ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລິກັນ ໃນສະພາຕໍ່າສະຫະລັດ ຈະລົງຄະແນນສຽງ ໃນວັນອັງຄານມື້ນີ້


ທ່ານ Eric Cantor ຜູ້ນໍາສຽງສ່ວນຫລາຍພັກຣີພັບບລິກັນໃນສະພາຕໍ່າ ກ່າວຕໍ່ພວກຜູ້ສື່ຂ່າວ ໃນຕອນບ່າຍ
ວັນຈັນ ທີ 19 ທັນວາ ທີ່ລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ (AP Photo/Jose Luis Magana)
ທ່ານ Eric Cantor ຜູ້ນໍາສຽງສ່ວນຫລາຍພັກຣີພັບບລິກັນໃນສະພາຕໍ່າ ກ່າວຕໍ່ພວກຜູ້ສື່ຂ່າວ ໃນຕອນບ່າຍ ວັນຈັນ ທີ 19 ທັນວາ ທີ່ລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ (AP Photo/Jose Luis Magana)

ພວກຜູ້ນຳ​ຂອງ​ພັກຣີພັບ​ບລິ​ກັນ​ ໃນ​ສະພາ​ຕໍ່າສະຫະລັດ​ກ່າວ​ວ່າ ພວກ​ເຂົາ​ມີ​ແຜນການ​ຈະ
ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ແຜນການ​ຂອງ​ສະພາ​ສູງ ທີ່​ຈະ​ຕໍ່​ອາຍຸ​ການ​
ຕັດ​ພາສີ​ເງິນ​ເດືອນ​ອອກ​ໄປ​ອີກສອງ​ເດືອນ​ນັ້ນ. ​ເປັນ​ທີ່​ຄາດ​ກັນຢ່າງ​ກວ້າງຂວາງ​ວ່າ ການ​
ລົງຄະ​ແນນ​ສຽງ​ຂອງ​ສະພາ​ຕໍ່າ ​ແມ່ນ​ຈະ​ປະຕິ​ເສດຕໍ່ການ​ຕໍ່​ອາຍຸໄລຍະ​ສັ້ນ ຊຶ່ງ​ມີ​ທາງ​ເປັນ​ໄປ​
ໄດ້​ວ່າ ພວກ ຄົນ​ງານ​ອາດ​ຈະ​ເຫັນ​ເງິນ​ເດືອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ແທ້ໆ​ນັ້ນຫຼຸດລົງ​ໃນ
ວັນ​ທີ​ນຶ່ງ​ມັງກອນ​ຈະ​ມານີ້ກໍ​ໄດ້.

ພວກ​ພັກຣີພັບ​ບລິ​ກັນ​ຕ້ອງການ​ໃຫ້​ຕໍ່​ອາຍຸ​ເປັນ​ເວລາ​ນຶ່ງ​ປີ​ແທນ​ທີ່​ຈະ​ເປັນ​ພຽງ​ສອງ​ເດືອນ.
ທ່ານ Eric Cantor ຜູ້​ນໍ​າສຽງ​ສ່ວນ​ຫລາຍ​ພັກຣີພັບ​ບລິ​ກັນ​ໃນ​ສະພາ​ຕໍ່າ ກ່າວ​ຕໍ່ພວກ​ຜູ້​ສື່​
ຂ່າວເມື່ອ​ຕອນ​ບ່າຍ​ວັນ​ຈັນ​ວານ​ນີ້​ວ່າ ການ​ຕໍ່​ອາຍຸອອກ​ໄປ​ອີກສອງ​ເດືອນນັ້ນ ​ເປັນ​ວິທີ​ການ​
ແກ້​ໄຂບັນຫາ​ທີ່​ໃຊ້​ການ​ບໍ່​ໄດ້ ​ແລະ​ທ່ານ​ໄດ້​ປະຕິ​ຍານ​ວ່າ ຈະ​ຜັກ​ດັນ​ຕໍ່​ອາຍຸ​ໃຫ້​ໄດ້​ນຶ່ງ​ປີ.

ໃນ​ຕອນ​ເຊົ້າວັນ​ຈັນ​ວານ​ນີ້ ທ່ານ ຈອນ ​ເບ​ນ​ເນີ ປະທານ​ສະພາ​ຕໍ່າ​ສະຫະລັດ​ສັງກັດ​ພັກຣີພັບ​
ບລິ​ກັນ ບອກ​ຜູ້ສື່​ຂ່າວ​ວ່າ ຄວາມ​ເຫັນ​ແຕກ​ຕ່າງ​ກັນລະຫວ່າງສະພາ​ສູງ ​ແລະ​ສະພາ​ຕໍ່າ​ນັ້ນ
ຕ້ອງ​ຫາ​ທາງ​ຕົກລົງ​ກັນ​ໄດ້ໃນ​ການ​ປະຊຸມລະຫວ່າງ​ສະພາ​ທັງ​ສອງ. ​ແຕ່​ແນວ​ໃດ​ກໍ​ຕາມ
ພວກ​ຜູ້ນຳ​ໃນ​ສະພາ​ສູງ​ກ່າວ​ວ່າ ຕົນ​ບໍ່​ມີ​ແຜນການ​ທີ່​ຈະ​ທຳ​ການ​ເຈລະຈາ​ຂໍ້ຕົກລົງ​ສະບັບ​ໃໝ່​
ກ່ອນ​ທ້າຍປີນີ້.

ເມື່ອ​ວັນ​ເສົາ​ຜ່າ​ນມາ​ນີ້ ສະພາ​ສູງ​ໄດ້​ອະນຸມັດ​ດ້ວຍ​ສຽງ​ຖ້ວມລົ້ນ​ໃຫ້​ຕໍ່​ອາຍຸ ການ​ຕັດ​ພາສີ​ເງິນ
ເດືອນ​ອອກ​ໄປ​ສອງ​ເດືອນສໍາລັບ​ຊາວ​ອະ​ເມຣິກັນ 160 ລ້ານ​ຄົນ. ປະທານາ​ທິບໍດີ​ບາຣັກ
ໂອບ​າມາ ກ່າວ​ວ່າ ທ່ານ​ພູມ​ໃຈ​ຫລາຍ ກັນ​ຂໍ້​ຕົກລົງ​ກັນ​ນັ້ນ ​ເຖິງ​ແມ່ນ​ຄວາມ​ຈິງ​ແລ້ວ ທ່ານ
ກໍ​ຢາກ​ໃຫ້​ຕໍ່​ໄປ​ອີກ​ນຶ່ງ​ປີນັ້ນກໍ​ຕາມ.

XS
SM
MD
LG