຍກວ່າ
1 ລ້ານໜ່ວຍ ແລະເປັນການ
ເກັບກູ້ UXO ອອກໄປຈາກ
ພື້ນທີ່ກວ້າງກວ່າ 25,000
ເຮັກຕ້າ ຫຼືບໍ່ເຖິງ 1% ຂອງ
ພື້ນທີ່ທີ່ມີລະເບີດ UXO ຕົກ
ຄ້າງຢູ່ໃນລາວເທົ່ານັ້ນ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າຈະຕ້ອງໄດ້ຮັບການຊ່ວຍເຫຼືອ
ຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້
UXO ອອກຈາກພື້ນທີ່ສຳລັບການກະເສດໄດ້ເພີ່ມຂື້ນອີກ 183,000 ເຮັກຕ້າພາຍໃນປີ
2020. ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້ການຊ່ວຍເຫຼືອໄປແລ້ວຫຼາຍກວ່າ 30 ລ້ານໂດລານັບ
ຈາກປີ 1996 ເປັນຕົ້ນມາ.