ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາຊຸດໃໝ່ຂອງສະຫະລັດ ເປີດປະຊຸມໃນວັນພຸດມື້ນີ້


ທ່ານ John Boehner ສະມາຊິກພັກຣີພັບບລີກັນ
ທ່ານ John Boehner ສະມາຊິກພັກຣີພັບບລີກັນ

ລັດຖະສະພາຊຸດໃໝ່ຂອງສະຫະລັດເປີດປະຊຸມໃນວັນພຸດ
ມື້ນີ້ ໂດຍມີພັກຣີພັບບລີກັນເຂົ້າຄວບຄຸມສະພາຕໍ່າແລະເວົ້າ
ວ່າພວກທ່ານຈະພະຍາຍາມຍົກເລີກກົດໝາຍການປະຕິຮູບ
ການຮັກສາສຸກຂະພາບໃນຂອບເຂດທີ່ກວ້າງຂວາງຂອງ
ປະທານາທິບໍດີບາຣັກໂອບາມານັ້ນ.

ທ່ານ John Boehner ສະມາຊິກພັກຣີພັບບລີກັນທີ່ເຂົ້າ
ກຳຕຳແໜ່ງເປັນປະທານສະພາຕໍ່າແທນທ່ານນາງ
Nancy Pelosi ນັ້ນ ​ເວົ້າວ່າ ກົດໝາຍສະບັບດັ່ງກ່າວ
ມີການໃຊ້ຈ່າຍສູງໂພດແລະພາໃຫ້ສູນເສຍວຽກເຮັດ
ງານທຳ.

ພັກຂອງທ່ານໄດ້ດຳເນີນການຢ່າງວ່ອງໄວ​ເພື່ອ​ປະຕິບັດ​ຕາມຄຳໝັ້ນສັນຍາກ່ຽວ​ກັບກົດ
ໝາຍຮັກສາສຸກຂະພາບນັ້ນ ໂດຍໄດ້ກຳນົດເວລາໃນການລົງຄະແນນສຽງຍົກເລີກກົດ
ໝາຍດັ່ງກ່າວໃສ່ອາທິດໜ້າ. ​ແຕ່ການເຄື່ອນໄຫວທີ່ວ່ານີ້ຄົງຈະບໍ່ສຳເລັດຜົນຍ້ອນວ່າ
ຍັງຈະຕ້ອງໄດ້ຮັບການອະນຸມັດໂດຍສະພາສູງທີ່ຄວບຄຸມໂດຍພັກເດໂມແຄຣັທນັ້ນ ຕະຫຼອດທັງປະທານາທິບໍດີໂອບາມານຳດ້ວຍ.

ສະມາຊິກສະພາຕໍ່າຂອງພັກເດໂມແຄຣັທທີ່ສູນເສຍສຽງສ່ວນຫຼາຍໃນການເລືອກຕັ້ງ
ເມື່ອເດືອນພະຈິກຜ່ານມານັ້ນໄດ້ຕຳໜິຕິຕຽນແຜນການດັ່ງກ່າວຂອງພັກຣີພັບບລີກັນ.

XS
SM
MD
LG