ສະຫະລັດ ກ່າວວ່າ ຕົນມີຄວາມເປັນຫ່ວງ ກ່ຽວກັບໂທດຈຳຄຸກ
ນັກເຄື່ອນໄຫວໜຸ່ມນ້ອຍສອງຄົນ ຢູ່ຫວຽດນາມ ໃນອາທິດນີ້ທີ່
ຖືກພົບເຫັນວ່າ ມີຄວາມຜິດໃນ ຂໍ້ຫາວາງແຜນໂຄ່ນລົ້ມລັດຖະ
ບານ.
ນັກສຶກສາມະຫາວິທະຍາໄລ ທ້າວ Nguyen Phuong Uyen
ໄດ້ຮັບໂທດຕິດຄຸກ 6 ປີ ໃນຂະນະທີ່ທ້າວ Dinh Ngyen Kha
ນັກສ້ອມແປງຄອມພິວເຕີ ໄດ້ຮັບໂທດຕິດຄຸກ 8 ປີ ລຸນຫຼັງການ
ດຳເນີນຄະດີເປັນເວລານຶ່ງມື້ ໃນວັນພະຫັດວານນີ້.
ເຂົາເຈົ້າຖືກພົບເຫັນວ່າມີຄວາມຜິດ ໃນຖານແຈກຢາຍ ອັນທີ່
ເຈົ້າໜ້າທີ່ຫວຽດນາມກ່າວວ່າ ໃບປິວ “ຕໍ່ຕ້ານລັດຖະບານ” ທີ່
ສ້າງຄວາມ“ອັບອາຍຂາຍໜ້າ” ໃຫ້ແກ່ລັດຖະບານຄອມມິວ
ນິສຂອງຫວຽດນາມ.
ໃນວັນສຸກມື້ນີ້ ສະຖານທູດສະຫະລັດ ທີ່ນະຄອນຮາໂນ່ຍ ກ່າວ
ວ່າ ການຕັດສິນລົງໂທດດັ່ງກ່າວນີ້ "ບໍ່ສອດຄ່ອງກັບສິດເສລີ
ພາບໃນການປາກເວົ້າ” ແລະຮຽກ ຮ້ອງໃຫ້ປ່ອຍພວກນັກໂທດຈິດສຳນຶກທັງໝົດ ໃນທັນທີ.
ຖະແຫລງຂ່າວເວົ້າວ່າ ຄະດີດັ່ງກ່າວເປັນ “ພາກສ່ວນນຶ່ງ ໃນທ່າອຽງທີ່ສ້າງ ຄວາມລົບກວນ
ຂອງເຈົ້າໜ້າທີ່ຫວຽດນາມ ທີ່ໃຊ້ຂໍ້ຫາພາຍໃຕ້ກົດໝາຍຄວາມປອດໄພແຫ່ງຊາດຈັບກຸມ
ຄຸມຂັງພວກຕິຕຽນລັດຖະບານ ທີ່ໄດ້ສະແດງອອກຢ່າງສັນຕິ ກ່ຽວກັບທັດສະດ້ານການ
ເມືອງຂອງເຂົາເຈົ້າ.”