ສະພາສູງສະຫະລັດ ໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍຕໍ່ຮ່າງກົດໝາຍຄ້ຳປະກັນວ່າບັນ
ດາ ເງິນທຶນຊົດເຊີຍຜູ້ທີ່ເຄາະຮ້າຍ ທີ່ພົວພັນກັບການໂຈມຕີ ເມື່ອວັນທີ 11 ກັນຍາປີ
2001 ນັ້ນ ຈະມີຕໍ່ໄປເລື້ອຍໆ.
ຮ່າງກົດໝາຍດັ່ງກ່າວ ໄດ້ຖືກຮັບຜ່ານໃນວັນອັງຄານວານນີ້ ໂດຍການລົງຄະແນນ
ສຽງຢ່າງຖ້ວມລົ້ນ 97 ຕໍ່ 2.
ການລົງຄະແນນສຽງໄດ້ມີຂຶ້ນ ຫຼັງຈາກບັນດາສະມາຊິກຂອງສະພາສູງພັກເດໂມແຄ
ຣັດ ເຫັນພ້ອມທີ່ຈະອະນຸຍາດໃຫ້ມີການລົງຄະແນນສຽງ ຕໍ່ບົດເພີ້ມເຕີມຈຳນວນນຶ່ງ
ທີ່ນຳສະເໜີໂດຍ ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ Rand Paul ແລະ
ທ່ານ Mike Lee ຜູ້ທີ່ໄດ້ຂັດຂວາງຮ່າງກົດໝາຍທີ່ໄດ້ຮັບຄວາມນິຍົມຢ່າງແຜ່ກວ້າງ
ສະບັບນີ້. ບົດເພີ້ມເຕີມ ຊຶ່ງບັງຄັບໃຫ້ລັດຖະບານຕັດການໃຊ້ຈ່າຍຈາກບ່ອນອື່ນ ເພື່ອ
ຈ່າຍໃຫ້ແກ່ໂຄງການນີ້ນັ້ນ ໄດ້ຮັບໄຊຊະນະຢ່າງງ່າຍ.
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ Kristen Gillibrand ຈາກລັດນິວ
ຢອກ ກ່າວວ່າ ບັນດາຜູ້ຮັບມືຂັ້ນທຳອິດ ກ່ຽວກັບເຫດການ ເມື່ອວັນທີ 11 ເດືອນ 9
ແລະ ຄອບຄົວເຂົາເຈົ້າ ໄດ້ຮັບ “ເກມການເມືອງພໍແລ້ວ.”
ສະມາຊິກສະພາສູງ ທ່ານນາງ Gillibrand ທີ່ສັງກັດພັກເດໂມແຄຣັດ ຈາກນິວຢອກ
ກ່າວວ່າ:
“ມື້ນີ້ບໍ່ແມ່ນການສະຫຼອງ. ເປັນຮ່ອງຮອຍບັນເທົາທຸກທີ່ເລິກເຊີ່ງ. ພວກເຮົາໄດ້ສູນ
ເສຍບັນດາວິລະບູຣຸດຂອງພວກເຮົາຫຼາຍຄົນ ແລະເປັນທີ່ເສົ້າໃຈຫຼາຍທີ່ຄົນຈະຍັງ
ບໍ່ສະບາຍ ແລະຫຼາຍຄົນຍັງຈະຕາຍຕື່ມອີກ.”
ຮ່າງກົດໝາຍນີ້ຈະຕໍ່ກອງທຶນໄປເຖິງປີ 2092 ຊຶ່ງຈະເຮັດໃຫ້ກາຍເປັນກອງທຶນທີ່ຖາ
ວອນ. ເງິນທຶນ 7 ພັນ 400 ລ້ານໂດລາ ໄດ້ໝົດລົງຢ່າງວ່ອງໄວ້ ແລະເມື່ອໄວໆມານີ້
ໄດ້ມີການຕັດການໃຊ້ຈ່າຍລົງເຖິງ 70 ເປີເຊັນ.
ນັກຕະລົກໂທລະພາບສະຫະລັດ ທ່ານ Jon Stewart ຜູ້ທີ່ເປັນປາກສຽງມາເປັນເວ
ລາດົນນານໃຫ້ແກ່ບັນດາຜູ້ຮັບມືກັບເຫດການ 9/11 ໄດ້ຍ້ອງຍໍການຮັບຜ່ານຂອງ
ສະພາສູງ. ທ່ານ Jon Stewart ກ່າວກ່ຽວກັບເລື້ອງນີ້ວ່າ:
“ພວກເຮົາຈະບໍ່ສາທາດທົດແທນຄືນທັງໝົດໃຫ້ແກ່ປະຊາຄົມ 9/11 ທີ່ໄດ້ເຮັດວຽກ
ໃຫ້ແກ່ປະເທດຂອງພວກເຮົາ. ແຕ່ພວກເຮົາສາມາດຢຸດການລົງໂທດເຂົາເຈົ້າ. ແລະ
ມື້ນີ້ເປັນມື້ທີ່ເຂົາເຈົ້າສາມາດຫາຍໃຈອອກ ເພາະວ່າ ໂຊກບໍ່ດີຂອງຄວາມເຈັບປວດ
ແລະທໍລະມານຂອງບັນດາວິລະບຸຣຸດເຫລົ່ານີ້ຈະດຳເນີນຕໍ່ໄປອີກ. ໄດ້ມີການສົ່ງ
ສະການຫຼາຍເກີນໄປໃນໄລຍະທີ່ຜ່ານມາ ມີຫຼາຍຄົນທີ່ລໍຖ້າຕາຍ. ບັນດາຄອບຄົວ
ເຫລົ່ານີ້ສົມຄວນໄດ້ຮັບການຊ່ວຍເຫຼຶອດີຂຶ້ນ. ແລະຂ້າພະເຈົ້າມີຄວາມຈິງໃຈແທ້ໆ
ຂ້າພະເຈົ້າຫວັງວ່າ ມື້ນີ້ເປັນມື້ເລີ້ມຕົ້ນການຮຳບາດແຜ ທີ່ຈະສາມາດປິ່ນປົວ ໂດຍ
ປາດສະຈາກການທີ່ຈະກາງຕໍ່ອາໄສ ການເປັນປາກສຽງ.”