ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາ ສຫລ ບັນລຸ ການຕົກລົງ ກ່ຽວກັບ ຮ່າງງົບປະມານ ປີ 2014 (ວີດີໂອ)


ທ່ານ Harold Rogers ​ປະທານຄະນະ​ກໍາມະການ ຈັດສັນ​ງົບປະມານ ຂອງສະພາຕໍ່າ ສຫລ ສັງກັດພັກຣີພັບບລີກັນ.
ທ່ານ Harold Rogers ​ປະທານຄະນະ​ກໍາມະການ ຈັດສັນ​ງົບປະມານ ຂອງສະພາຕໍ່າ ສຫລ ສັງກັດພັກຣີພັບບລີກັນ.
ຄະນະ​ເຈລະ​ຈາ ​ຂອງສະພາ​ຕໍ່າ ແລະສະພາ​ສູງສະຫະລັດ ​ໄດ້​
ບັນລຸ​ຂໍ້​ຕົກລົງ ກ່ຽວກັບງົບ​ປະມານມູນຄ່ານຶ່ງ​ພັນນຶ່ງ​ຮ້ອຍຕື້ໂດ
ລາ ທີ່​ຈະ​ໃຫ້​ທຶນ​ສະໜັບສະໜຸນ ລັດ​ຖະ​ບານ​ກາງ​ ໄປຈົນ​ຮອດ
ເດືອນ​ກັນຍາປີນີ້ ຊຶ່ງ​ເປັນ​ຂໍ້​ຕົກ​ລົງ​ທີ່​ຈະ​ຫລີກ​ລ່ຽງ​ບໍ່ໃຫ້ມີການ​
ປິດລັດຖະບານອີກຄັ້ງ​ນຶ່ງ.

ຂໍ້​ຕົກລົງດັ່ງກ່າວ ​ໄດ້​ປະກາດໃຫ້ຊາບ​ໃນ​ຕອນ​ແລງ​ວັນ​ຈັນ​ວານ
​ນີ້ ໃນຖະແຫລງ ການ​ຮ່ວມໂດຍສະມາຊິກ​ສະພາ​ສູງສັງກັດພັກ
ເດໂມແຄຣັດທ່ານນາງ Barbara Mikulski ປະທານ​ຄະນະ​ກໍາ
ມະການ ຈັດສັນ​ງົບປະມານຂອງສະພາສູງ ​ແລະ ສະມາຊິກ​ສະ
ພາ​ຕໍ່າສັງກັດພັກຣີ​ພັບ​ບລິ​ກັນທ່ານ Harold Rogers ຄູ່​ຕໍາ​ແໜ່​ງ
ຂອງທ່ານ​ນາງຢູ່ໃນສະພາ​ຕໍ່າ​ ທີ່ຄວບຄຸມໂດຍພັກຣີພັບ​ບລິ​ກັນນັ້ນ.

ລາຍ​ລະອຽດ ກ່ຽວ​ກັບ​ແຜ​ນການ​ໃຊ້​ຈ່າຍນີ້ ​ເປັນ​ຜົນ​ຂອງ​ການ​ຕົກລົງ ທີ່​ໄດ້​ບັນລຸ​ກັນໃນ​
ເດືອນ​ທັນວາຜ່ານມາ ລະ​ຫວ່າງສະພາ​ຕໍ່າ ​ແລະ​ສະພາ​ສູງ ທີ່​ຈະ​ໃຫ້​ເງິນ​ທຶນສະໜັບສະ ໜຸນລັດຖະບານ​ກາງ ​ໃນ​ສອງ​ປີຕໍ່ໜ້າ. ຂໍ້​ຕົກລົງ​ດັ່ງກ່າວ ​ໄດ້ຖືກ​ຮ່າງຂຶ້ນ ຫລັງ​ຈາກໄດ້ ເກີດຄວາມ​ວຸ້ນວາຍໃນການ​ປິດ​ໂຮງການ​ລັດຖະບານເປັນ​ເວລາ 16 ມື້ ​ໃນ​ເດືອນ​ຕຸລາ
ປີ​ກາຍ​ນີ້.

US Senate Budget
please wait
Embed

No media source currently available

0:00 0:00:20 0:00
XS
SM
MD
LG